• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ທັບ ໄທ ແລະ ກຳ​ປູ​ເຈຍ ຍູ້​ແຮງ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ຢູ່​ເຂດ​ຊາຍ​ແດນ

ໃນໄລຍະຜ່ານມາ, ກອງທັບໄທ ແລະ ກຳປູເຈຍ ສືບຕໍ່ສົມທົບກັນຈັດບັນດາກອງປະຊຸມຄະນະກຳມະການເຂດຊາຍແດນພາກພື້ນເພື່ອປຶກສາຫາລື ແລະ ສົມທົບກັນຜັນຂະຫຍາຍຂໍ້ຕົກລົງຢຸດຍິງ. ຄະນະປະຕິບັດງານ ກອງບັນຊາການເຂດຊາຍແດນ ຈັນທະບູຣີ ແລະ ຕຣາດ ຂອງ ໄທ ແລະ ຄະນະປະຕິບັດງານທະຫານເຂດ 3 ຂອງກຳປູເຈຍໄດ້ຈັດກອງປະຊຸມຄະນະກຳມະການເຂດຊາຍແດນພາກພື້ນ (RBC) ໃນລະຫວ່າງວັນທີ 15 – 16 ສິງຫາ ຢູ່ແຂວງ ຕຣາດຂອງໄທ. ຢູ່ກອງປະຊຸມລະດັບບັນຊາການພາກພື້ນ ທີ່ໄດ້ດຳເນີນໃນວັນທີ 16 ສິງຫາ, ສອງຝ່າຍໄດ້ປຶກສາຫາລື ແລະ ຜັນຂະຫຍາຍ 13 ຈຸດຫຼັກແຫຼ່ງໂດຍໄທ ແລະ ກຳປູເຈຍບັນລຸໄດ້ໃນການປະຕິບັດຂໍ້ຕົກລົງຢຸດຍິງໃນວັນທີ 7 ສິງຫາຢູ່ ມາເລເຊຍ. ໄປຄຽງຄູ່ກັນນັ້ນ, ຝ່າຍໄທໄດ້ສະເໜີເພີ່ມເຕີມເນື້ອໃນກ່ຽວກັບການຮ່ວມມືຄົ້ນພົບທຳລາຍລະເບີດໝາກມິ່ນ ແລະ ປາບປາມບັນດາພັກພວກອາດຊະຍາກຳຫຼອກຫຼວງຂ້າມຊາຍແດນ. ບັນດາບັນຫາທີ່ກ່ຽວຂ້ອງເຖິງການຮ່ວມມືດ້ານເສດຖະກິດ, ລວມມີການເປີດບັນດາດ່ານຊາຍແດນຄືນໃໝ່ເພື່ອຮັບໃຊ້ການຄ້າ ແລະ ການທ່ອງທ່ຽວ ຍັງບໍ່ໄດ້ຮັບການພິຈາລະນາໃນກອງປະຊຸມຄັງນີ້. ໃນໄລຍະຜ່ານມາ, ກອງທັບໄທ ແລະ ກຳປູເຈຍ ສືບຕໍ່ສົມທົບກັນຈັດບັນດາກອງປະຊຸມຄະນະກຳມະການເຂດຊາຍແດນພາກພື້ນເພື່ອປຶກສາຫາລື ແລະ ສົມທົບກັນຜັນຂະຫຍາຍຂໍ້ຕົກລົງຢຸດຍິງ.

(ແຫຼ່ງຄັດຈາກ VOV)

ຮ່າ​ໂນ້ຍ ຈາກ​ລະ​ດູ​ໃບ​ໄມ້ຫຼົ່ນ​ປະ​ຫວັດ​ສາດ​ປີ 1945 ແຜ່​ກະ​ຈາຍ​ຄວາມ​ຄາດ​ຫວັງ​ບືນ​ຕົວ​ຂຶ້ນ​ຂອງ​ທົ່ວ​ທັງ​ຊາດ

ຮ່າ​ໂນ້ຍ ຈາກ​ລະ​ດູ​ໃບ​ໄມ້ຫຼົ່ນ​ປະ​ຫວັດ​ສາດ​ປີ 1945 ແຜ່​ກະ​ຈາຍ​ຄວາມ​ຄາດ​ຫວັງ​ບືນ​ຕົວ​ຂຶ້ນ​ຂອງ​ທົ່ວ​ທັງ​ຊາດ

ຜ່ານໄລຍະ 80ປີ, ຮ່າໂນ້ຍໃນປັດຈຸບັນ ບໍ່ພຽງແຕ່ແມ່ນສູນການເມືອງ, ການປົກຄອງແຫ່ງຊາດ, ຫົວໃຈຂອງທົ່ວປະເທດເທົ່ານັ້ນ ຫາກຍັງແມ່ນສູນກາງໃຫຍ່ກ່ຽວກັບເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດເຕັກໂນໂລຢີ, ການເຊື່ອມໂຍງເຂົ້າກັບສາກົນອີກດ້ວຍ.

Top