ວັດທະນະທຳ

ວັດທະນະທໍາພື້ນເມືອງ ຜ່ານຄວາມຄິດສ້າງສັນ ຂອງ ຮຸ່ນ gen Z

ງານ​ວາງສະ​ແດງ “ພື້ນເມືອງ ໃນ Gen Z” ​ໄດ້​ນຳ​ຮູບແຕ້ມ 39 ແຜ່ນ ຂອງ ບັນດາ​ນັກ​ຈິດຕະກອນ ອະພິປາຍ ຂຶ້ນກັບ Gen Z ​ໃນ​ທົ່ວ​ປະ​ເທດ​ ໂດຍ​ Tired City ສົມທົບ​ກັບ​ສູນເຄື່ອນໄຫວ ​ວັດທະນະທຳ ​ແລະ ວິ​ທະ​ຍາ​ສາດ ວັນໝຽວ - ກວັກຕືຢາມ ຈັດຂຶ້ນໄດ້​ສ້າງ ແຫຼ່ງ ກຳລັງ​ແຮງ​ໃຈ​ໃຫ້​ຜູ້​ຊົມ ທີ່ມີຄວາມຮັກມັກ ​ສິ​ລະ​ປະ​ ໃນ​ການ​ເດີນ​ທາງ​ໄປຊອກ​ຮູ້ ​ວັດ​ທະ​ນະ​ທໍາ​ ພື້ນ​ເມືອງ​ ຂອງ ​ຫວຽດ​ນາມ.

ງານ​ວາງສະ​ແດງ “ພື້ນເມືອງ ໃນ Gen Z” ​ໄດ້​ນຳ​ຮູບແຕ້ມ 39 ແຜ່ນ ຂອງ ບັນດາ​ນັກ​ຈິດຕະກອນ ອະພິປາຍ ຂຶ້ນກັບ Gen Z ​ໃນ​ທົ່ວ​ປະ​ເທດ​ ໂດຍ​ Tired City ສົມທົບ​ກັບ​ສູນເຄື່ອນໄຫວ ​ວັດທະນະທຳ ​ແລະ ວິ​ທະ​ຍາ​ສາດ ວັນໝຽວ - ກວັກຕືຢາມ ຈັດຂຶ້ນໄດ້​ສ້າງ ແຫຼ່ງ ກຳລັງ​ແຮງ​ໃຈ​ໃຫ້​ຜູ້​ຊົມ ທີ່ມີຄວາມຮັກມັກ ​ສິ​ລະ​ປະ​ ໃນ​ການ​ເດີນ​ທາງ​ໄປຊອກ​ຮູ້ ​ວັດ​ທະ​ນະ​ທໍາ​ ພື້ນ​ເມືອງ​ ຂອງ ​ຫວຽດ​ນາມ.

ເຂົ້າຮ່ວມງານ​ວາງ​ສະ​ແດງ, ຜູ້​ຊົມ​ສາ​ມາດ​ຊົມ​ຄວາມ​ງາມ​ຂອງ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ ຫວຽດ​ນາມ ຜ່ານ​ບັນ​ດາຮູບແຕ້ມ ອະພິປາຍ ​ທີ່ແປກໆ ຂອງ ​ບັນດານັກ​ສິ​ລະ​ປິນ​ ໜຸ່ມ. ໃນ​ການເດີນທາງ ໄປຊອກຮູ້​ວັດ​ທະ​ນະ​ທຳ​ ຄັ້ງ​ນີ້, ທັດ​ສະ​ນະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ກ່ຽວ​ກັບ​ຮູບ​ແຕ້ມ ດົງ​ໂຮ່, ສິ​ລະ​ປະ​ການຂັບ ໂບ້ຍ, ກອນ ແວ່ ເວົ້າກົງກັນຂ້າມ ໄດ້​ຮັບ​ການ​ເປີດ​ເຜີຍ ຫຼາຍສິ່ງຢ່າງລະ​ອຽດ.

