• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Festival 2017 ເຊື່ອມຕໍ່ມໍຣະດົກກວາງນາມກັບໂລກ

      Festival 2017 ມໍຣະດົກ ກວາງນາມ ຄັ້ງທີ 6 (2017) ໂດຍຄະນະກຳມະການປະຊາຊົນແຂວງ ກວາງນາມ ສົມທົບກັບກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຈັດຕັ້ງ, ເພື່ອແນໃສ່ໂຄສະນາ, ເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ ເວົ້າລວມ ແລະ ຂອງ ກວາງນາມ ເວົ້າສະເພາະ.
      ດ້ວຍຫົວຂໍ້ວ່າ ກວາງນາມ - ວິວັດການເຊື່ອມຕໍ່ກັບມໍຣະດົກເຊິ່ງແກ່ຍາວແຕ່ວັນທີ 7 – 14/6/2017 ນັ້ນ, Festival ແມ່ນວິວັດແຫ່ງການເຊື່ອມຕໍ່ວັດທະນະທຳມໍຣະດົກລະຫວ່າງ ກວາງນາມ ກັບໂລກ.
ຕົວເມືອງບູຮານ
      ແຂວງ ກວາງນາມ ແມ່ນແຫ່ງເຕົ້າໂຮມຫຼາຍມໍຣະດົກວັດທະນະທຳ ແລະ ທຳມະຊາດ, ໃນນັ້ນມີມໍຣະດົກຫຼາຍຢ່າງໄດ້ຮັບການຮັບຮອງຈາກອົງການວັດທະນະທຳ ວິທະຍາສາດ ການສຶກສາ ສະຫະປະຊາຊາດ (UNESCO) ຄື: ມໍຣະດົກວັດທະນະທຳ ໂຫ້ຍອານ, ເຂດວິຫານທາດ ໝີເຊີນ, ເຂດສະສົມບາຍອົດສະແຟ (biosphere) ກູ່ລາວຈ່າມ… ເພື່ອແນໃສ່ໂຄສະນາບັນດາມໍຣະດົກທີ່ມີຄຸນຄ່າທົ່ວໂລກ ແລະ ບັນດາຄຸນຄ່າທີ່ເປັນເອກະລັກສະເພາະຂອງທ້ອງຖີ່ນ. ນັບແຕ່ປີ 2013, ກວາງນາມ ໄດ້ຈັດຕັ້ງ Festival ມໍຣະດົກ ກວາງນາມ ປະຈຳໄລຍະ. ຜ່ານການຈັດຕັ້ງ 5 ຄັ້ງ, ເພື່ອນມິດຢູ່ພາຍໃນປະເທດ ແລະ ສາກົນໄດ້ຮູ້ຈັກເຖິງ Festival ມໍຣະດົກ ກວາງນາມ ຜ່ານການເຄື່ອນໄຫວວັດທະນະທຳ ສິລະປະທີ່ມີຫຼາຍສີສັນ ແລະ ຈຸດພິເສດສະເພາະທາງດ້ານວັດທະນະທຳຂອງຊາດ, ປະກອບສ່ວນໂຄສະນາວັດທະນະທຳ ຫວຽດນາມ ເວົ້າລວມ ແລະ ກວາງນາມ ເວົ້າສະເພາະ. ກ່ຽວກັບ Festival ມໍຣະດົກ ກວາງນາມ ຄັ້ງທີ 6, ທ່ານ ເລວັນແທງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ, ໃຫ້ຮູ້ວ່າ:
        “Festival ມໍຣະດົກ ກວາງນາມ ຄັ້ງທີ 6 ປີ 2017 ປະກອບມີ ການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວ 22 ຢ່າງ, ເຊິ່ງຖືກຈັດຕັ້ງຢູ່ບັນດາເຂດມໍຣະດົກໂລກ, ເຂດບ້ານນາ, ໝູ່ບ້ານອາຊີບຫັດຖະກຳ, ເຂດທັດສະນີຍະພາບພ້ອມກັບການເຂົ້າຮ່ວມ ແລະ ການຕອບສະໜອງຂອງຫຼາຍຫົວໜ່ວຍທັງຢູ່ພາຍໃນ ແລະ ຕ່າງປະເທດ“.
