• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

mama fanbox - ຮ້ານກາເຟບໍລິການ ໂດຍຕົນເອງ ແຫ່ງທຳອິດ ຢູ່ ຮ່າໂນ້ຍ

ມາຍັງ mama fanbox (ເຮືອນເລກທີ 24, ຖະໜົນ ຫຼຽວ ຢາຍ, ເມືອງ ບາດິ່ງ, ຮ່າໂນ້ຍ), ທ່ານ ຈະໄດ້ຕ້ອນຮັບ ດ້ວຍ ປ້າຍແຜ່ນໜຶ່ງ ມີເນື້ອໃນແປກປະຫຼາດ “ຮ້ານກາເຟ ອັດຕະ ໂນມັດ ແລະ ບໍ່ມີຄົນບໍລິການ, ເຊີນກົດກະດິ່ງ ເພື່ອ ເປີດ ປະຕູ”. ຢ່າລັ່ງເລໃຈ ຈົ່ງກ້າວເຂົ້າສູ່ ທາງໃນ ເພື່ອຜ່ານ ປະ ສົບການຕົວຈິງ ກັບ ຮ້ານກາເຟບໍລິການ ໂດຍຕົນເອງ ແຫ່ງ ທຳອິດ ຢູ່ ຮ່າໂນ້ຍນີ້. 
ຖ້າເປັນຄັ້ງທຳອິດເຂົ້າມາຍັງຮ້ານ “mama fanbox”, ທ່ານ ຈະຕ້ອງທຳຄວາມລື້ງເຄີຍ ກັບການບໍລິການ ຂອງ ຮ້ານນີ້, ພິເສດ ແມ່ນວິທີການຊຳລະ. ກ່ອນຈະຊື້ເຄື້ອງດື່ມຂອງກິນ, ທ່ານ ຄວນອ່ານກະດານ ແນະນຳວິທີຊື້ເຄື່ອງ. ຢູ່ ເທິງກະ ດານ ຊຶ່ງມີບັນຊີລາຍຊື່ສິນຄ້າ ລວມທັງລາຄາ ພ້ອມ. ຫຼັງ ຈາກນັ້ນ ທ່ານເລືອກເອົາເຄື່ອງດື່ມ ຫຼື ເຄື່ອງກິນທີ່ຕົວເອງ ມັກ, ພິມໃບບິນ ແລະ ປ່ອນເງິນ ໃສ່ລີ້ນຊັກ. ພຽງເທ່ົານີ້ ທ່ານກໍສຳເລັດການຊື້ເຄື່ອງຢູ່ຮ້ານ “mama fanbox”.

ຖ້າບໍ່ຟ້າວອອກໄປ, ທ່ານ ສາມາດຢຸດຢູ່ທີ່ນີ້ ສອງສາມນາທີ ອ່ານກ່ຽວກັບຄວາມຮູ້ສຶກ ຂອງ ລູກຄ້າ ທີ່ມາກ່ອນມີຕໍ່ຮ້ານ ຊຶ່ງເຈົ້າຂອງຮ້ານ ແຂວນຢູ່ເທິງ ຝາປະທາຍ ຢ່າງຊົງກຽດ.



ທ່ານ ດ່າວແຄ໋ງຮຽບ, ເຈົ້າຂອງຮ້ານກາເຟບໍ່ມີຄົນບໍລິການ ແຫ່ງທຳອິດຢູ່ຮ່າໂນ້ຍ. 


ປ້າຍໂຄສະນາທີ່ມີການຈັດແຕ່ງຢ່າງສວຍງາມ ຂອງ ຮ້ານ mama fanbox. 


ກະດານປະກາດ ຮ້ານບໍ່ມີຄົນບໍລິການ ແລະ ມີການ ແນະ ນຳວິທີເປີດຮ້ານ ໄດ້ຕັ້ງຢູ່ທາງເຂົ້າ ອອກຂອງຮ້ານ. 


ຮ້ານຂາຍເຄື່ອງບໍລິການດ້ວຍຕົນເອງ ແຫ່ງທຳອິດຢູ່ ຮ່າ ໂນ້ຍ ໄດ້ຮັບການອອກແບບ ຕາມແບບ ຂອງ ຍີ່ປຸ່ນ. 


ກ້ອງ ກາເມຣາ ຕິດຕາມຊ່ວຍໃຫ້ລູກຄ້າ ເປີດປະຕູ ອອກ ນອກພາຍຫຼັງຊື້ສິນຄ້າ. 


ລາຍການອາຫານ ຂຽນໃສ່ກະດານ ແຂວນ ໄວ້ຢູ່ເທິງ ຝາ. 


ລູກຄ້າເອົາເຄື່ອງດື່ມຂອງກິນ ຈາກຕູ້ເຢັນດ້ວຍຕົນເອງ. 


ໃຊ້ຄອມພິວເຕີ ໄລ່ເງິນ. 


ໃບບິນ ຈະຖືກພິມໂດຍອັດຕະໂນມັດໃຫ້ລູກຄ້າ.