ບັນດາສິລະປະການສະແດງ ຂອງ ຊາວ ຫວຽດນາມ ໄດ້ບັນດາ
ນັກຈິດຕະກອນໜຸ່ມ ອະພິປາຍ ດ້ວຍບັນດາຮູບພາບທີ່ເປັນ ເອກະ ລັກ ສະເພາະ
, ແຕ່ຍັງຄົງຮັກສາຄວາມງາມທາງດ້ານ ວັດທະນະທຳ ຂອງຊາວ ຫວຽດນາມ.

ໂດຍ​ຜ່ານ​ການ​ແຕ້ມ​ຮູບ, ​ສິລະ​ປະ ການສະແດງ ​ຈົນເຖິງ​ວັນ​ນະ​ຄະ ດີ, ງານ​ວາງສະ​ແດງ​ ໄດ້​ນຳ​ເອົາ​ທັດສະນະ​ ທີ່​ຫຼາກ​ຫຼາຍ​ກ່ຽວກັບວັດ ທະນະທຳ ​ພື້ນ​ເມືອງ - ວັດທະນະທໍາ ​ປະ​ເພດ​ໜຶ່ງ​ ທີ່​ສືບ​ທອດ ກັນມາ ​ຜ່ານ​ເລື່ອງ​ເລົ່າ ​ແລະ ນິທານ ​ຂອງ ບັນພະບຸລຸດ. ​ແມ່ນ​ຄວາມ​ໃກ້ຊິດ, ຄວາມ​ຄ່ອງ​ແຄ່ວ ແລະ ​ຊີວິດ​ແບບສາມັນຊົນ ​ໄດ້​ຊ່ວຍ​ໃຫ້​ວັດທະນະທຳ ​ພື້ນ​ເມືອງ​ຢູ່​ລອດ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ໃນ​ຊີ ວິດ​ທາງ​ດ້ານ​ຈິດ​ໃຈ​ ຂອງຊາວ ຫວຽດນາມ. ປັດຈຸ​ບັນ, ພາຍ​ໃຕ້​ທັດສະນະ​ຂອງ​ນັກ​ແຕ້ມ gen Z, ອີກເທື່ອໜຶ່ງ ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ໄດ້​ມີ​ການ​ປ່ຽນແປງ, ດັດ​ແປງ​ຢ່າງ​ຄ່ອງ​ແຄ່ວ ​ແລະ ປະສານສົມທົບ​ກັບ​ເລື່ອງ​ລາວ ​ໃນ​ປັດຈຸ​ບັນ ໄດ້ເປັນຢ່າງດີ.

ຕ່ວງ ຫຼື ຂັບ ໂບ້ຍ ແມ່ນສິລະປະ ການສະແດງປະເພດໜຶ່ງ ຂອງ ຫວຽດນາມ, ປະສານສົມທົບກັບຫຼາຍປັດໄຈ ດ້ານສິລະປະເຊັ່ນ: ເວ ທີສະແດງ, ດົນຕີ, ສິລະປະ, ວັນນະຄະດີ, ຮ້ອງເພງ ແລະ ມວຍ. ສ້າງຄວາມປະທັບໃຈ ແລະ ດຶງດູດໃຈ ຍ້ອນບັນດາປັດໄຈ ດ້ານ ສິລະປະກຳ ທີ່ ຂັບ ໂບ້ຍ ນຳມາຈາກໃບໜ້າ ທ່ີຖືກແຕ່ງແຕ້ມ ໄປ ເຖິງບັນດາຊຸດແຕ່ງກາຍ ແລະ ໝວກ… “ໂບ້ຍ ຕືແລະ ໂບ້ຍກີໄດ້ເກີດມາຈາກການ ຄົ້ນຄວ້າຂອງນັກແຕ້ມ Vei Vei ກ່ຽວກັບ ສິລະປະ ປະເພດນີ້. ສຳລັບ ໂບ້ຍ​ຕື”, ບັນດາ​ຄຳ​ສັບ ​ແລະ ​ສັນຍະລັກ​ພິເສດ ​ຂອງ ຂັບໂບ້ຍ ​ໄດ້​ຮັບ​ການ​ອະພິປາຍ ເປັນ​ຕົວ​ໜັງສື. ສືບຕໍ່ການສະໜັບສະໜູນຂອງຊຸມຊົນກ່ຽວ ກັບ ໂບ້ຍກີ”, “ໂບ້ຍຕືແມ່ນການຊອກຮູ້ຢ່າງເລິກເຊິ່ງກວ່າ ຂອງ Vei Vei ກ່ຽວກັບບັນດາບົດລະຄອນ ຕ່ວງ ດີເດັ່ນ ແລະ ບັນດາຄຳສັບ ທີ່ໄດ້ນຳ ສະເໜີກ່ອນນັ້ນ.

