ວັດທະນະທໍາພື້ນເມືອງ ຜ່ານຄວາມຄິດສ້າງສັນ ຂອງ ຮຸ່ນ gen Z
ງານວາງສະແດງ “ພື້ນເມືອງ ໃນ Gen Z” ໄດ້ນຳຮູບແຕ້ມ 39 ແຜ່ນ ຂອງ ບັນດານັກຈິດຕະກອນ ອະພິປາຍ ຂຶ້ນກັບ Gen Z ໃນທົ່ວປະເທດ ໂດຍ Tired City ສົມທົບກັບສູນເຄື່ອນໄຫວ ວັດທະນະທຳ ແລະ ວິທະຍາສາດ ວັນໝຽວ - ກວັກຕືຢາມ ຈັດຂຶ້ນໄດ້ສ້າງ ແຫຼ່ງ ກຳລັງແຮງໃຈໃຫ້ຜູ້ຊົມ ທີ່ມີຄວາມຮັກມັກ ສິລະປະ ໃນການເດີນທາງໄປຊອກຮູ້ ວັດທະນະທໍາ ພື້ນເມືອງ ຂອງ ຫວຽດນາມ.
ເຂົ້າຮ່ວມງານວາງສະແດງ, ຜູ້ຊົມສາມາດຊົມຄວາມງາມຂອງວັດທະນະທຳພື້ນເມືອງ ຫວຽດນາມ ຜ່ານບັນດາຮູບແຕ້ມ ອະພິປາຍ ທີ່ແປກໆ ຂອງ ບັນດານັກສິລະປິນ ໜຸ່ມ. ໃນການເດີນທາງ ໄປຊອກຮູ້ວັດທະນະທຳ ຄັ້ງນີ້, ທັດສະນະທີ່ເປັນເອກະລັກສະເພາະກ່ຽວກັບຮູບແຕ້ມ ດົງໂຮ່, ສິລະປະການຂັບ ໂບ້ຍ, ກອນ “ແວ່” ເວົ້າກົງກັນຂ້າມ ໄດ້ຮັບການເປີດເຜີຍ ຫຼາຍສິ່ງຢ່າງລະອຽດ.
ໂດຍຜ່ານການແຕ້ມຮູບ, ສິລະປະ ການສະແດງ ຈົນເຖິງວັນນະຄະ ດີ, ງານວາງສະແດງ ໄດ້ນຳເອົາທັດສະນະ ທີ່ຫຼາກຫຼາຍກ່ຽວກັບວັດ ທະນະທຳ ພື້ນເມືອງ - ວັດທະນະທໍາ ປະເພດໜຶ່ງ ທີ່ສືບທອດ ກັນມາ ຜ່ານເລື່ອງເລົ່າ ແລະ ນິທານ ຂອງ ບັນພະບຸລຸດ. ແມ່ນຄວາມໃກ້ຊິດ, ຄວາມຄ່ອງແຄ່ວ ແລະ ຊີວິດແບບສາມັນຊົນ ໄດ້ຊ່ວຍໃຫ້ວັດທະນະທຳ ພື້ນເມືອງຢູ່ລອດ ແລະ ພັດທະນາແບບຍືນຍົງໃນຊີ ວິດທາງດ້ານຈິດໃຈ ຂອງຊາວ ຫວຽດນາມ. ປັດຈຸບັນ, ພາຍໃຕ້ທັດສະນະຂອງນັກແຕ້ມ gen Z, ອີກເທື່ອໜຶ່ງ ວັດທະນະທຳພື້ນເມືອງ ໄດ້ມີການປ່ຽນແປງ, ດັດແປງຢ່າງຄ່ອງແຄ່ວ ແລະ ປະສານສົມທົບກັບເລື່ອງລາວ ໃນປັດຈຸບັນ ໄດ້ເປັນຢ່າງດີ.
