• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

Novaland - ວິສາຫະກິດ ອະສັງຫາລິມະຊັບ ທີ່ມີຄວາມ ໄວ້ວາງໃຈ ຢູ່ ຫວຽດນາມ

ໄດ້ຜ່ານໄລຍະຫຍຸ້ງຍາກທີສຸດ ຂອງຕະຫຼາດອະສັງຫາລິມະຊັບ ກັບໂຄງການລົງທຶນ ດ້ວຍກ້ອນເງິນ ຫຼາຍຮ້ອຍລ້ານ ໂດລາສະ ຫະລັດ, ກຸ່ມບໍລິສັດ Novaland ໄດ້ຢືນຢັນ ເຄື່ອງໝາຍການ ຄ້າທີ່ໄວ້ວາງໃຈ ແລະ ມີບົດບາດ ຢູ່ແຖວໜ້າ ໃນບັນດາວິສາ ຫະກິດ ອະສັງຫາລິມະຊັບ ຢູ່ນະຄອນ ໂຮ່ຈີມິນ.
ໄດ້ຮັບການສ້າງຕັ້ງໃນວັນທີ 18 ກັນຍາ 1992 ດ້ວຍຊື່ເອີ້ນ ໃນ ເບື້ອງຕົ້ນວ່າ ບໍລິສັດ ແທ່ງເຍີນ. ໃນຂະບວນວິວັດແຫ່ງການ ຂະ ຫຍາຍຕົວມາເປັນເວລາ 24 ປີຂອງຕົນ, ກຸ່ມບໍລິສັດ Novaland (Novaland Group) ເທື່ອລະກ້າວ ໄດ້ສ້າງຊື່ສຽງ ຈົນກາຍ ເປັນ ໜຶ່ງໃນຫຼາຍບໍລິສັດ ຊົງອິດທິພົນ ໃນຂົງເຂດການລົງທຶນ ແລະ ພັດທະນາອະສັງຫາລິມະຊັບ ລວມຍອດມູນຄ່າ ການລົງ ທຶນ ກວ່າ 5.200 ຕື້ດົ່ງ (ໄລ່ມາຮອດປີ 2016).

ໃນຊ່ວງໄລຍະເວລາ ເກີດວິກິດການອະສັງຫາລິມະຊັບ (ເມື່ອ ປີ 2008), Novaland ຍັງໄດ້ສ້າງຂີດໝາຍຂອງຕົນ ດ້ວຍໂຄງ ການ Sunrise City ລວມມູນຄ່າການລົງທຶນທັງໝົດເກືອບ 500 ລ້ານໂດລາສະຫະລັດ. ນີ້ແມ່ນເຂດປະສົມ ອາພາດເມັນ-ຫ້ອງການ- ບໍລິການ ລວມມີຕຶກອາຄານ 12 ຫຼັງ, ສູງ 31-35 ຊັ້ນ ກັບ 2000 ອາພາດເມັນ, ໄດ້ຮັບການກໍ່ສ້າງຢູ່ໃນເນື້ອ 51.000 ແມັດມົນທົນ. ຜົນສຳເລັດຂອງໂຄງການນີ້ ບໍ່ພຽງແຕ່ ນຳມາໃຫ້ແກ່ນັກທ່ອງທ່ຽວ ງາມດີ ແລະ ໄດ້ມາດຕະຖານ ສາກົນເທົ່ານັ້ນ ຫາກຍັງນຳມາຊຶ່ງຊື່ສຽງ ໃຫ້ແກ່ ເຄື່ອງໝາຍ ການຄ້າ Novaland ອີກດ້ວຍ.


ປັດຈຸບັນ, ກຸ່ມບໍລິສັດ Novaland ເປັນໜ່ຶງໃນຫຼາຍ ເຄື່ອງໝາຍ ການຄ້າ ດຳເນີນທຸລະກິດອະສັງຫາລິມະຊັບ ທີ່ໄວ້ວາງໃຈ ແລະ ເປັນມືອາຊີບ. 


ມູນໜຶ່ງເຂດຕົວເມືອງ Lakeview City ຂອງ Novaland ຢູ່ເມືອງ 2 (ນະຄອນໂຮ່ຈີມິນ), ກໍ່ສ້າງບົນເນື້ອທີ່ດິນ ກວ່າ 30 ເຮັກຕາ,
ໃນນັ້ນເນື້ອທີ່ປູກຕົ້ນໄມ້ ແລະ ກິດຈະກຳ ສ່ວນລວມ ກວມ ກວ່າ 60%.



ບັນດາເຂດຄອນໂດມີນຽມຂັ້ນສູງຂອງ Novaland ລ້ວນແຕ່ ໄດ້ຈັດວາງສະຖານທີ່ການບໍລິການທີ່ສະດວກຄື:
ສະລອຍນ້ຳ, ຫ້ອງຢີມ, ຫ້ອງຮົ່ມຢາ, ຮ້ານອາຫານ ແລະ ຮ້ານຂາຍຢາ. 



ຫ້ອງຮັບປະທານອາຫານ ຢູ່ອາພາດເມັນໜຶ່ງ ໄດ້ຮັບການ ອອກ ແບບ ຢ່າງປະດິດສ້າງ ກັບການຕົບແຕ່ງພາຍໃນ ທີ່ທັນສະໄໝ.  


ພາຍໃນຫ້ອງຮັບແຂກທີ່ອາພາດເມັນ ຂອງ Novaland. 


