• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

SOM3-APEC 2017: ໄຂກອງປະຊຸມຄັ້ງທີ 2 ກຸ່ມປະຕິບັດງານສາທາລະນະສຸດ APEC

      ຕອນເຊົ້າວັນທີ 21 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ໄຂກອງປະຊຸມຄັ້ງທີ 2 ຂອງກຸ່ມປະຕິບັດງານສາທາລະນະສຸກ APEC (HWG 2), ໃນຂອບເຂດໂຄງການກອງປະຊຸມ ບັນດາເຈົ້າໜ້າທີ່ອາວຸໂສຄັ້ງທີ 3A (SOM 3) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

ຜູ້ແທນກ່າວຄ້ຳເຫັນທີ່ກອງປະຊຸມ
      ໃນວັນທີ 21 -22 ສິງຫາ, ບັນດາເຈົ້າໜ້າທີ່ APEC ແລະ ບັນດາຜູ້ແທນເຂົ້າຮ່ວມ HWG 2 ຈະກວດກາຄືນວິວັດທະນາການປະຕິບັດ “ເພື່ອອາຊີ - ປາຊີຟິກ ເຂັ້ມແຂງ ຮອດປີ 2020”, ທີ່ໄດ້ຮັບການຮັບຮອງເອົາໃນປີ 2015; ພ້ອມທັງສ້າງ ແລະ ຮັບຮອງເອົາຊຸດດັດຊະນີການຕີລາຄາການປະຕິບັດວິວັດທະນາການ “ເພື່ອອາຊີ - ປາຊີຟິກ ເຂັ້ມແຂງ ຮອດປີ 2020”.
        ບັນດາຜູ້ແທນກໍ່ໄດ້ປຶກສາຫາລືເພື່ອເປັນເອກະພາບໃນການສ້າງຮ່າງຖະແຫຼງການຮ່ວມ APEC ກ່ຽວກັບສາທາລະນະສຸກ ເພື່ອຍື່ນສະເໜີຕໍ່ກອງປະຊຸມຂັ້ນສູງທີ 7 ກ່ຽວກັບເສດຖະກິດ ແລະ ສາທາລະນະສຸກ… ທ່ານນາງ ເຈີ່ນທິຢ້າງເຮືອງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:
        ບັນດາເນື້ອໃນປຶກສາຫາລື ໄດ້ສຸມໃສ່ໃນການນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນທີ່ສະຫງວນໃຫ້ຂະແໜງສາທາລະນະສຸກ, ພິເສດ, ແມ່ນສຸມໃສ່ເບິ່ງແຍງດູແລສຸຂະພາບຂັ້ນຕົ້ນໂດຍອີງໃສ່ປະຊາຄົມ, ເພື່ອຮັບມືກັບສະພາບການພະຍາດເກີດຂຶ້ນໃໝ່. ຕົວຢ່າງຄື ສະພາບການພະຍາດບໍ່ຕິດແປດເພີ່ມຂຶ້ນ, ອັດຕາພົນລະເມືອງມີອາຍຸສູງເພີ່ມຂຶ້ນຢູ່ບັນດາພື້ນຖານເສດຖະກິດ APEC”
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top