• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ສືບຕໍ່ຫັນປ່ຽນຈາການຄຸ້ມຄອງຄວາມຄືບໜ້າໄປສູ່ການຄຸ້ມຄອງບໍລິຫານທີ່ມີໝາກຜົນລະອຽດ
  ທີ່ກອງປະຊຸມ. (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 30 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທີ່ ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກ​ອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງ​ປ​ະ​ຊຸ​ມ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ແລະ ທ່ານ ເຈິ່ນ​ເກິມ​ຕ​ູ, ຜ​ູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາງ​ພັກ.

ສະ​ຫຼຸບ​ທີ່ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ຫັນ​ປ່ຽນ​ຈາ​ການ​ຄຸ້​ມ​ຄອງ​ຄວາມ​ຄືບ​ໜ້າ​ໄປ​ສູ່​​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​​ທີ່ມີ​ໝາກ​ຜົນ​ລະ​ອຽດ, ​ແຕ່​ລະ​ໜ້າ​ທີ່​ແມ່ນຕ້ອງ​ກຳ​ນົດ​ແຈ້ງ​ບັນ​ຫາ​ທີ່​ຕ້ອງ​ແກ້​ໄຂ. ໜ້າ​ທີ່​​ຈະ​ໄດ້​ຮັບ​ຖື​ວ່າ​​ສຳ​ເລັດ​ກໍ​ຕໍ່​ເມື່ອ​ຜະ​ລິດ​ຕະ​ພັນ​ໄດ້​ນຳ​ເຂົ້າ​ໃຊ້​ການ ແລະ ສ້າງ​ເປັນ​ໝາກ​ຜົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ:

“ສຸມ​ແຫຼ່ງ​ກຳ​ລັງ​ເພື່ອ​ສ້າງ​​ເປັນຜ​ະ​ລິດ​ຕະ​ພັ​ນ​ການ​​ຕະ​ຫຼາດ ແລະ ວິ​ສ​າ​ຫະ​ກິດ​ມີ​ກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ. ແຕ່​ລະ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ້ອງ​ມີ​ຄຳ​ຕ​ອບ​ຢ່າງ​ຈະ​ແຈ້ງ​ຕໍ່​ບັນ​ດາ​ຄຳ​ຖາມ​ລະ​ອ​ຽດ​ແມ່ນ ພວກ​ເຮົາ​ພວມ​ເຮັດ​ເຕັກ​ໂນ​ໂລ​ຊີ​ໃດ, ສ້າງ​​ເປັນຜະ​ລິດ​ຕະ​ພັນ​ໃດ, ຮັບ​ໃຊ້​ຜູ້​ໃດ, ຕະ​ຫຼາດ​ໃດ​ຈະ​ນຳ​ໃຊ້ ແລະ ຜູ້​ໃດ​ຈະ​ຮັບ​ຜິດ​ຊອບ​ນຳ​ຜະ​ລິ​ດ​ຕະ​ພັນ​ນັ້ນເຂົ້າ​ຕະ​ຫຼາດ​. ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​​ຈະມີ​ຄວາມ​ໝາຍ​​ກໍ​ຕໍ່ເມື່ອ​ສ້າງ​ຄຸນ​ຄ່າ​ໃໝ່​ໃຫ້​ແກ່​ສັງ​ຄົມ, ທຸກ​ໜ້າ​ທີ່​ຄົ້ນ​ຄວ້າ​ລ້ວນ​ແຕ່​​ຕ້ອງ​ມຸ່ງໄປ​ເຖິງ​ຄວາມ​ສາ​ມາດ​​ໝູນ​ໃຊ້, ຫັນ​ເປັນ​ການ​ຄ້າ ແລະ ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ຂອງ​ທົ່ວ​ສັງ​ຄົມ”.

(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທໍ​າ ຮ່າ​ໂນ້ຍ ແທ້ໆ

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທໍ​າ ຮ່າ​ໂນ້ຍ ແທ້ໆ”

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທຳ ຮ່າ​ໂນ້ຍ ແທ້ໆ” ແມ່ນ​ຜະ​ລິດ​ຕະ​ພັນຫຼ້າ​ສຸດ ໂດຍ​ໂຮງ​ລະ​ຄອນຟ້ອນ​ລຳ ທັງ​ລອງ ໄດ້​ແນະ​ນຳ​ເຖິງ​ມະ​ຫາ​ຊົນ ໃນ​ຕອນ​ຄ່ຳ​ວັນ​ທີ 30 ກໍ​ລະ​ກົດ, ຢູ່​ໂຮງ​ລະ​ຄອນ​ຟ້ອນ​ລຳ ທັງ​ລອງ (ຮ່າ​ໂນ້ຍ). ​

Top