ໃນຂອບເຂດກອງປະຊຸມການທູດ ຄັ້ງທີ 33, ຕອນບ່າຍວັນທີ 4 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດກອງປະຊຸມກ່ຽວກັບບັນດາອົງການຜູ້ຕາງໜ້າ ດ້ວຍຫົວຂໍ້ “ເພີ່ມທະວີການນຳພາ, ການຄຸ້ມຄອງ ແລະ ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຜູ້ຕາງໜ້າຂອງ ຫວຽດນາມ ປະຈຳຕ່າງປະເທດ”.
ທ່ານ ເລຮ່ວາຍຈູງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ທີ່ກອງປະຊຸມ (ພາບ: VNA)
ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການ ຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດຖືວ່າ: ຄວນຫັນປ່ຽນຢ່າງແຮງຈາກການລາຍງານສະພາບການ ເປັນການຄາດຄະເນສະພາບການ, ເປັນເສນາທິການ ແລະ ສ້າງນະໂຍບາຍ, ພ້ອມທັງເພີ່ມທະວີການຄົ້ນຄ້ວາລະຫວ່າງຂະແໜງ, ເຊື່ອມຕໍ່ກັບບັນດາອົງການພາຍໃນປະເທດ, ວິສາຫະກິດ, ສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ, ນັກຊ່ຽວຊານ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງແໜ້ນແຟ້ນ.
ກ່າວຄຳເຫັນຊີ້ນຳ ແລະ ສະຫລຸບກອງປະຊຸມ, ທ່ານ ເລຮ່ວາຍຈູງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ສະເໜີໃຫ້ບັນດາອົງການ ເສີມຂະຫຍາຍບົດບາດເປັນເສນາທິການກວ່າອີກ, ສ້າງ ແລະ ເຊື່ອມຕໍ່, ເປັນເຈົ້າການໃນການຮັບຮູ້ທ່າອ່ຽງ, ການຄາດຄະເນ ແລະ ສະເໜີນະໂຍບາຍແຕ່ໄວ, ແຕ່ໄກ, ຕັ້ງໜ້າລະດົມບັນດາແຫຼ່ງກຳລັງ ຈາກພາຍນອກຮັບໃຊ້ການພັດທະນາປະເທດຊາດ ແລະ ປົກປ້ອງຜົນປະໂຫຍດຂອງປະເທດຊາດ - ຂອງປະຊາຊົນ. ໃນໄລຍະຈະມາເຖິງ, ການທູດເສດຖະກິດສືບຕໍ່ໄດ້ ກຳນົດວ່າແມ່ນໜ້າທີ່ຈຸດສຸມ, ຕິດພັນກັບເປົ້າໝາຍເຕີບໂຕ 2 ຕົວເລກ, ພ້ອມທັງຍູ້ແຮງການທູດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ການທູດຫຼາຍຝ່າຍ, ການທູດວັດທະນທຳ, ວຽກງານກົງສູນ, ການປົກປ້ອງພົນລະເມືອງ ແລະ ວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.
(ແຫຼ່ງຄັດຈາກ VOV)