• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

Ecolink - ນຳລົດຊາດຊາອິນຊີສະເໜີອອກສູ່ໂລກ

ເປັນ 1 ໃນສິບວິສາຫະກິດສົ່ງອອກຊາໃຫຍ່ທີສຸດ ຫວຽດນາມ ໃນປັດຈຸບັນ, ບໍລິສັດຮຽບແທ່ງ (Ecolink) ດ້ວຍທ່າແຮງ ຈຳໜ່າຍຊາ ໂດຍຜ່ານການແຈກຈ່າຍການຄ້າຍຸຕິທຳສາກົນ (The Fair Trade Labelling Organization International – FLO) ໄດ້ນຳ ຜະລິດຕະພັນທີ່ໃສ່ຊື່ ຊາອິນຊີຫວຽດນາມ ມາກັບ ຜູ້ບໍລິໂພກສາກົນ. 

Ecolink ຮັກສາລະດັບຄວາມໄວສະໝຳ່ສະເໝີ 20% ຕໍ່ປີ ແລະ ຍຸດທະຍາດເຖິງປີ 2022 ຈະສົ່ງອອກໄດ້ຊາ 500 ໂຕນ. Ecolink ໄດ້ຜັນຂະຫຍາຍ 17 ໂຄງການ ແລະ ເຮັດວຽກ ກັບຊາວກະສິກອນ ຜູ້ປູກຊາອິນຊີ ລວມ 1750  ເພື່ອການຈຳໜ່າຍຜະລິດຕະພັນ ໂດຍຜ່ານການແຈກຈ່າຍການຄ້າຍຸຕິທຳສາກົນ(FLO). 
ໄດ້ຮັບການສ້າງຕັ້ງໃນເມື່ອປີ 2004 ພ້ອມກັບໂຄງການ ນຳຕົ້ນຊາ ກາຍເປັນຕົ້ນໄມ້ລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ ໃຫ້ພໍ່ແມ່ປະຊາຊົນ ຊາວຊົນເຜົ່າສ່ວນໜ້ອຍ Ecolink ໄດ້ປະສົບກັບ ຄວາມຫຍຸ້ງຍາກລຳບາກນາໆປະການ ອັນເນື່ອງຈາກວ່າ, “ຜະລິດອິນຊີ” ໃນຄາວນັ້ນ ຍັງເປັນ ຄວາມສຳນຶກໃໝ່ອ່ຽມທີສຸດ ແຕ່ຂະນະນັ້ນ, ຄວາມສາມາດ ບົ່ມຊ້ອນ ໃນການຜະລິດຊາ ຢູ່ຕາມທ້ອງຖິ່ນຕ່າງໆແມ່ນສຸດທີ່ ໃຫຍ່ຫຼວງ.

ທ່ານ ຟ້າມມິງດຶກ, ຜູ້ອຳນວຍການດ້ານຄຸ້ມຄອງບໍລິຫານ ຂອງບໍລິສັດ Ecolink ໄດ້ໃຫ້ຮູ້ວ່າ, ເມື່ອເລີ່ມຕົ້ນທຸລະກິດ ກັບແນວຄວາມຄິດ ຜະລິດຊາອິນຊີ, Ecolink ໄດ້ຜັນຂະຫຍາຍໂຄງການ ທຳອິດ ຢູ່ ຕາແສງ ເຕິນເກືອງ, ນະຄອນ ຖ໋າຍງວຽນ, ເຖິງວ່າຖືາລົ້ມເຫຼວ ແຕ່ລາວ ແລະ ບັນດາເພື່ອນຮ່ວມງານໄດ້ບໍ່ທໍ້ຖອຍໃຈ. ໂດຍຮັບຮູ້ໄດ້ໂອກາດ ຫັນເປັນອາຊີບ ລະບົບກົນໄກ ການສະໜອງ ຜະລິດຊາອິນຊີ ເປັນປັນທິດທາງກ້າວເດີນທີ່ມີແງ່ຫວັງ, ບໍລິສັດໄດ້ສືບຕໍ່ເປີດກວ້າງ ການລົງທຶນຜະລິດຊາ ຢູ່ ຕາແສງ ບ່ານລ່ຽນ (ແຂວງ ລາວກາຍ) ແລະ ຫຼັງຈາກນັ້ນແມ່ນ ເມືອງ ກວາງບິ່ງ (ແຂວງ ຮ່າຢາງ) ແລະ ເມືອງ ຕາມເດື່ອງ (ແຂວງ ລາຍເຈົາ).