 

ບັນດາ​ຜົນງານການປະດິດແຕ່ງ ນຳ​ຄວາມເຫັນ ​ທີ່​ຫຼາກຫຼາຍຮູບ ແບບ ​ກ່ຽວກັບ​ວັດທະນະທຳ​ ພື້ນ​ເມືອງ ​ມາ​ໃຫ້ແກ່ທ່ານ​ຜູ້​ຊົມ.

ກອນ ແວ່ເວົ້າກົງກັນຂ້າມ ​ແມ່ນ​ຄວາມ​ງາມ​ໃນ​ ວັນ​ນະ​ຄະ​ດີ​ພື້ນ​ເມືອງ​ຂອງ ​ຫວຽດ​ນາມ, ແມ່ນຄຳເວົ້າ ສຽງ​ເພງ​ ສໍາລັບ ​ເດັກ​ນ້ອຍ​ ທ່ີບັນພະບຸລຸດ ປະດິດສ້າງຂຶ້ນມາ, ສັງ​ລວມ ແລະ​ສືບ​ທອດ ກັນ​ມາ​ຜ່ານຫຼາຍ​ຮຸ່ນ​ຄົນ​. ເອກະລັກຂອງ ກອນ ແວ່ເວົ້າກົງກັນຂ້າມ ແມ່ນໃກ້ ຊິດກັບຄໍານິຍາມ, ມີລົດຊາດ ຂອງ ກອນ ສຽດສີ ສົມທົບ ກັບເນື້ອໃນທີ່ຫວານຊື່ນ ຂອງ ຜະຫຍາຍ່ອຍ, ເໝາະຫຼາຍສໍາລັບ ນິໄສ ຊື່ຕົງ ແລະ ຄວາມຢາກຮູ້ ຢາກເຫັນຂອງເດັກນ້ອຍ. ກອນ ແວ່ ເວົ້າກົງກັນຂ້າມ ມີຫົວຂໍ້ທີ່ຫຼາກຫຼາຍ, ຕັ້ງແຕ່ພືດ, ສັດ ເຖິງ ກິດຈະກໍາທາງສັງຄົມ ແລະ ເກມຂອງເດັກນ້ອຍ. ​ໂດຍ​ເລືອກ​ເອົາ​ບົດກອນ “​ເມື່ອ​ໃດຈະຮອດ​ເດືອນ ​ມີນາ​ເປັນ​ແຮງ​ບັນດານ​ໃຈ​ຕົ້ນຕໍ ​ເພື່ອ​ສ້າງ​ບັນດາ​ຮູບ​ແຕ້ມ​ ອະພິປາຍ ທີ່ມ່ວນຊື່ນ, ນັກ​ແຕ້ມ PAO ໄດ້ນໍາມາໃຫ້ທ່ານຜູ້ຊົມ ບັນດາຄວາມຮູ້ສຶກແປກໃໝ່ ກ່ຽວກັບ ປະ ເພດ ວັນນະຄະດີ ພື້ນເມືອງດັ່ງກ່າວ. ຜ່ານບັນດາຮູບແຕ້ມເຫຼົ່ານີ້, ປະກົດການ ທີ່ໜ້າສົນໃຈ, ຜິດທຳມະດາໃນບັນດາບົດ ແວ່ ໄດ້ເພີ່ມຄວາມດື້ແຕ່ຫຼັກແຫຼມ ແລະ ປະທັບໃຈຂຶ້ນ.



