• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

OANA 44: ຢືນຢັນຖານະບົດບາດ ສຳນັກຂ່າວສານແຫ່ງຊາດ

ກອງປະຊຸມຄະນະ ບໍລິຫານງານ ອົງການຈັດຕັ້ງ ບັນດາ ສຳນັກ ຂ່າວສານພາກພື້ນ ອາຊີ- ປາຊີຟິກ (OANA) ຄັ້ງທີ 44 ໂດຍສຳ ນັກຂ່າວສານ ຫວຽດນາມ (VNA) ເປັນເຈົ້າພາບ ຫາກໍໄດ້ຮັບການຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ ດ້ວຍຫົວເລື່ອງ “ເພື່ອພື້ນ ຖານໜັງສືພິມ ເປັນມືອາຊີບ ແລະ ປະດິດສ້າງ”. ຜົນສຳເລັດ ຂອງ ເຫດການນີ້ ສືບຕໍ່ຢັ້ງຢືນ ແລະ ເສີມຂະຫຍາຍ ບົດບາດ ຂອງ VNA ບົນເວທີປາໄສ ຫຼາຍຝ່າຍ, ປະກອບສ່ວນໂຄສະນາເຜີຍແຜ່ ຮູບພາບ ຫວຽດນາມ ຕໍ່ເພື່ອນມິດສາກົນ.  
ໃນພິທີປິດກອງປະຊຸມ, ເລຂາທິການໃຫຍ່ ອົງການຈັດຕັ້ງ ບັນດາ ສຳນັກຂ່າວສານພາກພື້ນ ອາຊີ-ປາຊີຟິກ (OANA) ໄດ້ປະກາດ ຢ່າງເປັນທາງການ ເຈົ້າຂອງ “ລາງວັນດີເດັ່ນ ດ້ານຄຸນນະພາບ ສຳນັກຂ່າວສານ” ຂອງ OANA ແມ່ນສະຫງວນໃຫ້ແກ່ ສຳນັກ ຂ່າວສານ ຫວຽດນາມ (VNA) ແລະ ສຳນັກຂ່າວສານ ຊິນຮົວ ໄດ້ ຮັບຄະແນນສຽງເລືອກຕັ້ງ 28 ສຽງ ຈາກບັນດາ ສຳນັກຂ່າວສານ ໃນຄະນະບໍລິຫານງານ, VNA ກັບການໝູນໃຊ້ Chatbot ຂອງ ສື່ເອເລັກໂຕຣນິກ VietnamPlus ແລະ ຊິນຮົວ ກັບໂຄງການພື້ນ ຖານໜັງສືພິມ ໂດຍອີງໃສ່ AI Media Brain ຄວ້າໄດ້ລາງວັນ ທີໜ່ຶງ.
ກ່າວປາໄສ ໃນການຕ້ອນຮັບ ບັນດາ ຄະນະສຳນັກຂ່າວສານ ທີ່ ມາເຂົ້າຮ່ວມກອງປະຊຸມ ຄະນະບໍລິຫານງານ ອົງການຈັດຕັ້ງ ບັນ ດາ ສຳນັກຂ່າວສານພາກພື້ນ ອາຊີ- ປາຊີຟິກ (OANA) ຄັ້ງທີ 44 ທີ່ ຮ່າໂນ້ຍ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງ ຫົວເລື່ອງ ແລະ ບັນດາບັນຫາສະເພາະ ໃນຂອບເຂດກອງປະຊຸມ ໂດຍກ່າວວ່າ ນີ້ແມ່ນ ບັນດາເນື້ອໃນ ທີ່ມີລັກສະນະສະຖານະ ການສູງ ໃນສະພາບແວດລ້ອມ ການສື່ຂ່າວສາກົນ ມີການຜັນແປ ຢ່າງ ສັບສົນ ຄືປັດຈຸບັນ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ວ່າ ໜັງສືພິມ, ພິເສດ ບັນດາສຳນັກຂ່າວສານ ແມ່ນມີບົດບາດສຳຄັນ ທີ່ໄດ້ປະກອບ ສ່ວນ ຊ່ວຍຊຸກຍູ້ ການພັດທະນາຂອງສັງຄົມ, ເພີ່ມທະວີຄວາມ ສາມັກຄີ, ມິດຕະພາບລະຫວ່າງບັນດາຊົນຊາດ, ສ້າງສັນຕິພາບ ຢູ່ໃນໂລກ. ນາຍົກລັດຖະມົນຕີ ເນັ້ນໜັກວ່າ ໃນຍຸກດີຈີຕອນ, ໜັງສືພິມ ຕ້ອງ ຫັນເປັນທັນສະໄໝ ວິທີການລາຍງານຂ່າວ, ຜະ ລິດຂ່າວ.

