• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ECCC ດຳເນີນການພິພາກສາອຸທອນອະດີດການນຳຂະແມແດງKhieu Samphan

      ວັນທີ 19 ພະຈິກ ປີ 2007, Khieu Samphan ຖືກກັກຕົວເພື່ອນຳເອົາມາພິພາກສາ. ໃນເດືອນສິງຫາ 2014, Khieu Samphan ຖືກສານ ECCC ຕັດສິນລົງໂທດຈຳຄຸກຕະຫຼອດຊີວິດຍ້ອນໂທດຕ້ານຄືນມະນຸດ, ໂທດຊີ້ນຳການເຂັ່ນຂ້າມະນຸດ, ປາບປາມການເມືອງແລະບັນດາການກະທຳໄຮ້ມະນຸດສະທຳ
 
Khieu Samphan - ອະດີດການນຳຂະແມແດງ (ພາບ: TTXVN)
      ວັນທີ 16 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ສານພິເສດພິພາກສາໂທດກຳຂອງຂະແມແດງຢູ່ ກຳປູເຈຍ (ECCC) ໄດ້ເປີດການພິພາກສາອຸທອນຄັ້ງສຸດທ້າຍຕໍ່ Khieu Samphan - ອະດີດການນຳຂະແມແດງຜູ້ໜຶ່ງດຽວທີ່ຍັງມີຊີວິດຢູ່. ຄາດວ່າ, ຄະດີຈະສິ້ນສຸດລົງໃນທ້າຍປີ 2022. ສານສູງສຸດຂຶ້ນກັບ ECCC ໄດ້ດຳເນີນ ການພິພາກສາອຸທອນຄະດີເລກທີ 002/02 ໂດຍກ່ຽວຂ້ອງເຖິງ Khieu Samphanນັບແຕ່ວັນທີ 16 – 19 ສິງຫາແລະຖືວັນທີ 20 – 27 ສິງຫາແມ່ນວັນສຳຮອງຖ້າຫາກວ່າ ວາລະອະພິປາຍຖືກແກ່ຍາວ.
      ວັນທີ 19 ພະຈິກ ປີ 2007, Khieu Samphan ຖືກກັກຕົວເພື່ອນຳເອົາມາພິພາກສາ. ໃນເດືອນສິງຫາ 2014, Khieu Samphan ຖືກສານ ECCC ຕັດສິນລົງໂທດຈຳຄຸກຕະຫຼອດຊີວິດຍ້ອນໂທດຕ້ານຄືນມະນຸດ, ໂທດຊີ້ນຳການເຂັ່ນຂ້າມະນຸດ, ປາບປາມການເມືອງແລະບັນດາການກະທຳໄຮ້ມະນຸດສະທຳ. ເດືອນ ພະຈິກ ປີ 2018, Khieu Samphanຖືກຕັດສິນລົງໂທດບັນດາໂທດຕ້ານຄືນມະນຸດແລະໂທດດັບສູນເຊື້ອຊາດ ແຕ່ຫຼັງຈາກນັ້ນໄດ້ສົ່ງຄຳອຸທອນຂຶ້ນສານສູງສຸດ ສັງກັດ ECCC
(ແຫຼ່ງຄັດຈາກ VOV)

ວັນ​ບຸນ​ວັດ​ທະ​ນະ​ທຳໂລກ ​ຢູ່​ຮ່າ​ໂນ້ຍ ຄັ້ງ​ທີ 2 ປີ 2026: ເຕົ້າ​ໂຮມ​ມໍ​ລະ​ດົກ - ສ້າງ​ສັນ​ອະ​ນາ​ຄົດ

ວັນ​ບຸນ​ວັດ​ທະ​ນະ​ທຳໂລກ ​ຢູ່​ຮ່າ​ໂນ້ຍ ຄັ້ງ​ທີ 2 ປີ 2026: ເຕົ້າ​ໂຮມ​ມໍ​ລະ​ດົກ - ສ້າງ​ສັນ​ອະ​ນາ​ຄົດ

ວັນ​ບຸນວັດ​ທະ​ນະ​ທຳ​ໂລກ ​ຢູ່​ຮ່າ​ໂນ້ຍ ​ຄັ້ງ​ທີ 2 ປີ 2026 ດ້ວຍ​ຫົວ​ຂໍ້ “ເຕົ້າ​ໂຮມ​ມໍ​ລະ​ດົກ - ສ້າ​ງ​ສັນ​ອະ​ນາ​ຄົດ” ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 1 ຕຸ​ລາ ຢູ່​ພະ​ລາ​ດຊະ​ວັງ ​ທັງ​ລອງ, ຮ່າ​ໂນ້ຍ.

Top