• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EU ສືບຕໍ່ສະໜັບສະໜູນຂໍ້ຕົກລົງນິວເຄຼຍກັບອີຣານ

ສະຫະພາບເອີລົບ (EU) ບໍ່ມີການປ່ຽນແປງໃນການສະໜັບສະໜູນຂໍ້ຕົກລົງນິວເຄຼຍກັບອີຣານ ຫຼື ເອີ້ນວ່າ ແຜນການກະທຳລວມຮອບດ້ານ (JCPOA), ຍ້ອນນັ້ນແມ່ນຂໍ້ຕົກລົງທີ່ດີ ແລະ ພວມເຄື່ອນໄຫວ.


ທ່ານນາງ Nathalie Tocci 

(ພາບ: yeniakit.com.tr)

ເມື່ອຕອບສຳພາດຕໍ່ສຳນັກຂ່າວສານອີຣານ Tasnim ໃນວັນທີ 11 ສິງຫາ, ທ່ານນາງ Nathalie Tocci, ຜູ້ຊ່ວຍວຽກຂັ້ນສູງຜູ້ຮັບຜິດຊອບຄວາມໝັ້ນຄົງ ແລະ ນະໂຍບາຍການຕ່າງປະເທດ EU Federica Mogherini ໃຫ້ຮູ້ວ່າ, JCPOA ແມ່ນຂໍ້ຕົກລົງຫຼາຍຝ່າຍ ຜ່ານເສັ້ນທາງການທູດ, ເຄົາລົບກົດໝາຍສາກົນ, ເໝາະສົມກັບບັນດາຫຼັກການພື້ນຖານໃນນະໂຍບາຍການຕ່າງປະເທດຂອງ EU ແລະ ກໍ່ແມ່ນວິທີໜຶ່ງດຽວທີ່ນຳມາເຊິ່ງສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ກ່ຽວຂ້ອງເຖິງເລື່ອງອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງ, ທ່ານນາງ Tocci ຖືວ່າ, ການກະທຳດັ່ງກ່າວແມ່ນການລະເມີດຂໍ້ຕົກລົງສາກົນທີ່ໄດ້ຮັບຮອງເອົາຜ່ານມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ທ່ານນາງ Tocci ເນັ້ນໜັກວ່າ, ມາຮອດປະຈຸບັນ ອີຣານ ຍັງປະຕິບັດບັນດາຂໍ້ມາດຕາຂອງ JCPOA.

 (ແຫຼ່ງຄັດຈາກ VOV)


ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ ປີ 2026: ປະ​ຢັດ​ໄຟ​ຟ້າ​ໄດ້ 463.000 kWh

ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ ປີ 2026: ປະ​ຢັດ​ໄຟ​ຟ້າ​ໄດ້ 463.000 kWh

ຕາມຂໍ້ມູນຈາກບໍລິສັດບໍລິຫານລະບົບໄຟຟ້າ ແລະ ຕະຫຼາດໄຟຟ້າແຫ່ງຊາດ (NSMO), ພາຍຫຼັງ 1 ຊົ່ວໂມງມອດໄຟຕອບສະໜອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກປີ 2026 (ແຕ່ 20 ໂມງ 30 ນາທີ ຫາ 21 ໂມງ 30 ນາທີຂອງວັນທີ 28 ມີນາ 2026), ທົ່ວປະເທດປະຢັດໄຟຟ້າໄດ້ 463.000 kWh.

Top