• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Petrovietnam ໄດ້ໂອນເງິນ 400 ຕື້ດົ່ງ ເຂົ້າໃນກອງທຶນ ວັກຊີນ ປ້ອງກັນ, ສະກັດກັ້ນການແຜ່ລະບາດໂຄວິດ-19

      ຕາມກຸ່ມບໍລິສັດ ນໍ້າມັນ ອາຍແກັສ ຫວຽດນາມ (Petrovietnam), ເງິນ ຈຳນວນ 400 ຕື້ດົ່ງ ໄດ້ຖືກໂອນເຂົ້າກອງທຶນ ວັກຊີນ ປ້ອງ ກັນ, ສະກັດກັ້ນການແຜ່ລະບາດໂຄວິດ-19.
      ກ່ອນໜ້ານີ້, ໃນພິທີເປີດຕົວ ແລະ ຮັບການບໍລິຈາກ, ສະໜັບສະ ໜູນ ຈາກບຸກຄົນ, ຫົວໜ່ວຍ, ອົງການ ແລະ ວິສາຫະກິດ ໃຫ້ ກອງທຶນວັກຊີນ ປ້ອງກັນ, ສະກັດກັ້ນ ການແຜ່ລະບາດ ໂຄວິດ-19, ທ່ານ ຮວ່າງກວັກເວື້ອງ, ເລຂາຄະນະພັກ, ປະທານສະພາ ບໍລິຫານ Petrovietnam ໄດ້ມອບເງິນ ຈຳນວນ 400 ຕື້ດົ່ງ ເພື່ອ ປະກອບສ່ວນ ເຂົ້າໃນການສ້າງກອງທຶນ ວັກຊີນປ້ອງກັນ ສະກັດ ກັ້ນ ການແຜ່ລະບາດໂຄວິດ -19. ມາຮອດປັດຈຸບັນ, ຈຳນວນ ເງິນດັ່ງກ່າວ Petrovietnam ໄດ້ໂອນເຂົ້າບັນຊີ ຂອງກອງທຶນແລ້ວ.

ກວດກາ ການແຈ້ງທາງການແພດ ແລະ ອຸ່ນຫະພູມຮ່າງກາຍ ໃຫ້ ຄົນງານກຸ່ມບໍລິສັດນໍ້າມັນອາຍແກັສ
ກ່ອນເຂົ້າໄປ ໃນເຂດສັກ ວັກ ຊີນ. ພາບ: ຫາຍອ໋ຽນ

 
      ນີ້ແມ່ນຈຳນວນເງິນ ທີ່ຖືກຫັກ ຈາກຄ່າໃຊ້ຈ່າຍ ຂອງບໍລິສັດແມ່ - ກຸ່ມບໍລິສັດ ນໍ້າມັນອາຍແກັສ ຫວຽດນາມ ແລະ ບັນດາຫົວໜ່ວຍ ສະມາຊິກ.
      ດ້ວຍຈິດໃຈຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມຮັບຜິດຊອບຕໍ່ຊຸມຊົນ, ຮ່ວມແຮງຮ່ວມໃຈກັບພັກ, ລັດ ແລະ ປະຊາຊົນ ໃນທົ່ວປະເທດ ໃນການປ້ອງກັນ, ສະກັດກັ້ນ ການແຜ່ລະບາດ ຂອງ ເຊື້ອໂຄວິດ-19, Petrovietnam ໄດ້ຕັ້ງໜ້າຮ່ວມມື ກັບ ລັດຖະບານ ແລະ ປະຊາຊົນທົ່ວປະເທດ ແກ້ໄຂການແຜ່ລະບາດ ຂອງ ພະຍາດດັ່ງກ່າວຢ່າງໄວວາ, ເພື່ອ ເປົ້າໝາຍສູງສຸດ ແມ່ນຮັກສາ ສະພາບແວດລ້ອມ ທີ່ປອດໄພ ໃຫ້ແກ່ປະຊາຊົນ, ຮັກສາການຜະລິດ, ປະກອບສ່ວນຮັບປະກັນ ການປະຕິບັດ "ເປົ້າໝາຍຄູ່" ຄືທັງປ້ອງກັນ, ສະກັດກັ້ນ ການແຜ່ລະບາດເຊື້ອໂຄວິດ-19 ຢ່າງມີ ປະສິດທິຜົນ, ທັງພັດທະນາເສດຖະກິດ-ສັງຄົມ. ໄລ່ມາຮອດປັດຈຸບັນ, ບັນດາການເຄື່ອນໄຫວຊ່ວຍເຫຼືອ ຂອງ ກຸ່ມບໍລິສັດ ແລະ ບັນດາຫົວໜ່ວຍ ສະມາຊິກ ໃນການປ້ອງກັນ ສະກັດກັ້ນເຊື້ອ ໂຄ ວິດ-19 ແມ່ນກວ່າ 500 ຕື້ດົ່ງ.
      ໃນສະພາບການແຜ່ລະບາດ ໂຄວິດ-19 ກໍາລັງຜັນແປໄປ ຢ່າງ ສັບສົນ, ດ້ວຍຄວາມຕັດສິນໃຈ ຮັບປະກັນ ຄວາມປອດໄພຢ່າງ ແທ້ຈິງ, ບໍ່ເຮັດໃຫ້ການຜະລິດ ແລະ ດຳເນີນທຸລະກິດ ຖືກຂາດ ບັ້ນຂາດຕອນ, ຕິດຕາມການຊີ້ນຳຢ່າງໃກ້ຊິດ ຂອງສູນກາງ, ລັດ ຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງ, Petrovietnam ໄດ້ ອອກວິທີການແກ້ໄຂສະເພາະ, ເປັນເຈົ້າການກວດຄືນ, ທົບທວນ ຄືນແຜນການ, ແຜນດຳເນີນການປ້ອງກັນ, ສະກັດກັ້ນການ ແຜ່ ລະບາດ ຢ່າງລະອຽດ. ຜ່ານນັ້ນກວດກາ ການແຜ່ລະບາດ ເປັນ ຢ່າງດີ, ຮັກສາຄວາມເປັນປົກກະຕິ ແລະ ຄວາມປອດໄພ ຂອງ ການຜະລິດ ແລະ ດຳເນີນທຸລະກິດ. Petrovietnam ແລະ ບັນດາ ຫົວໜ່ວຍສະມາຊິກ ກຳລັງເປັນເຈົ້ການ ປະສານສົມທົບ ກັບບັນ ດາກະຊວງ,  ຂະແໜງການ, ສະຖານທີ່ການແພດ ເພື່ອຜັນຂະ ຫຍາຍການສັກວັກຊີນປ້ອງກັນ ເຊື້ອ ໂຄວິດ-19 ໃຫ້ພະນັກງານ ທຸກຄົນໃນກຸ່ມ. ໃນອະນາຄົດອັນ ໃກ້ນີ້, ໄລ່ມາຮອດວັນທີ 21 ມິຖຸ ນາ 2021, Petrovietnam ໄດ້ຈັດຕັ້ງການສັກ ວັກຊີນ ປ້ອງກັນ ເຊື້ອໂຄວິດ-19 ສອງ ໃຫ້ຄົນງານ ຂອງ ກຸ່ມບໍລິສັດ ນໍ້າມັນ ອາຍ ແກັສ ລວມ 2.450 ຄົນ.
ປະຕິບັດໂດຍ: ຫາຍອ໋ຽນ - ແປໂດຍ: ບິກລຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top