• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ກອງປະຊຸມ ຄັ້ງທີ 11, ສະພາແຫ່ງຊາດ ຊຸດທີ XIV: ສຳເລັດວຽກງານບຸກຄະລາກອນ

ໃນສັບປະດາສຸດທ້າຍ ຂອງ ກອງປະຊຸມ ຄັ້ງທີ 11 (ກອງປະ ຊຸມສຸດທ້າຍ) ຂອງ ສະພາແຫ່ງຊາດ ຊຸດທີ XIV ໄດ້ຈັດຂຶ້ນ ລະຫວ່າງວັນທີ 5 - 8 ເມສາ, ບັນດາຜູ້ແທນສະພາ ແຫ່ງຊາດ ໄດ້ສຸມໃສ່ສຳເລັດ ວຽກງານບຸກຄະລາກອນ ຂອງ ລັດ, ສະພາ ແຫ່ງຊາດ ແລະ ລັດຖະບານ. 
ກອງປະຊຸມ ຄັ້ງທີ 11 ໃຊ້ ເວລາ 7 ວັນ ເພື່ອພິຈາລະນາ, ບູລະນະ ກົງຈັກຜູ້ນຳຫຼັກແຫຼ່ງຂອງລັດ
 
ໃນມື້ເຮັດວຽກຕົ້ນສັບປະດາ ວັນທີ 5 ເມສາ, ສະພາແຫ່ງຊາດ ໄດ້ດຳເນີນຂັ້ນຕອນການເລືອກຕັ້ງ ປະທານປະເທດ, ນາຍົກ ລັດຖະມົນຕີ, ດ້ວຍຮູບການປ່ອນບັດລັບ.

ມີຜູ້ແທນເຂົ້າຮ່ວມ 468/468 ສະຫາຍ ເຫັນດີ (ກວມ97,5% ຜູ້ແທນສະພາແຫ່ງຊາດ), ສະພາແຫ່ງຊາດ ໄດ້ຮັບຮອງເອົາ ມະຕິ ເລືອກຕັ້ງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງ ຄົມນິຍົມ ຫວຽດນາມ ອາຍຸການ 2016-2021 ຕໍ່ສະຫາຍ ຫງວຽນຊວນຟຸກ.

ມະຕິລະບຸຢ່າງຈະແຈ້ງວ່າ: ສະພາແຫ່ງຊາດ ຊຸດທີ XIV ໄດ້ ເລືອກ ທ່ານ ຫງວຽນຊວນຟຸກ, ກຳມະການກົມການ ເມືອງ ສະໄໝທີ XIII, ຜູ້ແທນສະພາແຫ່ງຊາດ ຊຸດທີ XIV ດໍາລົງຕໍາ ແໜ່ງ ປະທານປະເທດ ແຫ່ງສາທາລະນະລັດ ສັງ ຄົມນິຍົມ ຫວຽດນາມ ອາຍຸການ 2016-2021. ມະຕິມີ ຜົນ ບັງ ຄັບໃຊ້ ນັບແຕ່ສະພາແຫ່ງຊາດ ລົງຄະແນນສຽງ ຮັບຮອງເອົາ.

 
ປະທານປະເທດ ຫງວຽນຊວນຟຸກ ເກີດເມື່ອ ວັນທີ 20 ກໍ ລະກົດ 1954 ທີ່ແຂວງ ກວ່າງນາມ. ລະດັບຄວາມສາມາດ ດ້ານທິດສະດີການເມືອງ: ຂັ້ນສູງ, ລະດັບວິຊາສະເພາະ: ປະລິນຍາຕີຂະແໜງເສດຖະກິດ; ກຳມະການກົມການ ເມືອງສະໄໝທີ XI, XII, XIII; ກໍາມະການສູນກາງພັກ ສະ ໄໝທີ X, XI, XII, XIII; ຜູ້ແທນສະພາແຫ່ງຊາດ ຊຸດທີ XI, XIII, XIV.
 