ເພື່ອໃຫ້ຜະລິດຕະພັນຊາຫວຽດນາມໄດ້ຮັບຄວາມນິຍົມຊົງຊອບ ຈາກຜູ້ບໍລິໂພກ ຢູ່ທາງທິດຕາເວັນຕົກ, Ecolink ໄດ້ໃຊ້ເວລາເຖິງ 8 ປີ ເພື່ອຄົ້ນຄວ້າ ລົງເລິກລົດນິຍົມຂອງເຂົາເຈົ້າ ແລະ ປະດິດສ້າງອອກປະເພດຊາມີ ກິ່ນຫອມແບບທຳມະຊາດ ຂອງ ດອກໄມ້ ແລະ ໝາກໄມ້.

ນອກນັ້ນ, Ecolink ກໍປະດິດສ້າງອອກ ບັນດາຜະລິດຕະພັນ ຊາອິນຊີ ມີລົດຊາດ ວັດທະນະທຳຂອງຄົນຫວຽດ ແລະ ປຶກສາໃຫ້ແກ່ ບັນດາວິສາຫະກິດອື່ນໆ ພ້ອມກັບ ບໍລິສັດ ເປີດກວ້າງ ການສ້າງຕັ້ງ ບັນດາໜ່ວຍຜະລິດຜະລິດຕະພັນ ຜັກ, ແຄ, ຂີງອິນຊີ ຢູ່ຕາມແຂວງຕ່າງໆເຊັ່ນ ຮ່າຢາງ, ຕວຽນກວາງ, ອຽນບ໋າຍ ແລະ ຮ່າໂນ້ຍ. Ecolink ໄດ້ໃຫ້ການຮ່ວມ ສຳພັນກັບ ບັນດາສະຫະກອນຊາວນາ, ບຳລຸງສ້າງ ແລະ ປຶກສາ ເພື່ອໃຫ້ເຂົາເຈົ້າ ກໍ່ສ້າງລະບົບສະໜອງ ແຕ່ຂັ້ນຕອນ ການປູກຝັງ, ປຸງແຕ່ງ ເຖິງການຈຳໜ່າຍ. 


13 ປະເພດຜະລິດຕະພັນຊາຂອງ Ecolink ເຊັ່ນ Black Tea Op, Red Tea, Jasmine Tea, Shan Steamed Green tea, Green Tea Straighten, White Tea, Green Tea Fanning… ໄດ້ບັນລຸໃບຮັບຮອງ ຜະລິດໝັ້ນຄົງ ມາດຕະຖານອິນຊີ ຂອງ ເອີຣົບ (EC834/2007), ການາດາ (CAN/CGSB 32.310, 32.311) ແລະ ໄດ້ ນຳໃຊ້ເຄື່ອງໝາຍ logo ຮັບຮອງຂອງ ສ.ອາເມລິກາ. ບັນດາຜະລິດຕະພັນດັ່ງກ່າວ ພວມໄດ້ຈຳໜ່າຍຢ່າງເປັນປົກກະຕິ ໂດຍຜ່ານການແຈກຈ່າຍ ການຄ້າຍຸຕິທຳສາກົນ (FLO) ແລະ ໄດ້ຮັບຄວາມນິຍົມຊົມຊອບ ຈາກລູກຄ້າ ເອີຣົບ. 
 



ໂນນຊາທຳມະຊາດຢູ່ ຕາແສງ ບ່ານລ່ຽນ (ເມືອງ ບັກຮ່າ, ແຂວງ ລາວກາຍ). 


ພໍ່ແມ່ຊາວຊົນເຜົ່າ ໄຕ່ເກັບກ່ຽວຊາ ຢູ່ເທິງໂນນພູສູງ ມາສະໜອງ ໃຫ້ແກ່ໂຮງງານ Ecolink.


ຊາວທ້ອງຖິ່ນເກັບໃບຊາເມືອບ້ານເພື່ອເປັນເຄື່ອງດື່ມໃນປະຈຳວັນ.


ຍອດຊາໄດ້ເກັບກ່ຽວດ້ວຍມື ເພື່ອຮັບປະກັນ ລົດຊາດຂອງຊາ ໄດ້ດີທີສຸດ. 

ປະຈຸບັນ, 3 ໂຮງງານໃຫຍ່ຂອງ Ecolink ຢູ່ ເມືອງ ບັກຮ່າ (ແຂວງ ລາວກາຍ), ເມືອງ ກວາງບິ່ງ (ແຂວງ ຮ່າຢາງ) ແລະ ເມືອງ ຕາມເດື່ອງ (ແຂວງ ລາຍເຈົາ) ກຳລັງເຄື່ອນໄຫວ ດ້ວຍກຳລັງ ການຜະລິດ 150 ໂຕນ ຕໍ່ປີ ເພື່ອສົ່ງອອກໄປຍັງ ຕະຫຼາດ ເອີຣົບ ແລະ ອາເມລິກາເໜືອ ຊຶ່ງລວມມີ ສ.ອາເມລິກາ, ການາດາ...

