ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ສືບຕໍ່ຫັນປ່ຽນຈາການຄຸ້ມຄອງຄວາມຄືບໜ້າໄປສູ່ການຄຸ້ມຄອງບໍລິຫານທີ່ມີໝາກຜົນລະອຽດ
ຕອນບ່າຍວັນທີ 30 ກໍລະກົດ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ເພື່ອຜັນຂະຫຍາຍໜ້າທີ່ໃນໄລຍະຈະມາເຖິງ. ເຂົ້າຮ່ວມກອງປະຊຸມມີທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ສະຫຼຸບທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ສືບຕໍ່ຫັນປ່ຽນຈາການຄຸ້ມຄອງຄວາມຄືບໜ້າໄປສູ່ການຄຸ້ມຄອງບໍລິຫານທີ່ມີໝາກຜົນລະອຽດ, ແຕ່ລະໜ້າທີ່ແມ່ນຕ້ອງກຳນົດແຈ້ງບັນຫາທີ່ຕ້ອງແກ້ໄຂ. ໜ້າທີ່ຈະໄດ້ຮັບຖືວ່າສຳເລັດກໍຕໍ່ເມື່ອຜະລິດຕະພັນໄດ້ນຳເຂົ້າໃຊ້ການ ແລະ ສ້າງເປັນໝາກຜົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ:
“ສຸມແຫຼ່ງກຳລັງເພື່ອສ້າງເປັນຜະລິດຕະພັນການຕະຫຼາດ ແລະ ວິສາຫະກິດມີກຳລັງຄວາມສາມາດແກ່ງແຍ້ງ. ແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງມີຄຳຕອບຢ່າງຈະແຈ້ງຕໍ່ບັນດາຄຳຖາມລະອຽດແມ່ນ ພວກເຮົາພວມເຮັດເຕັກໂນໂລຊີໃດ, ສ້າງເປັນຜະລິດຕະພັນໃດ, ຮັບໃຊ້ຜູ້ໃດ, ຕະຫຼາດໃດຈະນຳໃຊ້ ແລະ ຜູ້ໃດຈະຮັບຜິດຊອບນຳຜະລິດຕະພັນນັ້ນເຂົ້າຕະຫຼາດ. ວິທະຍາສາດເຕັກໂນໂລຊີຈະມີຄວາມໝາຍກໍຕໍ່ເມື່ອສ້າງຄຸນຄ່າໃໝ່ໃຫ້ແກ່ສັງຄົມ, ທຸກໜ້າທີ່ຄົ້ນຄວ້າລ້ວນແຕ່ຕ້ອງມຸ່ງໄປເຖິງຄວາມສາມາດໝູນໃຊ້, ຫັນເປັນການຄ້າ ແລະ ຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ຂອງທົ່ວສັງຄົມ”.