ສະລອຍນ້ຳກາງແຈ້ງ ທີ່ເຂດຄອນໂດມີນຽມ ໜຶ່ງຂອງ Novaland.


ເຂດຕົວເມືອງ Lakeview City ທີ່ເມືອງ 2 (ນະຄອນໂຮ່ຈີມິນ) ກຳລັງຢູ່ໃນໄລຍະຂອງການສຳເລັດ. 


ຢູ່ແຕ່ລະໂຄງການ, ກຸ່ມບໍລິສັດ Novaland ລ້ວນໃຫ້ຄວາມ ສຳຄັນ ກ່ຽວກັບສິ່ງແວດລ້ອມທີ່ສົດໃສ ແລະ ບັນຍາກາດຂຽວ. 


ລູກຄ້າ ແລະ ນັກລົງທຶນ ເລືອກຊື້ອາພາດເມັນ ທີ່ບັນດາ ໂຄງ ການ ຂອງ ກຸ່ມບໍລິສັດ Novaland. 


ບັນດາໂຄງການຂອງກຸ່ມບໍລິສັດ Novaland  ຕ່າງກໍນອນຢູ່ ຈຸດທີ່ຕັ້ງສວຍງາມ ແລະ ມີຫຼາຍບໍລິການທີ່ສະດວກ.

ປັດຈຸບັນ Novaland ກຳລັງເປັນເຈົ້າຂອງ ກວ່າ 30 ໂຄງການ ອະສັງຫາລິມະຊັບ ຢູ່ບັນດາຈຸດທີ່ຕັ້ງທີ່ສວຍງາມ ແລະ ສະດວກ ໃນການຄົມມະນາຄົມ ຢູ່ເມືອງຕ່າງໆ ຂອງນະຄອນໂຮ່ຈີມິນ, ໃນ ນັ້ນມີ 7 ໂຄງການ ກຳລັງໄດ້ຮັບການຕິດຕໍ່ຄ້າຂາຍ ໃນຕະ ຫຼາດ ອະສັງຫາລິມະຊັບ. ຜະລິດຕະພັນຂອງ Novaland ສຸດທີ່ ຫຼາກຫຼາຍເຊັ່ນ: ອາພາດເມັນ, ຫ້ອງການ, ເຮືອນສວນໃນ ເມືອງ, ຮ້ານຄ້າ, ຄາລືຮາດ... ດ້ວຍເຫດນັ້ນ ລູກຄ້າ ແລະ ນັກ ລົງທຶນ ແມ່ນສາມາດເລືອກ ບ່ອນໃຊ້ຊີວິດຖາວອນ ແລະ ຊ່ອງ ທາງການລົງທຶນ ຕາມຈຸດປະສົງຂອງຕົນຢ່າງງ່າຍດາຍ.

ຜ່ານເວລາຫຼາຍປີ, Novaland ໄດ້ມີການປະດິດສ້າງ ຢ່າງ ບໍ່ ຢຸດຢັ້ງ, ສືບຕໍ່ລົງທຶນກໍ່ສ້າງກິດຈະກຳຕ່າງໆ ທີ່ມີຄຸນນະພາບສູງ ດ້ວຍລາຄາເໝາະສົມ. ບັນດາໂຄງການຂອງ Novaland ຖື ສຳ ຄັນຄວາມສະດວກ ໃນສະພາບແວດລ້ອມ ຂອງການດຳລົງ ຊີວິດເຊັ່ນ: ສະລອຍນຳ້, ຫ້ອງຢີມ, ຫ້ອງຮົ່ມຢາ, ທາງແລ່ນ, ຮ້ານອາຫານ, ຮ້ານຂາຍຢາ, ທະນາຄານ, ຫ້າງສັບພະສິນຄ້າ ແລະ ເຂດຫຼິ້ນເດັກນ້ອຍ. ນອກຈາກນັ້ນ, Novaland ກໍຍັງມີບໍ ລິການ ດູແລລູກຄ້າ ແລະ ຄະນະຄຸ້ມຄອງຕຶກອາການ ຢ່າງມື ອາຊີບ ອີກດ້ວຍ.

ດ້ວຍຖັນແຖວພະນັກງານ ທີ່ເປັນມືອາຊີບ ກວ່າ 2500 ຄົນ, Novaland ໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ກັບລະບົບ ສະຖານທີ່ ແລກປ່ຽນຄ້າຂາຍ ອະສັງຫາລິມະຊັບ 15ແຫ່ງ ທີ່ນະ ຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ. Novaland ໄດ້ຄວ້າລາງວັນ ຊົງກຽດ ຫຼາຍລາງວັນເຊັ່ນ: ເຄື່ອງໝາຍການຄ້າ ອະສັງຫາລິມະ ຊັບ ດີເດັ່ນປະຈຳປີ 2015; ເຄື່ອງໝາຍການຄ້າ ທີ່ມີຊື່ສຽງ ອາ ຊຽນ ປີ 2013; ເຄື່ອງໝາຍການຄ້າທີ່ເຂັ້ມແຂງ ຫວຽດນາມ ປີ 2012; ເປັນໜຶ່ງໃນ 10 ນັກລົງທຶນ  ຢູ່ໃນແຖວໜ້າຂອງ ທະວີບ ອາຊີ ຢ່າງຕໍ່ເນື່ອງ ແຕ່ປີ 2013-2016. 
 
ບົດ: ຫງວຽນແອວງ - ພາບ: ດັ້ງກິມເຟືອງ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top