        Festival ມໍຣະດົກ ກວາງນາມ ປີນີ້ມີນັກສິລະປະປະມານ 1500 ຄົນທີ່ມາຈາກ 15 ປະເທດ ແລະ ເຂດແຄ້ວນຄື: ລັດເຊຍ, ຍີ່ປຸ່ນ, ຈີນ, ສິງຄະໂປ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ໄທ… ເຂົ້າຮ່ວມລາຍການສະແດງສິລະປະ. ພິທີເປີດ Festival ມໍຣະດົກ ກວາງນາມ 2017 ດຳເນີນໃນເວລາ 20 ໂມງ, ວັນທີ 9/6 ຢູ່ຫາດຊາຍທະເລ ຕາມແທງ, ນະຄອນ ຕາມກີ່ ແລະ ປິດໃນເວລາ 20 ໂມງວັນທີ 14/6 ຢູ່ສະໜາມຫຼວງ ໂຊງຮ່ວາຍ, ນະຄອນ ໂຫ້ຍອານ. ນີແມ່ນບັນດາລາຍການສິລະປະທີ່ແນະນຳສີສັນວັດທະນະທຳຂອງມໍຣະດົກວັດທະນະທຳຂອງ ຫວຽດນາມ ເວົ້າລວມ ແລະ ກວາງນາມ ເວົ້າສະເພາະ.
        ລາຍການ Festival ມໍຣະດົກ ກວາງນາມ ຍັງມີການເຄື່ອນໄຫວວັດທະນະທຳອື່ນໆຄື: ງານປະກວດ “ຮ້ອງເພງປະສານສຽງສາກົນ“ ດ້ວຍການເຂົ້າຮ່ວມຂອງຄະນະຮ້ອງເພງປະສານສຽງພາຍໃນ ແລະ ສາກົນເກືອບ 32 ຄະນະ, “Festival ວ່າວສາກົນ“, ດ້ວຍການເຂົ້າຮ່ວມຂອງ ນັກສິລະປະການພາຍໃນ ແລະ ຕ່າງປະເທດ 118 ຄົນ, “Festival ເພໄໝ, ແພພື້ນເມືອງ ຫວຽດນາມ ແລະ ໂລກ“ ດ້ວຍການເຂົ້າຮ່ວມຂອງບັນດາສະຫະສະມາຄົມແພໄໝປະເທດຕ່າງໆເຊັ່ນ: ຍີ່ປຸ່ນ, ຈີນ, ຝລັ່ງ, ອີຕາລີ, ແອສປາຍ, ໄທ, ມຽນມາ, ກຳປູເຈຍ, ບຣາຊິນ ແລະ ສະຫະສະມາຄົມແພໄໝອາຊີ, ສະຫະສະມາຄົມແພໄໝໂລກ, ພ້ອມກັບໝູ່ບ້ານອາຊີບແພໄໝພາຍໃນປະເທດເກືອບ 20 ແຫ່ງ.
ຕົວເມືອງບູຮານ
      ງານວາງສະແດງ “ມໍຣະດົກວັດທະນະທຳທະເລໝູ່ເກາະ ຫວຽດນາມ“ ແມ່ນໜຶ່ງໃນບັນດາຈຸດທີ່ພົ້ນເດັ່ນໃນ Festival ມໍຣະດົກ ກວາງນາມ 2017. ນອກຈາກເຊີດຊູ, ໂຄສະນາບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດທະເລໝູ່ເກາະ ຫວຽດນາມ, ແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວທະເລໝູ່ເກາະແລ້ວ, ງານວາງສະແດງຍັງປະກອບສ່ວນຢືນຢັນອະທິປະໄຕທະເລໝູ່ເກາະຂອງປະເທດຊາດອີກດ້ວຍ. ຢູ່ Festival ມໍຣະດົກ ກວາງນາມ ຄັ້ງນີ້, ແຂວງ ກວາງນາມ ຍັງເອົາໃຈໃສ່ເປັນພິເສດເຖິງການແນະນຳບັນດາຜະລິດຕະພັນດ້ານການທ່ອງທ່ຽວວັດທະນະທຳຕິດພັນກັບບັນດາມໍຣະດົກທີ່ຍັງບໍ່ທັນຂຸດຄົ້ນຄຸນຄ່າຢູ່ ກວາງນາມ ໄດ້ໝົດເທື່ອ. ທ່ານ ດິ່ງຫາຍ, ຫົວໜ້າພະແນກວັດທະນະທຳດ ກິລາ ແລະ ທ່ອງທ່ຽວແຂວງ ກວາງນາມ, ໃຫ້ຮູ້ວ່າ:
        “ຈະມີລາຍການສະເຫຼີມສະຫຼອງ 415 ປີ ແຫ່ງທັດສະນີຍະພາບ ແທງຈຽມ ຕິດພັນກັບການກຳເນີດຕົວໜັງສືຂອງປະເທດຢູ່ແຂວງ ກວາງນາມ, ງານຕະຫຼາດນັດ Festival ມໍຣະດົກ ກວາງນາມ . ທາງແຂວງກໍ່ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ຮັບຮູ້ຄຸນຄ່າມໍຣະດົກທໍລະນີສາດຢູ່ແຂວງ ກວາງນາມ, ສຸມໃສ່ແນະນຳເກາະ ນາມຫາຍ ແລະ ເຂດສາມປະຕູ ເພື່ອທາບທາມຄວາມເຫັນບັນດານັກວິທະຍາສາດ, ສະເໜີຕໍ່ປະເທດກໍ່ຄືຕໍ່ UNESCO ເພື່ອເຂົ້າຮ່ວມເຄືອຂ່າຍສວນສາທາລະນະທໍລະນີສາດແຫ່ງຊາດ ແລະ ທົ່ວໂລກ. ທາງແຂວງກໍ່ໄດ້ເປີດສະຫຼອງຜະລິດຕະພັນວັດທະນະທຳທ່ອງທ່ຽວໃໝ່ຈຳນວນໜຶ່ງອີກ“.
