ຂ່າວສານ ກອງທັບ ໄທ ແລະ ກຳປູເຈຍ ຍູ້ແຮງການເຈລະຈາກ່ຽວກັບບັນຫາຢູ່ເຂດຊາຍແດນ 17/08/2025 ໃນໄລຍະຜ່ານມາ, ກອງທັບໄທ ແລະ ກຳປູເຈຍ ສືບຕໍ່ສົມທົບກັນຈັດບັນດາກອງປະຊຸມຄະນະກຳມະການເຂດຊາຍແດນພາກພື້ນເພື່ອປຶກສາຫາລື ແລະ ສົມທົບກັນຜັນຂະຫຍາຍຂໍ້ຕົກລົງຢຸດຍິງ. ຄະນະປະຕິບັດງານ ກອງບັນຊາການເຂດຊາຍແດນ ຈັນທະບູຣີ ແລະ ຕຣາດ ຂອງ ໄທ ແລະ ຄະນະປະຕິບັດງານທະຫານເຂດ 3 ຂອງກຳປູເຈຍໄດ້ຈັດກອງປະຊຸມຄະນະກຳມະການເຂດຊາຍແດນພາກພື້ນ (RBC) ໃນລະຫວ່າງວັນທີ 15 – 16 ສິງຫາ ຢູ່ແຂວງ ຕຣາດຂອງໄທ. ຢູ່ກອງປະຊຸມລະດັບບັນຊາການພາກພື້ນ ທີ່ໄດ້ດຳເນີນໃນວັນທີ 16 ສິງຫາ, ສອງຝ່າຍໄດ້ປຶກສາຫາລື ແລະ ຜັນຂະຫຍາຍ 13 ຈຸດຫຼັກແຫຼ່ງໂດຍໄທ ແລະ ກຳປູເຈຍບັນລຸໄດ້ໃນການປະຕິບັດຂໍ້ຕົກລົງຢຸດຍິງໃນວັນທີ 7 ສິງຫາຢູ່ ມາເລເຊຍ. ໄປຄຽງຄູ່ກັນນັ້ນ, ຝ່າຍໄທໄດ້ສະເໜີເພີ່ມເຕີມເນື້ອໃນກ່ຽວກັບການຮ່ວມມືຄົ້ນພົບທຳລາຍລະເບີດໝາກມິ່ນ ແລະ ປາບປາມບັນດາພັກພວກອາດຊະຍາກຳຫຼອກຫຼວງຂ້າມຊາຍແດນ. ບັນດາບັນຫາທີ່ກ່ຽວຂ້ອງເຖິງການຮ່ວມມືດ້ານເສດຖະກິດ, ລວມມີການເປີດບັນດາດ່ານຊາຍແດນຄືນໃໝ່ເພື່ອຮັບໃຊ້ການຄ້າ ແລະ ການທ່ອງທ່ຽວ ຍັງບໍ່ໄດ້ຮັບການພິຈາລະນາໃນກອງປະຊຸມຄັງນີ້. ໃນໄລຍະຜ່ານມາ, ກອງທັບໄທ ແລະ ກຳປູເຈຍ ສືບຕໍ່ສົມທົບກັນຈັດບັນດາກອງປະຊຸມຄະນະກຳມະການເຂດຊາຍແດນພາກພື້ນເພື່ອປຶກສາຫາລື ແລະ ສົມທົບກັນຜັນຂະຫຍາຍຂໍ້ຕົກລົງຢຸດຍິງ.

ໃນໄລຍະຜ່ານມາ, ກອງທັບໄທ ແລະ ກຳປູເຈຍ ສືບຕໍ່ສົມທົບກັນຈັດບັນດາກອງປະຊຸມຄະນະກຳມະການເຂດຊາຍແດນພາກພື້ນເພື່ອປຶກສາຫາລື ແລະ ສົມທົບກັນຜັນຂະຫຍາຍຂໍ້ຕົກລົງຢຸດຍິງ. ຄະນະປະຕິບັດງານ ກອງບັນຊາການເຂດຊາຍແດນ ຈັນທະບູຣີ ແລະ ຕຣາດ ຂອງ ໄທ ແລະ ຄະນະປະຕິບັດງານທະຫານເຂດ 3 ຂອງກຳປູເຈຍໄດ້ຈັດກອງປະຊຸມຄະນະກຳມະການເຂດຊາຍແດນພາກພື້ນ (RBC) ໃນລະຫວ່າງວັນທີ 15 – 16 ສິງຫາ ຢູ່ແຂວງ ຕຣາດຂອງໄທ. ຢູ່ກອງປະຊຸມລະດັບບັນຊາການພາກພື້ນ ທີ່ໄດ້ດຳເນີນໃນວັນທີ 16 ສິງຫາ, ສອງຝ່າຍໄດ້ປຶກສາຫາລື ແລະ ຜັນຂະຫຍາຍ 13 ຈຸດຫຼັກແຫຼ່ງໂດຍໄທ ແລະ ກຳປູເຈຍບັນລຸໄດ້ໃນການປະຕິບັດຂໍ້ຕົກລົງຢຸດຍິງໃນວັນທີ 7 ສິງຫາຢູ່ ມາເລເຊຍ. ໄປຄຽງຄູ່ກັນນັ້ນ, ຝ່າຍໄທໄດ້ສະເໜີເພີ່ມເຕີມເນື້ອໃນກ່ຽວກັບການຮ່ວມມືຄົ້ນພົບທຳລາຍລະເບີດໝາກມິ່ນ ແລະ ປາບປາມບັນດາພັກພວກອາດຊະຍາກຳຫຼອກຫຼວງຂ້າມຊາຍແດນ. ບັນດາບັນຫາທີ່ກ່ຽວຂ້ອງເຖິງການຮ່ວມມືດ້ານເສດຖະກິດ, ລວມມີການເປີດບັນດາດ່ານຊາຍແດນຄືນໃໝ່ເພື່ອຮັບໃຊ້ການຄ້າ ແລະ ການທ່ອງທ່ຽວ ຍັງບໍ່ໄດ້ຮັບການພິຈາລະນາໃນກອງປະຊຸມຄັງນີ້. ໃນໄລຍະຜ່ານມາ, ກອງທັບໄທ ແລະ ກຳປູເຈຍ ສືບຕໍ່ສົມທົບກັນຈັດບັນດາກອງປະຊຸມຄະນະກຳມະການເຂດຊາຍແດນພາກພື້ນເພື່ອປຶກສາຫາລື ແລະ ສົມທົບກັນຜັນຂະຫຍາຍຂໍ້ຕົກລົງຢຸດຍິງ.