ກ່ອນໜ້ານັ້ນ, ໃນຕົ້ນການປະຊຸມ, ສະຫາຍ ເຈິ່ນແທງເໝີ໊ນ ຮອງປະທານ ປະຈຳສະພາແຫ່ງຊາດ ຕາງໜ້າ ຄະນະກຳມະ ການ ປະຈຳສະພາແຫ່ງຊາດ ໄດ້ລາຍງານ ຕໍ່ສະພາແຫ່ງຊາດ ຜົນ ຂອງ ການພິຈາລະນາ ແລະ ອະທິບາຍ, ຮັບເອົາ ຄວາມ ເຫັນ ຂອງ ຜູ້ແທນສະພາແຫ່ງຊາດ ວ່າດ້ວຍວຽກງານ ບຸກຄະ ລາກອນ ເພື່ອເລືອກປະທານປະເທດ.

ຫຼັງຈາກນັ້ນ ສະພາແຫ່ງຊາດ ໄດ້ພິຈາລະນາ, ລົງຄະແນນ ສຽງ ຮັບຮອງເອົາ ບັນຊີລາຍຊື່ ເພື່ອເລືອກປະທານປະເທດ. ສະພາແຫ່ງຊາດ ເລືອກປະທານປະເທດ ດ້ວຍຮູບ ການ ປ່ອນບັດລັບ.

 
ຕອນເຊົ້າວັນທີ 5 ເມສາ 2021, ທີ່ສະພາແຫ່ງຊາດ, ທ່ານ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ນາຍົກລັດຖະ ມົນຕີ ອາຍຸການ 2016-2021 ກ່າວຄຳສາບານ ຮັບຕຳແໜ່ງ
ຫຼັງຈາກໄດ້ຮັບເລືອກ ດ້ວຍຄະແນນສຽງ 97,75%. ພາບ: ຖົ໋ງເຍິດ/VNA

 

ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ສະແດງຄວາມ ຍິນດີ ຕໍ່ ທ່ານປະທານປະເທດ ຫງວຽນຊວນຟຸກ. ພາບ: ຈີ໋ຢຸ້ງ/VNA
 
ຕອນບ່າຍວັນທີ 5 ເມສາ, ທີ່ກອງປະຊຸມ ຄັ້ງທີ 11, ມີຜູ້ແທນ 462/466 ສະຫາຍມີໜ້າ ໄດ້ລົງຄະແນນສຽງເຫັນດີ (ກວມ 96,25% ຜູ້ແທນສະພາແຫ່ງຊາດທັງໝົດ), ສະພາແຫ່ງຊາດ ໄດ້ ຮັບເອົາມະຕິ ເລືອກ ນາຍົກລັດຖະມົນຕີ ອາຍຸການ 2016-2021 ຕໍ່ສະຫາຍ ຟ້າມມິງຈິ໋ງ.

ຕາມນັ້ນ, ສະພາແຫ່ງຊາດ ລົງມະຕິ ເລືອກ ສະຫາຍ ຟ້າມ ມິງຈິ໋ງ, ກຳມະການ ກົມການເມືອງ ສະໄໝທີ XIII, ຫົວໜ້າ ຄະນະຈັດຕັ້ງສູນກາງພັກ, ຜູ້ແທນສະພາແຫ່ງຊາດ ຊຸດທີ  XIV ດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງສາທາລະນະ ລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2016-2021. ມະ ຕິ ມີຜົນບັງຄັບໃຊ້ ນັບຕັ້ງແຕ່ ສະພາແຫ່ງຊາດ ລົງຄະແນນສຽງ ຮັບຮອງເອົາ. 


ທ່ານ ຟ້າມມິງຈິ໋ງ ນາຍົກລັດຖະມົນຕີ ເກີດ ເມື່ອວັນທີ 10 ທັນວາ 1958 ຢູ່ແຂວງ ແທງຮ໋ວາ; ປະລິນຍາເອກ ດ້ານກົດ ໝາຍ, ຮອງສາດສະດາຈານ ວິທະຍາສາດ ປ້ອງກັນຄວາມ ສະຫງົບ; ລະດັບທິດສະດີການເມືອງ: ຂັ້ນສູງ. ກຳມະການ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI, XII, XIII; ກຳມະການ ກົມການເມືອງ ສະໄໝທີ XII, XIII; ເລຂາທິການ ສູນກາງພັກ ສະໄໝທີ XII; ຫົວໜ້າຄະນະຈັດຕັ້ງ ສູນກາງ; ຫົວໜ້າອະນຸກຳມະການ ປ້ອງກັນ ການເມືອງພາຍໃນ ສູນ ກາງ ສະໄໝທີ XII; ຜູ້ແທນສະພາແຫ່ງຊາດ ຊຸດທີ XIV; ປະ ທານກຸ່ມຜູ້ແທນລາຊະດອນ ມິດຕະພາບ ຫວຽດນາມ-ຍີ່ປຸ່ນ ຂອງ ສະພາແຫ່ງຊາດ ຊຸດທີ XIV.