        ພິເສດ, Festival ມໍຣະດົກ ກວາງນາມ ຄັ້ງນີ້ຍັງມີ “ງານປະກວດຂັບບ່າຍຈ່ອຍ (ເພງພື້ນເມືອງຂອງພາກກາງ)“ ລະຫວ່າງບັນດາແຂວງພາກກາງ ຫວຽດນາມ ແລະ ສະແດງບັນດາມໍຣະດົກວັດທະນະທຳບໍ່ເປັນວັດຖຸ ທີ່ໄດ້ຮັບການຮັບຮອງຈາກ UNESCO, ດ້ວຍການເຂົ້າຮ່ວມຂອງ 19 ແຂວງ, ນະຄອນ. ສ່ວນຢູ່ເຂດວິຫານທາດ ມີເຊີນ ກໍ່ໄດ້ວາງສະແດງ “ບັນດາມໍຣະດົກວັດທະນະທຳທາດຈຳຢູ່ບັນດາແຂວງພາກກາງ“ ແລະ ລາຍການສະແດງ ສິລະປະ “ເທບນິຍາຍ Apsara“.
        ຍັງມີຈຸດພົ້ນເດັ່ນໜຶ່ງອີກຂອງ Festival ມໍຣະດົກ ກວາງນາມ ປີ 2017, ນັ້ນແມ່ນລາຍການ “ພົບປະແລກປ່ຽນບັນດາຕົວເມືອງມໍຣະດົກໂລກ“, ເຊິ່ງຈະດຳເນີນຢູ່ເຂດສວນຮູບປັ້ນ ອານໂຫ້ຍ, ນະຄອນ ໂຫ້ຍອານ ທີ່ປະກອບດ້ວຍຫຼາຍເນື້ອໃນຄື: ວາງສະແດງ, ແນະນຳຮູບພາບ, ວັດຖຸພັນ, ຮູບເງົາ ແລະ ບັນດາຕົວເມືອງທີ່ໄດ້ຮັບການຮັບຮອງຈາກ UNESCO ວ່າເປັນມໍຣະດົກໂລກ. ສະແດງຈຸດ ທີ່ເປັນເອກະລັກສະເພາະກ່ຽວກັບວັດທະນະທຳບໍ່ເປັນວັດຖຸຂອງບັນດາຕົວເມືອງເກົ່າ; ກອງປະຊຸມສຳມະນາສາກົນກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍຣະດົກບັນດາຕົວເມືອງບູຮານ… ບັນດາການເຄື່ອນໄຫວຢູ່ Festival ມໍຣະດົກ ກວາງນາມ ປີ 2017 ປະກອບສ່ວນປະຕິບັດໜ້າທີ່ໂຄສະນາ, ເຊີດຊູຄຸນຄ່າວັດທະນະທຳ ຫວຽດນາມ ແລະ ຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳທ້ອງຖີ່ນ ກວາງນາມ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ລັດຖະມົນຕີ 3 ປະເທດໄດ້ເປັນເອກະພາບສືບຕໍ່ສົນທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມື 2 ຝ່າຍ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ໃຫ້ບັນລຸປະສິດທິຜົນ

Top