• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EVFTA ສ້າງກຳລັງໜູນຊຸກຍູ້ການຮ່ວມມືທາງດ້ານເສດຖະກິດສ.ເຊັກໂກ-ຫວຽດນາມ

ວັນທີ 10 ກັນຍາ, ຢູູ່ສູນການຄ້າ VINAMO ທີ່ນະຄອນ Brno, ເມືອງເອກເຂດທິດໃຫ້ Morava, ສ.ເຊັກໂກ ໄດ້ຈັດເວທີປາໄສການຄ້າສ.ເຊັກໂກ- ຫວຽດນາມ.
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເຊັກໂກ ທາຍຊວັນຢຸງ. (ພາບ: baoquocte.vn)

ຜູ້ຕາງໜ້າບັນດາອົງການທີ່ມີໜ້າທີ່ ແລະ ວິສາຫະກິດຂອງ 2 ຝ່າຍໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາຫົວຂໍ້ກ່ຽວຂ້ອງເຖິງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ, ກໍຄືກາລະໂອກາດ, ຄວາມສາມາດບົ່ມຊ້ອນຊຸກຍູ້ການພົວພັນທາງດ້ານເສດຖະກິດ-ການຄ້າລະຫວ່າງສ.ເຊັກໂກ- ຫວຽດນາມ ເພື່ອເຊື່ອມຕໍ່ວິສາຫະກິດ 2 ປະເທດ, ເຂົ້າໃຈກ່ຽວກັບສະພາບແວດລ້ອມສະເພາະ ແລະ ການກຳນົດທິດສົ່ງອອກໃຫ້ແກ່ຜະລິດຕະພັນກະເສດ, ທັນຍາຫານຫວຽດນາມ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເຊັກໂກ ທາຍຊວັນຢຸງ ໃຫ້ຮູ້ວ່າ, ເວທີປາໄສແມ່ນກາລະໂອກາດເພື່ອໃຫ້ບັນດາອົງການທີ່ມີໜ້າທີ່ ກໍຄືບັນດາວິສາຫະກິດຂອງ 2 ປະເທດສ້າງການພົວພັນ ແນໃສ່ເພີ່ມທະວີການຮ່ວມມື.

        ກ່ຽວກັບການຮ່ວມມື 2 ຝ່າຍ, ປະຈຸບັນ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ອັນກັບ 2 ຂອງສ.ເຊັກໂກ ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ແມ່ນຄູ່ຄ້າໃຫຍ່ອັນດັບທີ 13 ໃນໂລກ. ປີ 2020, ວົງເງິນການຄ້າລະຫວ່າງ 2 ປະເທດບັນລຸ 1,5 ຕື້ USD, ເພີ່ມຂຶ້ນ 22% ເມື່ອທຽບໃສ່ປີ 2019.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top