ຕ່ວງ ຫຼື ຂັບ ໂບ້ຍ ແມ່ນສິລະປະ ການສະແດງປະເພດໜຶ່ງ ຂອງ ຫວຽດນາມ, ປະສານສົມທົບກັບຫຼາຍປັດໄຈ ດ້ານສິລະປະເຊັ່ນ: ເວ ທີສະແດງ, ດົນຕີ, ສິລະປະ, ວັນນະຄະດີ, ຮ້ອງເພງ ແລະ ມວຍ. ສ້າງຄວາມປະທັບໃຈ ແລະ ດຶງດູດໃຈ ຍ້ອນບັນດາປັດໄຈ ດ້ານ ສິລະປະກຳ ທີ່ ຂັບ ໂບ້ຍ ນຳມາຈາກໃບໜ້າ ທ່ີຖືກແຕ່ງແຕ້ມ ໄປ ເຖິງບັນດາຊຸດແຕ່ງກາຍ ແລະ ໝວກ… “ໂບ້ຍ ຕື” ແລະ “ໂບ້ຍກີ” ໄດ້ເກີດມາຈາກການ ຄົ້ນຄວ້າຂອງນັກແຕ້ມ Vei Vei ກ່ຽວກັບ ສິລະປະ ປະເພດນີ້. ສຳລັບ “ໂບ້ຍຕື”, ບັນດາຄຳສັບ ແລະ ສັນຍະລັກພິເສດ ຂອງ ຂັບໂບ້ຍ ໄດ້ຮັບການອະພິປາຍ ເປັນຕົວໜັງສື. ສືບຕໍ່ການສະໜັບສະໜູນຂອງຊຸມຊົນກ່ຽວ ກັບ “ໂບ້ຍກີ”, “ໂບ້ຍຕື” ແມ່ນການຊອກຮູ້ຢ່າງເລິກເຊິ່ງກວ່າ ຂອງ Vei Vei ກ່ຽວກັບບັນດາບົດລະຄອນ ຕ່ວງ ດີເດັ່ນ ແລະ ບັນດາຄຳສັບ ທີ່ໄດ້ນຳ ສະເໜີກ່ອນນັ້ນ.
ກອນ “ແວ່” ເວົ້າກົງກັນຂ້າມ ແມ່ນຄວາມງາມໃນ ວັນນະຄະດີພື້ນເມືອງຂອງ ຫວຽດນາມ, ແມ່ນຄຳເວົ້າ ສຽງເພງ ສໍາລັບ ເດັກນ້ອຍ ທ່ີບັນພະບຸລຸດ ປະດິດສ້າງຂຶ້ນມາ, ສັງລວມ ແລະສືບທອດ ກັນມາຜ່ານຫຼາຍຮຸ່ນຄົນ. ເອກະລັກຂອງ ກອນ “ແວ່” ເວົ້າກົງກັນຂ້າມ ແມ່ນໃກ້ ຊິດກັບຄໍານິຍາມ, ມີລົດຊາດ ຂອງ ກອນ ສຽດສີ ສົມທົບ ກັບເນື້ອໃນທີ່ຫວານຊື່ນ ຂອງ ຜະຫຍາຍ່ອຍ, ເໝາະຫຼາຍສໍາລັບ ນິໄສ ຊື່ຕົງ ແລະ ຄວາມຢາກຮູ້ ຢາກເຫັນຂອງເດັກນ້ອຍ. ກອນ “ແວ່” ເວົ້າກົງກັນຂ້າມ ມີຫົວຂໍ້ທີ່ຫຼາກຫຼາຍ, ຕັ້ງແຕ່ພືດ, ສັດ ເຖິງ ກິດຈະກໍາທາງສັງຄົມ ແລະ ເກມຂອງເດັກນ້ອຍ. ໂດຍເລືອກເອົາບົດກອນ “ເມື່ອໃດຈະຮອດເດືອນ ມີນາ” ເປັນແຮງບັນດານໃຈຕົ້ນຕໍ ເພື່ອສ້າງບັນດາຮູບແຕ້ມ ອະພິປາຍ ທີ່ມ່ວນຊື່ນ, ນັກແຕ້ມ PAO ໄດ້ນໍາມາໃຫ້ທ່ານຜູ້ຊົມ ບັນດາຄວາມຮູ້ສຶກແປກໃໝ່ ກ່ຽວກັບ ປະ ເພດ ວັນນະຄະດີ ພື້ນເມືອງດັ່ງກ່າວ. ຜ່ານບັນດາຮູບແຕ້ມເຫຼົ່ານີ້, ປະກົດການ ທີ່ໜ້າສົນໃຈ, “ຜິດທຳມະດາ” ໃນບັນດາບົດ ແວ່ ໄດ້ເພີ່ມຄວາມດື້ແຕ່ຫຼັກແຫຼມ ແລະ ປະທັບໃຈຂຶ້ນ.