ນອກຈາກນັ້ນ ທາງບໍລິສັດກໍມີບັນດາໂຮງງານ ຊ່ວຍໜູນ ໃຫ້ການຜະລິດຊາອິນຊີ ເຊ່ັນ ໂຮງງານຢູ່ ເມືອງ ຢີລິງ (ແຂວງ ເລີມດົ່ງ), ໂຮງງານ ຢູ່ແຂວງ ຊຳເໜືອ (ສປປ ລາວ), ລົງທຶນ ສວນກ້າເບ້ຍ ຜະລິດແນວພັນຕົ້ນໄມ້ ແລະ ໂຮງງານ ຜະລິດຝຸ່ນ ເພື່ອຊ່ວຍໜຸນ ແລະ ຄວບຄຸມ ລະບົບຜະລິດຊາ ຢ່າງສົມບຸນ ຫາກບໍ່ຕ້ອງຂຶ້ນກັບຜູ້ສະໜອງແຫຼ່ງວັດຖຸດິບສົ້ນເຂົ້າ.

ຖ້າຫາກຢູ່ຕະຫຼາດຫວຽດນາມ ໜຶ່ງກິໂລຊາມີລາຄາສະເລ່ຍ 2 ໂດລາສະຫະລັດ, ຊາ Ecolink ໜຶ່ງກິໂລ ສົ່ງອອກໄປ ເອີຣົບ ມີລາຄາ 8 ໂດລາສະຫະລັດ ແລະ ມີຊາບາງຊະນິດພິເສດ ມີລາຄາຂຶ້ນເຖິງ 150 ໂດລາສະຫະລັດ ຕໍ່ໜຶ່ງກິໂລ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ຜະລິດຕະພັນ Ecolink ມີຄຸນນະພາບ ຢ່າງແທ້ຈິງ ແລະ ໄດ້ຍອມຮັບຢ່າງສົມກຽດ ຢູ່ບັນດາຕະຫຼາດ ທີ່ມີລົດນິຍົມສູງຄື ອີຢູ, ສ.ອາເມລິກາ ແລະ ການາດາ.



ການປຸງແຕ່ງຊາ. 


ຂັ້ນຕອນໜຶ່ງໃນການປຸງແຕ່ງຊາ ຢູ່ໃນໂຮງງານຂອງ Ecolink ໂດຍພໍ່ແມ່ຊາວຊົນເຜົ່າເປັນຜູ້ຮັບຜິດຊອບ. 


ຕ່ອງໂສ້ຕາກແຫ້ງຊາຢູ່ໃຕ້ແສງຕາເວັນ. 


ຊາຊຽວອິນຊີຊະນິດໜຶ່ງຂອງ Ecolink. 


ຊາດຳອິນຊີຂອງ Ecolink ບັນລຸໃບຢັ້ງຢືນ ຊາອິນຊີ ຂອງ ສ.ອາເມລິກາ ແລະ ໄທ ກຳລັງໄດ້ຮັບຈຳໜ່າຍ ຢ່າງໝັ້ນຄົງ ຢູ່ຕະຫຼາດເອີຣົບ. 


ຜະລິດຕະພັນຊາດຳຂອງ Ecolink. 

ຖ້າຫາວ່າມີໂອກາດໄປຍັງເຂດພູສູງຂອງຫວຽດນາມເຊັ່ນ ແຂວງ ລາວກາຍ, ແຂວງ ລາຍເຈົາ... ຊຶ່ງ ເປັນບ່ອນທີ່ມີປ່າຊາອິນຊີ ທີ່ເກົ່າແກ່ ໄດ້ປູກຢູ່ຕາມໂນນພູ ແລະ ພາບພົດພໍ່ແມ່ປະຊາຊົນ ຊາວຊົນເຜົ່າ ເຊື້ອເຊີນນັກທ່ອງທ່ຽວ ຊິມລົດຊາດຂອງ ຊາ Ecolink ດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ, ເພື່ອນຈະສາມາດ ຮູ້ສຶກໄດ້ລົດຊາດທີ່ ສົດໃສບໍລິສຸດ ຂອງທຳມະຊາດ ທີ່ເຂັ້ມຂົ້ນ ໃນແຕ່ລະຈອກຊາ. 
ບົດ: ບິກເວີນ - ພາບ: Ecolink

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top