ພາບແຕ້ມ ດົງໂຮ່ ແມ່ນໜຶ່ງໃນບັນດາຮູບແຕ້ມ ພື້ນເມືອງ ທີ່ຕິດ ພັນ ກັບຊີວິດຂອງຊາວ ຫວຽດນາມ ມາຫຼາຍທົດສະວັດ. ​ໂດຍ​ກຳ​ເນີດ​ຈາກ​ການ​ເຄື່ອນ​ໄຫວ​ປະ​ຈຳ​ວັນ​ ຂອງ ​ປະ​ຊາ​ຊົນ, ຮູບ​ແຕ້ມ ດົງ​ໂຮ່ ມີ​ຈຸດ​ທີ່​ສະ​ໜິດ​ສະ​ໜົມ, ໃກ້ຊິດ, ສະ​ແດງ​ໃຫ້​ເຫັນ​ຊີ​ວິດ ແລະ ຮີດຄອງ ປະເພນີ​ ທີ່​ເປັນ​ລັກສະນະ ພິເສດ ຂອງ​ຊາວ​ເຂດ​ທົ່ງ​ພຽງ​ພາກ​ເໜືອ. ໄດ້ຮັບແຮງບັນດານໃຈ ຈາກຄວາມງາມ ເຫຼົ່ານັ້ນ, ຊຸດຮູບແຕ້ມ      ດົງ ແມວຂອງ ນັກແຕ້ມ Meaptopia ສະແດງເຖິງຊ່ວງເວລາທີ່ ມ່ວນຊື່ນ, ຫຼົງໄຫຼກັບ ແມວ. ການປະສົມປະສານ ຢ່າງລະອຽດອ່ອນ ຂອງສິລະປະພື້ນເມືອງ ແລະ ທັດສະນະ ທີ່ທັນສະໄໝ ຂອງ ໄວໜຸ່ມ ໄດ້ສ້າງຄວາມສຳພັນໃໝ່, ນຳເອົາບັນດາຄຸນຄ່າ ມນເຊື້ອ ມາໃກ້ຊິດ ກັບຜູ້ຊົມ.

ງານ​ວາງສະ​ແດງ “​ພື້ນເມືອງໃນ Gen Z” ​ໄດ້​ຈັດຂຶ້ນ ໃນບໍລິເວນ ເຂດອະນຸສອນສະຖານ ວັນໝຽວ - ກວັກຕືຢາມ.

ທ່ານ ເລ​ຊວນ​ກຽວ, ຫົວໜ້າ​ສູນ​ເຄື່ອນ​ໄຫວ​ວັດທະນະທຳ ​ແລະ ວິ​ທະຍາ​ສາດ ວັນໝຽວ - ກວັກຕືຢາມ ​ໃຫ້​ຮູ້​ວ່າ: ບັນດາ​ຮູບແຕ້ມ ສະ​ແດງ​ໃຫ້​ເຫັນ​ຄຸນຄ່າ​ວັດທະນະທຳ​ ຂອງ​ຊາດ​ຄື​ແຫຼ່ງນໍ້າ ທີ່​ໄຫຼ​ມາ​ຕະຫຼອດ​ເວລາ ພາຍໃຕ້​ຫົວຄິດ​ປະດິດ​ສ້າງ​ຂອງ​ນັກ​ສິລະ​ປິນໜຸ່ມ ​ຮຸ່ນ gen Z. ຄວາມຕໍ່ເນື່ອງ ແລະ ການພັດທະນາ​ວັດທະນະທຳ​ ຂອງ​ຊາດ, ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ ຂອງ​ ແຕ່ລະ​ຮຸ່ນຄົນ, ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ອຸດົມສົມບູນ ​ແລະ ຄວາມ​ຫຼາກ​ຫຼາຍ​ຂອງ​ຄວາມ​ງາມ​ດ້ານ​ວັດທະນະທຳ​ ຫວຽດນາມ.

ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ


top