ກ່ອນນັ້ນ, ໃນບົດກ່າວປາໄສສະແດງຄວາມຊົມເຊີຍ, ຮອງນາຍົກ ລັດຖະມົນຕີ ຫວູດຶກດາມ ໄດ້ຕີລາຄາສູງ ຕໍ່ຫົວເລື່ອງ ຂອງ ກອງ ປະຊຸມ ແລະ ເນັ້ນໜັກວ່າ ພື້ນຖານໜັງສືພິມ ເປັນມືອາຊີບ ແລະ ປະດິດສ້າງ ຈະດຶງດູດໃຈ ທ່ານຜູ້ອ່ານ ແລະ ຜູ້ຟັງ, ປັບປຸງຄວາມ ເຊື່ອໝັ້ນ ຂອງ ມະຫາຊົນ, ພິເສດແມ່ນ ໃນ ສະພາບແວດລ້ອມ ຂ່າວປອມ ກຳລັງເຮັດໃຫ້ ສັງຄົມ ເສຍຄວາມເຊື່ອໝັ້ນ ຕໍ່ສື່ມວນ ຊົນ.

ຮອງນາຍົກລັດຖະມົນຕີໄດ້ ຢືນຢັນວ່າ ຊຸກຍູ້ ເຄື່ອນໄຫວ ໜັງສື ພິມ ຕາມທິດປະດິດສ້າງ ທັງເປັນມືອາຊີບ ຈະເພີ່ມ ກຳລັງແຮງ ໃຫ້ແກ່ ບັນດາ ອົງການຈັດຕັ້ງໜັງສືພິມ ປະຕິບັດ ພາລະໜ້າທີ່ ສະໜອງ ຂໍ້ມູນຂ່າວສານ ຢ່າງຊັດເຈນ, ໄດ້ມາດຕະຖານ, ປະ ກອບສ່ວນ ຊຸກຍູ້ສັງຄົມມີການພັດທະນາ, ສ້າງສັນຕິພາບ ແລະ ປອງດອງ. 

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ຫົວໜ້າຄະນະບັນ ດາ ສຳນັກຂ່າວສານ ທີ່ເຂົ້າຮ່ວມ ກອງປະຊຸມຄະນະບໍລິຫານງານ
ອົງການຈັດຕັ້ງບັນດາ ສຳນັກຂ່າວສານພາກພື້ນອາຊີ- ປາຊີຟິກ (OANA) ຄັ້ງທີ 44. ພາບ: ຖົ໋ງເຍິດ/VNA

 
ຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ຫົວໜ້າຄະນະ ບັນດາສຳນັກຂ່າວສານ ທີ່ເຂົ້າຮ່ວມກອງປະຊຸມ OANA 44
ຖ່າຍຮູບຮ່ວມກັນ. ພາບ: VNA

ພາບລວມໃນກອງປະຊຸມເວທີ ສົນທະນາ. ພາບ: VNA
 
ທ່ານ ເລກວກມິງ, ຮອງຜູ້ອຳນວຍການໃຫຍ່ VNA ສະເໜີບົດປະ ກອບຄວາມເຫັນ : “ຍາດເອົາຄວາມເຊື່ອໝັ້ນຄືນມາໃຫ້ແກ່
ສື່ຂ່າວ ແລະ ໜັງສືພິມທາງການ”. ພາບ: ຢວ໊ານເຕິນ/VNA


ບັນດາຜູ້ແທນແລກປ່ຽນຄຳຄິດຄຳເຫັນ ໃນເວລາພັກຜ່ອນ ທີ່ກອງປະຊຸມ. 
 