ໃບບິນ ແລະ ເງິນໄດ້ໃສ່ຖົງ ແລະ ປ່ອນໃສ່ລີ້ນຊັກ. 


ໃນກໍລະນີເຫຼືອເງິນ ກໍຈະຖືກຫັກ ໃນ ໃບບິນຄັ້ງໜ້າ ຂອງ ລູກຄ້າ. 


ຖ້າບໍ່ຟ້າວ, ລູກຄ້າອາດໄດ້ຊີມລົດຊາດເຄື່ອງດື່ມ ແລະ ຂອງ ກິນໃນບັນຍາກາດ ຂອງ ຮ້ານ ສຸດທີ່ສະອາດແຫ່ງນີ້ ພ້ອມກັບເນື້ອຄວາມ
“ລູກຄ້າຈົ່ງມ້ຽນມັດ ໃຫ້ສະອາດກ່ອນ ຈະອອກຈາກຮ້ານ”. 



ມີລູກຄ້າຫຼາຍຄົນ ອອກຈາກຮ້ານ ພ້ອມກັບ ຄວາມເຫັນທີ່ ສ້າງສັນ ກ່ຽວກັບຮູບແບບການຂາຍສິນຄ້າ ທີ່ແປກໆນີ້ ຢູ່ ຮ່າໂນ້ຍ. 


ທ້າຍມື້, ທ່ານ ຮຽບ ເຂົ້າມາທີ່ຮ້ານ ເພື່ອເກັບໃບບິນ ແລະ ເງິນ ຈາກ ລີ້ນຊັກ. 


ບັນດາຄວາມຄິດເຫັນກ່ຽວກັບ mama fanbox ຊຶ່ງເຈົ້າ ຂອງຮ້ານແຂວນຢູ່ເທິງຝາ ຢ່າງຊົງກຽດ. 

ທ່ານ ດ່າວແຄ໋ງຮຽບ, ເຈົ້າຂອງຮ້ານ mama fanbox ໄດ້ ເວົ້າວ່າ: ໃນຊ່ວງໄລຍະເຮັດວຽກຢູ່ປະເທດຍີ່ປຸ່ນ ເປັນນັກ ວິສະວະກອນຊອບເວ, ລາວໄດ້ສົນໃຈເຖິງ ຮູບແບບ ຂາຍ ເຄື່ອງແບບນີ້ ແລະ ໄດ້ຕັດສິນໃຈ ເປີດຮ້ານ ຂາຍກາແຟ ຕາມຕົວແບບນີ້ ຢູ່ຫວຽດນາມ. ໃນເບື້ອງຕົ້ນ, ແຜນການ ຂອງລາວ ບໍ່ໄດ້ ຮັບຄວາມສະໜັບສະໜຸນຈາກ ບັນດາສະ ມາຊິກໃນຄອບຄົວ, ແຕ່ລາວ ຍັງພະຍາຍາມຢ່າງສຸດຄວາມ ສາມາດ ເພື່ອການຢືນຢັນວ່າ ການຕັດສິນໃຈ ຂອງ  ແມ່ນ ຖືກຕ້ອງ. ທ່ານ ຮຽບ ໃຫ້ຮູ້ວ່າ ໃນມື້ຫາກໍເປີດຮ້ານ, ລູກຄ້າ ທີ່ ມາກ່ອນ ຈະຕ້ອງລົງທະບຽນ ຕົວເລກບັດປະຈຳຕົວ ຢູ່ ເທິງໜ້າເວັບຂອງຮ້ານ, ປະຈຸບັນ ແມ່ນບໍ່ຈຳເປັນ, ທຸກຄົນ ສາມາດເຂົ້າມາໃຊ້ບໍລິການໄດ້.

ພາຍຫຼັງເຄື່ອນໄຫວບໍລິການເປັນເວລາຫົກເດືອນ ເຫັນວ່າ ທຸລະກິດນີ້ ໄປໄດ້ດີ. ທ່ານຮຽບ ໃຫ້ຮູ້ວ່າ: “ມີຄັ້ງໜຶ່ງ ທາງ ຮ້ານຈ່າຍເງິນ ຂາດໄປພຽງ 1 ພັນດົ່ງ ເທົ່ານັ້ນ”. ຖ້າຮູ້ວ່າ ເປີດຮ້ານ ບໍ່ມີຄົນຂາຍ ໄດ້ດີຄືແນວນີ້, ຂ້າພະເຈົ້າ ໄດ້ເປີດ ຮ້ານໃຫຍ່ກວ່ານີ້ແລ້ວ. ປະຈຸບັນ ທຸກຄົນໃນຄອບຄົວ ຂອງ ຂ້າພະເຈົ້າມັກຫຼາຍ ວິທີຂາຍເຄື່ອງແບບນີ້ ແລະ ໄດ້ຕັດ ສິນໃຈ ເປີດຮ້ານຂາຍແບບນີ້ ຫຼາຍແຫ່ງຢູ່ຮ່າໂນ້ຍ.
 
ບົດ ແລະ ພາບ: ຫວຽດເກື່ອງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top