• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

SOM 2 APEC: ບັນດາຜູ້ແທນຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ

      ກອງປະຊຸມຄັ້ງທີ 2 ບັນດາເຈົ້າໜ້າທີ່ອາວຸໂສ (SOM 2) ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ຈັດວາລະອັດໃນຕອນເຊົ້າວັນທີ 18 ພຶດສະພາ. ໃນມື້ເຮັດວຽກສຸດທ້າຍ, ບັນດາຜູ້ແທນສືບຕໍ່ແລກປ່ຽນກ່ຽວກັບວິວັດທະນາການສ້າງວິໄສທັດຂອງ APEC ຮອດປີ 2020 ແລະ ອະນາຄົດຫຼັງປີ 2020.
ພາບປະກອບ
      ໃນຊຸມວັນດຳເນີນເຫດການ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ສະເໜີບັນດາຂໍ້ລິເລີ່ມສຳຄັນ, ໃນນັ້ນມີຂໍ້ສະເໜີກ່ຽວກັບການຮັບປະກັນການພັດທະນາແບບກວມລວມໃນຂົງເຂດເສດຖະກິດ, ການເງິນ ແລະ ສັງຄົມ. ທ່ານນາງ Mari Elka Pangestu, ອະດິດລັດຖະມົນຕີການຄ້າ ອີນໂດເນເຊຍ, ຖືວ່າ:
        ຂ້າພະເຈົ້າເຫັນວ່າ ຫວຽດນາມ ໄດ້ປະຕິບັດຈາກການກະກຽມຕະຫຼອດຮອດບັນດາການສະເໜີເນື້ອໃນທີ່ກອງປະຊຸມ APEC ຄັ້ງນີ້ເປັນຢ່າງດີທີ່ສຸດ. ໃນນັ້ນ ຂ້າພະເຈົ້າມີຄວາມປິຕິຊົມຊືນເມື່ອໄດ້ເຂົ້າຮ່ວມການສົນທະນາແບບຫຼາຍຝ່າຍ. ປີນີ້, ພວກເຮົາໄດ້ປຶກສາຫາລືວິໄສທັດຂອງ 3 ປີຈະມາເຖິງໃນການປະຕິບັດບັນດາຄາດໝາຍ Bogor ແລະ ສ້າງວິໄສທັດ APEC ຫຼັງປີ 2020. ນີ້ແມ່ນບັນດາເນື້ອໃນສຳຄັນ ແລະ ພວກເຮົາລໍຖ້າການປະກອບສ່ວນຫຼາຍທີ່ສຸດຂອງ ຫວຽດນາມ ໃນຍຸດທະສາດແຫ່ງການເຄື່ອນໄຫວ 3 ປີຈະມາເຖິງ ແລະ ຊຸມປີຕໍ່ໄປ.
        ບັນດາໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມ SOM 2 ຄັ້ງນີ້ໄດ້ສະແດງໃຫ້ເຫັນ ຄວາມຕັດສິນໃຈຂອງ APEC ໃນການສືບຕໍ່ນຳ APEC ກາຍເປັນພາກພື້ນນຳໜ້າຂອງເສດຖະກິດໂລກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top