ທ່ານ ຫງວຽນດຶກເລີ້ຍ ຜູ້ອຳນວຍການໃຫຍ່ VNA ແລະ ຜູ້ອຳ ນວຍການ ສຳນັກຂ່າວສານແຫ່ງລັດ UAE
ລົງນາມໃນເອກະ ສານ ວ່າດ້ວຍການຮ່ວມມື ຢູ່ນອກກອງປະຊຸມ. ພາບ: VNA
 
ຮອງນາຍົກລັດຖະມົນຕີ ຫວູດຶກດາມ ພ້ອມກັບບັນດາຜູ້ແທນ ຊົມງານວາງສະແດງຮູບຖ່າຍ ບັນດາສຳນັກຂ່າວສານ
ສະມາຊິກ OANA ຢູ່ນອກກອງປະຊຸມ. ພາບ: VNA


ທ່ານນາງ ຫວູຫວຽດຈາງ, ຮອງຜູ້ອຳນວຍການໃຫຍ່ VNA ແນະ ນຳ ກັບບັນດາຜູ້ແທນ ກ່ຽວກັບໜ້າເວັບ ຂອງ VNA
ກ່ຽວກັບ ກອງປະຊຸມ OANA 44. ພາບ: ຢວ໊ານເຕິນ/VNA

 
ກອງປະຊຸມຄະນະ ບໍລິຫານງານ OANA ຄັ້ງທີ 44 ເຕົ້າໂຮມຜູ້ແທນສາກົນ, ຜູ້ນຳ ບັນດາສຳນັກຂ່າວສານ
ທີ່ຊົງອິດທິພົນໃນພາກພື້ນ ກວ່າ 40 ທ່ານ. ພາບ: VNA



ເນື່ອງໃນໂອກາດ ກອງປະຊຸມ OANA 44 ໄດ້ຈັດຂຶ້ນຢູ່ ນະຄອນ ຫຼວງ ຮ່າໂນ້ຍ, ໃນວັນທີ 19 ເມສາ 2019, ຄະນະກຳມະການປະຊາຊົນ
ນະຄອນ ຮ່າໂນ້ຍ ໄດ້ຈັດງານລ້ຽງຮັບຮອງ ຂຳ່ນັບຮັບຕ້ອນ ບັນດາ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.  ພາບ: VNA


ທ່ານ ຫງວຽນດຶກລອງ ປະທານຄະນະກຳມະການປະຊາຊົນ ແຂວງ ກວາງນິງ ມອບຂອງຂວັນໃຫ້ແກ່ ບັນດາສຳນັກຂ່າວສານ
ທີ່ເຂົ້າຮ່ວມ ກອງປະຊຸມ OANA 44. ພາບ: ມິງກວ໋ຽດ/VNA

ບັນດາ ຜູ້ແທນເຂົ້າຢ້ຽມຊົມ ຖຳ້ທຽນກຸງ, ແຂວງ ກວາງນິງ. ພາບ: VNA
ການຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມ ກອງປະຊຸມ OANA 44 ສ້າງຄວາມປະທັບໃຈໃຫ້ຜູ້ແທນສາກົນ ທີ່ເຂົ້າຮ່ວມກອງ ປະ ຊຸມ. ພາບ: VNA

ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານ ຫງວຽນດຶກເລີ້ຍ, ຜູ້ອຳ ນວຍການໃຫຍ່ VNA ໄດ້ເນັ້ນໜັກ ເຖິງບົດບາດ ນັບມື້ນັບ ມີ ຄວາມສຳຄັນ ຂອງ ບັນດາ ສຳນັກຂ່າວສານ ໃນໜ້າທີ່ ສະໜອງ ຂໍ້ມູນຂ່າວສານທີ່ເປັນບໍ່ເກີດ ໃຫ້ແກ່ ບັນດາອົງການໜັງສືພິມ ໃນ ສະພາບແວດລ້ອມ ໜັງສືພິມ ທາງການ ແລະ ສື່ມວນຊົນ ສັງຄົມ ກຳລັງ ຢູ່ໃນ ສະພາບແວດລ້ອມການແກ່ງແຍ້ງແຂ່ງຂັນ ຢ່າງດຸ ເດືອດ ທີ່ບໍ່ເຄີຍມີມາກ່ອນ.

ຜູ້ອຳນວຍການໃຫຍ່ VNA ໄດ້ເນັ້ນໜັກ ນີ້ແມ່ນໜຶ່ງໃນບັນດາຂໍ້ອ້າງ ເພື່ອຄະນະເລຂາ OANA ແລະ VNA ຕົກລົງກັນເລືອກຫົວເລື່ອງ: “ເພື່ອພື້ນຖານ ໜັງສືພິມ ທີ່ເປັນມືອາຊີບ ແລະ ປະດິດ ສ້າງ” ໃຫ້ແກ່ກອງປະຊຸມຄະນະບໍລິຫານງານ OANA ຄັ້ງທີ 44 ທີ່ ຮ່າໂນ້ຍ.

ສັງເກດກ່ຽວກັບເນື້ອໃນ ແລະ ຫົວເລື່ອງກອງປະຊຸມ, ທ່ານ Kakuya Ogata, ຜູ້ຮັບຜິດຊອບ ການພົວພັນສາກົນ ສຳນັກຂ່າວ ສານ Kyodo (ຍີ່ປຸ່ນ) ໃຫ້ຮູ້ວ່າ VNA ໄດ້ເລືອກເຟັ້ນ ບັນດາ ບັນ ຫາສຳຄັນ ທີ່ກ່ຽວພັນເຖິງ ຂ່າວປອມ ແລະ ບັນດາ ສິ່ງທ້າທາຍ ທ່ີ ບັນດາສຳນັກຂ່າວສານ ກຳລັງຮັບມື. ນີ້ກໍແມ່ນ ບັນຫາ ທີ່ ໃຫຍ່ ຫຼວງ ຕໍ່ສຳນັກຂ່າວສານ Kyodo. ກອງປະຊຸມເປັນໂອກາດ ເພື່ອ ໃຫ້ ບັນດາສຳນັກຂ່າວສານ ພ້ອມກັນໃຫ້ຄວາມຄິດເຫັນ ແລະ ພິ ຈາລະນາ. ແຜນການ ຂອງ ກອງປະຊຸມ ແມ່ນສອດຄ່ອງ ກັບສະ ພາບການ ໃນປັດຈຸບັນ. ໃນກອງປະຊຸມເວ ທີສົນທະນາ, ບັນດາ ສຳນັກຂ່າວສານ ໄດ້ພ້ອມກັນແບ່ງປັນ ວິທີການຊີ້ນຳ ແລະ ປະ ສົມປະສານ ທີ່ກ່ຽວຂ້ອງ ເຖິງບັນດາການ ເຄື່ອນໄຫວ ຂອງ ກອງ ປະຊຸມ ຄະນະບໍລິຫານງານ OANA.

ທ່ານ Mikhail Gusman ຮອງຜູ້ອຳນວຍການທີໜ່ຶງສຳນັກຂ່າວ ສານແຫ່ງສະຫະພັນລັດເຊຍ TASS ໄດ້ໃຫ້ຂໍ້ສັງເກດວ່າ ບັນຫາຂ່າວປອມ ກຳລັງເປັນໄພອັນຕະລາຍ ຊຶ່ງບັນດາສຳນັກຂ່າວສານ ກຳລັງປະເຊີນໜ້າ. ທ່ານ Mikhail Gusman ໄດ້ຮຽກຮ້ອງໃຫ້ບັນ ດາ ສະມາຊິກ OANA ຈົ່ງພ້ອມກັນປະສານສົມທົບ ຕ້ານໄພຂ່າວປອມ, ຜ່ານນັ້ນຢືນຢັນຖານະບົດບາດ ສະໜອງສື່ຂ່າວເປັນທາງການ, ຊື່ຕົງ ແລະ ພາວະວິໄສ.