ພິທີກ່າວຄຳສາບານ ຮັບຕຳແໜ່ງ ຂອງ ທ່ານນາຍົກລັດ ຖະ ມົນຕີ ຟ້າມມິງຈິ໋ງ. ພາບ: ວັນດຽບ/VNA


ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ມອບຊໍ່ ດອກ ໄມ້ສະແດງຄວາມຍິນດີ  ຕໍ່ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງຈິ໋ງ. ພາບ: ເຟືອງຮວາ/VNA

ກ່ອນໜ້ານັ້ນ, ໃນວັນທີ 31 ມີນາ, ທີ່ສະພາແຫ່ງຊາດ, ພາຍ ໃຕ້ການເປັນປະທານ ຂອງ ສະຫາຍນາງ ຫງວຽນທິກີມເງິນ, ສະພາແຫ່ງຊາດ ຊຸດທີ XIV ໄດ້ເລືອກ ສະຫາຍ ເວືອງດິ່ງ ເຫວ້, ກຳມະການກົມການເມືອງ, ເລຂາຄະນະພັກ ນະຄອນ ຮ່າໂນ້ຍ ເປັນປະທານສະພາແຫ່ງຊາດ ສສ ຫວຽດນາມ, ປະ ທານສະພາເລືອກຕັ້ງແຫ່ງຊາດ.

ມີຜູ້ແທນເຂົ້າຮ່ວມ 473/473 ສະຫາຍ ໄດ້ລົງຄະແນນ ສຽງ ເຫັນ ດີ 98,54% ຜູ້ແທນສະພາແຫ່ງ ຊາດທັງໝົດ, ເລືອກ ທ່ານ ເວືອງດິ່ງເຫວ້, ກຳມະການກົມ ການເມືອງ, ເລຂາຄະ ນະພັກນະຄອນ ຮ່າໂນ້ຍ ດໍາລົງຕຳແໜ່ງ ປະທານ ສະພາ ແຫ່ງຊາດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ.

ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເກີດເມື່ອວັນທີ 15 ມີນາ 1957 ຢູ່ຕາແສງ ງີຊວນ, ເມືອງ ງີລົກ, ແຂວງ ເງ້ ອານ. ລະດັບທິດສະດີການເມືອງ:        ຂັ້ນສູງ. ກຳມະການກົມ ການເມືອງ ສະໄໝທີ XIII, ເລຂາຄະນະ ພັກນະຄອນ ຮ່າ ໂນ້ຍ. 


ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳສາ ບານຮັບ ຕຳແໜ່ງ. ພາບ: ຈ້ອງດຶກ/VNA

ພື້ນຖານ ເພື່ອສືບຕໍ່ ປ່ຽນໃໝ່ ການເຄື່ອນໄຫວ ຂອງ ສະພາແຫ່ງຊາດ
 
ກອງປະຊຸມ ຄັ້ງທີ 11 ເປັນກອງປະຊຸມສຸດທ້າຍ ຂອງ ສະພາ ແຫ່ງຊາດ ຊຸດທີ XIV. ຕະຫຼອດໄລຍະເກືອບ 5 ປີ ຜ່ານມາ, ສະພາແຫ່ງຊາດ ໄດ້ມານະພະຍາຍາມ ໃຫ້ຄວາມສາມັກຄີ,  ພ້ອມກັບ ປະທານປະເທດ, ລັດຖະບານ, ບັນດາອົງການ ຈັດ ຕັ້ງ ທີ່ກ່ຽວຂ້ອງ ສຳເລັດໜ້າທີ່ໄດ້ຮັບມອບໝາຍ, ສ້າງ ພະລັງ ແຮງສັງລວມ ພ້ອມກັບທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງ ຊົນ ບັນລຸໄດ້ບັນດາຜົນງານທີ່ໃຫຍ່ຫຼວງ, ມີຄວາມໝາຍ ສຸດ ທີ່ສຳຄັນ, ຍົກສູງບົດບາດທີ່ຕັ້ງ, ອິດທິພົນຂອງປະເທດຊາດ, ປັບປຸງຄວາມເຊື່ອໝັ້ນ ຂອງປະຊາຊົນ ທີ່ມີຕໍ່ພັກ ແລະ ລັດ.  
 

