ໃນຕໍ່ໜ້າໃນປີ 2026, 2 ຝ່າຍສຸມໃສ່ປະຕິບັດບັນດາຖະແຫຼງການຮ່ວມ ຫວຽດນາມ - ລາວ, ຂໍ້ຕົກລົງທີ່ໄດ້ເຊັນໃນກອງປະຊຸມຄັ້ງນີ້ໃຫ້ເປັນຢ່າງດີ
ຕອນເຊົ້າວັນທີ 03 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາວ ໄດ້ເປັນປະທານກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງສອງລັດຖະບານ ຫວຽດນາມ - ລາວ ເພື່ອເປັນເອກະພາບທິດທາງ ແລະ ໜ້າທີ່ການຮ່ວມມືປີ 2026, ໄລຍະ 2026 – 2030. ພິເສດ, ຜັນຂະຫຍາຍໝາກຜົນກອງປະຊຸມຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ ເປັນລະອຽດໃນທັນທີ.
ທີ່ກອງປະຊຸມ, ໃນຕໍ່ໜ້າໃນປີ 2026, 2 ຝ່າຍສຸມໃສ່ປະຕິບັດບັນດາຖະແຫຼງການຮ່ວມ ຫວຽດນາມ - ລາວ, ຂໍ້ຕົກລົງທີ່ໄດ້ເຊັນໃນກອງປະຊຸມຄັ້ງນີ້ໃຫ້ເປັນຢ່າງດີ; ເຫັນດີເພີ່ມທະວີການເຊື່ອມຕໍ່ 2 ພື້ນຖານເສດຖະກິດ, ຊຸກຍູ້ການຮ່ວມມືລົງທຶນ - ການຄ້າ ຫວຽດນາມ - ລາວ. ໃນນັ້ນ, ສູ້ຊົນຊຸກຍູ້ວົງເງິນການຄ້າລະຫວ່າງ 2 ປະເທດໃນປີ 2026 ໃຫ້ບັນລຸລະດັບແຕ່ 10 – 15% ເມື່ອທຽບໃສ່ປີ 2025, ນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເປັນ 5 ຕື້ USD ແລະ ມຸ່ງໄປເຖິງ 10 ຕື້ USD/ປີ ໂດຍໄວ. ຈັດການສຳຫຼວດກວດກາບັນດາໂຄງການລົງທຶນຂອງ ຫວຽດນາມ ຢູ່ ລາວ; ຄົ້ນຄວ້າຜັນຂະຫຍາຍບັນດາໂຄງການມີຂອບຂະໜາດໃຫຍ່ຢູ່ ລາວ ຄື: ສ້າງມະຫາວິທະຍາໄລ ຫວຽດນາມ - ລາວ, ສູນວາງສະແດງ…
ທີ່ກອງປະຊຸມ, 2 ຝ່າຍໄດ້ລົງນາມໃນເອກະສານຫຼາຍສະບັບກຳນົດທິດການຮ່ວມມືໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)