ຄຽງຂ້າງນັ້ນ, ໃນຖານະເປັນຜູ້ຈັດຕັ້ງ ເຫດການສາກົນສຳຄັນ ທີ່ດຶງດູດຄວາມສົນໃຈ ຂອງ ບັນດານັກຂ່າວ ທີ່ມີຊື່ສຽງຫຼາຍຄົນ ໃນພາກພື້ນ. VNA ໄດ້ ຕັ້ງໜ້າປະສານສົມທົບກັບ ຄະນະກຳມະ ການ ປະຊາຊົນ ນະຄອນ ຮ່າໂນ້ຍ, ແຂວງ ກວາງນິງ ແລະ ບັນດາກົມກອງທີ່ກ່ຽວຂ້ອງ ເພື່ອໂຄສະນາເຜີຍແຜ່ ຮູບພາບປະເທດຊາດ ແລະ ຜູ້ຄົນ ຫວຽດນາມ ກັບເພື່ອນມິດສາກົນ. ບັນດາສະມາຊິກເຂົ້າຮ່ວມກອງປະຊຸມ ໄດ້ມີໂອກາດໄປຢ້ຽມຢາມ ຮ່າໂນ້ຍ, ຢ້ຽມ ຢາມ ອ່າວຮ້າລອງ-ມໍລະດົກທຳມະຊາດຂອງໂລກ, ຊີມບັນດາລາຍການອາຫານ ທີ່ເປັນເອກະລັກ ຂອງ ຮ່າໂນ້ຍ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ.

ສະແດງຄວາມຮັກແພງ ຕໍ່ນະຄອນຫຼວງ ຮ່າໂນ້ຍ ແລະ ຄວາມ ສວຍງາມ ຂອງປະເທດຊາດ ຫວຽດນາມ, ທ່ານ Maxim Minchev, ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ ແຫ່ງຊາດ BTA (ບູນກາຣີ) ກ່າວວ່າ ປະຈຸບັນ, ບໍ່ພຽງແຕ່ ຮ່າໂນ້ຍ ເທ່ົານັ້ນ ແຕ່ ຫວຽດນາມ ນັບມື້ກາຍເປັນສະຖານທີ່ພິເສດ ຂອງໂລກ. ກອງປະຊຸມ OANA 44 ໄດ້ມີການກະກຽມເປັນຢ່າງດີ, ສ່ວນເນື້ອໃນຂອງການ ພິຈາລະນາ ມີຄວາມໝາຍສຳຄັນ ກັບທຸກສຳນັກຂ່າວສານ. ສິ່ງດັ່ງກ່າວໄດ້ປະກອບສ່ວນໂຄ ສະນາເຜີຍແຜ່ ໃຫ້ພາບພົດ ແລະ ຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ.

“ວຽກງານການກະກຽມໃຫ້ແກ່ກອງປະຊຸມຄັ້ງນີ້ແມ່ນສຸດທີ່ດີເດັ່ນ. ຜູ້ຄົນຫວຽດນາມ ເຕັມໄປດ້ວຍຄວາມມິດຈິດມິດໃຈ. VNA ໄດ້ຈັດຕັ້ງເຫດການນີ້ ປະ ສົບຜົນສຳເລັດ. ພວກຂ້າພະເຈົ້າ ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ເຖິງ VNA…”. 
(ທ່ານ Kakuya Ogata, ຜູ້ຮັບຜິດຊອບການພົວພັນສາກົນ ສຳນັກຂ່າວສານ Kyodo (ຍີ່ປຸ່ນ).

ບົດ: VNP ສັງລວມ - ພາບ: VNA

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top