ບັນດາຜູ້ແທນ ສະພາແຫ່ງຊາດ ເຂົ້າຮ່ວມ ພິທີໄຂກອງປະ ຊຸມ ຄັ້ງທີ 11, ສະພາແຫ່ງຊາດ ຊຸດທີ XIV. ພາບ: ເຢືອງ ຢາງ/VNA
 
ໃນອາຍຸການຜ່ານມາ, ສະຖານະການໂລກ ຈະມີການຜັນແປ ຢ່າງໄວວາ ແລະ ສັບສົນ, ຍາກທີ່ຈະຄາດເດົາໄດ້; ຢູ່ພາຍໃນ ປະເທດ ນອກຈາກກາລະໂອກາດ, ຂໍ້ສະດວກ ກໍຍັງ ມີຄວາມ ຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງເຊັ່ນ: ໄພທໍາມະຊາດ, ໂລກ ລະບາດ ເກີດຂຶ້ນຢ່າງຕໍ່ເນື່ອງ, ຈະຕ້ອງວາງອອກຂໍ້ກໍານົດໃໝ່ ຫຼາຍຢ່າງ.

ພາຍໃຕ້ການນຳພາ ຂອງ ພັກ, ບັນດາອົງການຈັດຕັ້ງ ໃນກົງ ຈັກລັດ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ຍົກສູງສະຕິ ຄວາມຮັບຜິດຊອບ, ຜ່ານຜ່າຂໍ້ຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ ປັບປຸງ, ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ແລະ ກະທໍາເພື່ອຜົນປະ ໂຫຍດ ຂອງ ປະຊາຊົນ, ປະເທດຊາດ ຢູ່ສະເໝີ.


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໃຫ້ຮູ້ ວ່າ ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ຈະໃຊ້ເວລາເທ່ົ່າ ທີ່ ຄວນ ເພື່ອສົນທະນາ, ຕີລາຄາວຽກງານ ສະໄໝ ຊຸດທີ XIV ຂອງ ສະພາແຫ່ງຊາດ; ພິຈາລະນາ ບົດລາຍງານ ວຽກງານ ອາຍຸການ 2016-2021 ຂອງ ປະທານປະເທດ, ຄະນະກຳ ມະການ ປະຈຳສະພາແຫ່ງຊາດ, ລັດຖະບານ, ສະພາຊົນ ເຜົ່າ, ຄະນະກຳມະການ ສະພາແຫ່ງຊາດ, ສານປະຊາ ຊົນ ສູງສຸດ, ສະຖາບັນໄອຍະການປະຊາຊົນ ສູງສຸດ, ອົງການ ກວດສອບ ແຫ່ງລັດ. 
 


 
ໃນວາລະເປີດກອງປະຊຸມ ໃນຕອນເຊົ້າວັນ 24 ມີນາ, ສະ ຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ໄດ້ລາຍງານບົດສະຫຼຸບ ວຽກງານ ອາຍຸການ 2016-2021 ຂອງ ປະທານປະເທດ.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ລາຍງານ ບົດສະ ຫຼຸບ ວຽກງານ ອາຍຸການ 2016-2021 ຂອງ ລັດຖະບານ.