ພາບແຕ້ມ ດົງໂຮ່ ແມ່ນໜຶ່ງໃນບັນດາຮູບແຕ້ມ ພື້ນເມືອງ ທີ່ຕິດ ພັນ ກັບຊີວິດຂອງຊາວ ຫວຽດນາມ ມາຫຼາຍທົດສະວັດ. ໂດຍກຳເນີດຈາກການເຄື່ອນໄຫວປະຈຳວັນ ຂອງ ປະຊາຊົນ, ຮູບແຕ້ມ ດົງໂຮ່ ມີຈຸດທີ່ສະໜິດສະໜົມ, ໃກ້ຊິດ, ສະແດງໃຫ້ເຫັນຊີວິດ ແລະ ຮີດຄອງ ປະເພນີ ທີ່ເປັນລັກສະນະ ພິເສດ ຂອງຊາວເຂດທົ່ງພຽງພາກເໜືອ. ໄດ້ຮັບແຮງບັນດານໃຈ ຈາກຄວາມງາມ ເຫຼົ່ານັ້ນ, ຊຸດຮູບແຕ້ມ “ດົງ ແມວ” ຂອງ ນັກແຕ້ມ Meaptopia ສະແດງເຖິງຊ່ວງເວລາທີ່ ມ່ວນຊື່ນ, ຫຼົງໄຫຼກັບ ແມວ. ການປະສົມປະສານ ຢ່າງລະອຽດອ່ອນ ຂອງສິລະປະພື້ນເມືອງ ແລະ ທັດສະນະ ທີ່ທັນສະໄໝ ຂອງ ໄວໜຸ່ມ ໄດ້ສ້າງຄວາມສຳພັນໃໝ່, ນຳເອົາບັນດາຄຸນຄ່າ ມູນເຊື້ອ ມາໃກ້ຊິດ ກັບຜູ້ຊົມ.
ທ່ານ ເລຊວນກຽວ, ຫົວໜ້າສູນເຄື່ອນໄຫວວັດທະນະທຳ ແລະ ວິທະຍາສາດ ວັນໝຽວ - ກວັກຕືຢາມ ໃຫ້ຮູ້ວ່າ: ບັນດາຮູບແຕ້ມ ສະແດງໃຫ້ເຫັນຄຸນຄ່າວັດທະນະທຳ ຂອງຊາດຄືແຫຼ່ງນໍ້າ ທີ່ໄຫຼມາຕະຫຼອດເວລາ ພາຍໃຕ້ຫົວຄິດປະດິດສ້າງຂອງນັກສິລະປິນໜຸ່ມ ຮຸ່ນ gen Z. ຄວາມຕໍ່ເນື່ອງ ແລະ ການພັດທະນາວັດທະນະທຳ ຂອງຊາດ, ເສີມຂະຫຍາຍຄຸນຄ່າມໍລະດົກ ຂອງ ແຕ່ລະຮຸ່ນຄົນ, ປະກອບສ່ວນເຂົ້າໃນຄວາມອຸດົມສົມບູນ ແລະ ຄວາມຫຼາກຫຼາຍຂອງຄວາມງາມດ້ານວັດທະນະທຳ ຫວຽດນາມ.
ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