ໃນຊຸມມື້ເຮັດວຽກຕໍ່ໄປ, ສະພາແຫ່ງຊາດ ດຳເນີນການໃຫ້ສັດ ຕະຍາບັນ ພົ້ນຈາກຕຳແໜ່ງ ຮອງປະທານປະເທດ, ກຳມະ ການ ຄະນະກຳມະການປະຈຳ ສະພາແຫ່ງຊາດຈຳນວນໜຶ່ງ, ຜູ້ຮັບຜິດຊອບ ຄະນະກຳມະການ ຂອງ ສະພາແຫ່ງ ຊາດຈຳ ນວນໜຶ່ງ, ເລຂາທິການໃຫຍ່ ສະພາແຫ່ງຊາດ, ຫົວໜ້າກວດ ສອບ ບັນຊີແຫ່ງລັດ ດ້ວຍຮູບການປ່ອນບັດລັບ; ດຳເນີນການ ເລືອກຕັ້ງ ຮອງປະທານປະເທດ, ກຳມະການ ຄະນະກຳມະ ການປະຈຳ ສະພາແຫ່ງຊາດຈຳນວນໜຶ່ງ, ຜູ້ຮັບຜິດຊອບ ຄະ ນະກຳມະການ ຈຳນວນໜຶ່ງ ຂອງສະພາແຫ່ງຊາດ, ເລຂາທິ ການໃຫຍ່ສະພາແຫ່ງຊາດ, ຫົວໜ້າກວດສອບບັນຊີແຫ່ງລັດ.

ສະພາແຫ່ງຊາດໃຫ້ສັດຕະຍາບັນ ຂໍ້ສະເໜີ ການພົ້ນຕຳແໜ່ງ  ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ສະມາຊິກລັດ ຖະບານອື່ນໆ; ຮອງປະທານ, ກຳມະການ ສະພາເລືອກຕັ້ງ ແຫ່ງຊາດ; ຮອງປະທານ ແລະ ກຳມະການສະພາ ປ້ອງກັນ ຊາດ ແລະ ປ້ອງກັນຄວາມສະຫງົບ ຈຳນວນໜຶ່ງ ດ້ວຍຮູບ ການ ປ່ອນ ບັດລັບ. 
 


 

ຈາກນັ້ນ, ສະພາແຫ່ງຊາດ ໄດ້ດຳເນີນການໃຫ້ສັດຕະຍາບັນ ຂໍ້ສະເໜີ ກ່ຽວກັບການແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ ຈຳ ນວນໜຶ່ງ, ລັດຖະມົນຕີ ແລະ ສະມາຊິກອື່ນໆ ຈຳນວນໜຶ່ງ ຂອງ ລັດຖະບານ; ໃຫ້ສັດຕະຍາບັນ ບັນຊີລາຍຊື່ ຮອງປະ ທານ ແລະ ກຳມະການ ສະພາເລືອກຕັ້ງແຫ່ງຊາດ ຈຳນວນ ໜ່ຶງ; ໃຫ້ສັດຕະຍາບັນ ຮອງປະທານ ແລະ ກຳມະການ ສະ ພາ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບຈຳນວນໜຶ່ງ.

ຕອນບ່າຍວັນທີ 8 ເມສາ, ກອງປະຊຸມ ຄັ້ງທີ 11 ໄດ້ປິດ ກອງ ປະຊຸມຄັ້ງສຸດທ້າຍ ຂອງ ສະພາແຫ່ງຊາດ ຊຸດທີ XIV ຢ່າງ ເປັນທາງການ. 
 
ບົດ ແລະ ພາບ: VNA/ຂ່າວພາບຫວຽດນາມ - ແປໂດຍ: ບິກລຽນ

ພັດທະນາ ເສດຖະກິດເກາະທະເລ ແບບຍືນຍົງ

ພັດທະນາ ເສດຖະກິດເກາະທະເລ ແບບຍືນຍົງ

ໝູ່ເກາະທະເລ ແມ່ນພາກສ່ວນໜຶ່ງຂອງ ອະທິປະໄຕອັນສັກສິດ ຂອງ ປະເທດຊາດ, ເປັນພື້ນທ່ີ ເພື່ອຄວາມຢູ່ລອດ ແລະ ພັດທະ ນາ. ດ້ວຍທ່າໄດ້ປຽບ ມີຊາຍຝັ່ງທະເລຍາວ 3.260 ກມ ແລະ ມີ ເກາະ ໃຫຍ່ນ້ອຍເກືອບ 3.000 ເກາະ, ຫວຽດນາມ ໄດ້ວາງເປົ້າ ໝາຍ ກາຍເປັນ ປະເທດທີ່ເຂັ້ມແຂງທາງ ທະເລ, ຮັ່ງມີຈາກ ທະເລ ແລະ ພັດທະນາແບບຍືນຍົງ. 

Top