ຂ່າວສານ

ECCC ດຳເນີນການພິພາກສາອຸທອນອະດີດການນຳຂະແມແດງKhieu Samphan

      ວັນທີ 19 ພະຈິກ ປີ 2007, Khieu Samphan ຖືກກັກຕົວເພື່ອນຳເອົາມາພິພາກສາ. ໃນເດືອນສິງຫາ 2014, Khieu Samphan ຖືກສານ ECCC ຕັດສິນລົງໂທດຈຳຄຸກຕະຫຼອດຊີວິດຍ້ອນໂທດຕ້ານຄືນມະນຸດ, ໂທດຊີ້ນຳການເຂັ່ນຂ້າມະນຸດ, ປາບປາມການເມືອງແລະບັນດາການກະທຳໄຮ້ມະນຸດສະທຳ
 
Khieu Samphan - ອະດີດການນຳຂະແມແດງ (ພາບ: TTXVN)
      ວັນທີ 16 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ສານພິເສດພິພາກສາໂທດກຳຂອງຂະແມແດງຢູ່ ກຳປູເຈຍ (ECCC) ໄດ້ເປີດການພິພາກສາອຸທອນຄັ້ງສຸດທ້າຍຕໍ່ Khieu Samphan - ອະດີດການນຳຂະແມແດງຜູ້ໜຶ່ງດຽວທີ່ຍັງມີຊີວິດຢູ່. ຄາດວ່າ, ຄະດີຈະສິ້ນສຸດລົງໃນທ້າຍປີ 2022. ສານສູງສຸດຂຶ້ນກັບ ECCC ໄດ້ດຳເນີນ ການພິພາກສາອຸທອນຄະດີເລກທີ 002/02 ໂດຍກ່ຽວຂ້ອງເຖິງ Khieu Samphanນັບແຕ່ວັນທີ 16 – 19 ສິງຫາແລະຖືວັນທີ 20 – 27 ສິງຫາແມ່ນວັນສຳຮອງຖ້າຫາກວ່າ ວາລະອະພິປາຍຖືກແກ່ຍາວ.
      ວັນທີ 19 ພະຈິກ ປີ 2007, Khieu Samphan ຖືກກັກຕົວເພື່ອນຳເອົາມາພິພາກສາ. ໃນເດືອນສິງຫາ 2014, Khieu Samphan ຖືກສານ ECCC ຕັດສິນລົງໂທດຈຳຄຸກຕະຫຼອດຊີວິດຍ້ອນໂທດຕ້ານຄືນມະນຸດ, ໂທດຊີ້ນຳການເຂັ່ນຂ້າມະນຸດ, ປາບປາມການເມືອງແລະບັນດາການກະທຳໄຮ້ມະນຸດສະທຳ. ເດືອນ ພະຈິກ ປີ 2018, Khieu Samphanຖືກຕັດສິນລົງໂທດບັນດາໂທດຕ້ານຄືນມະນຸດແລະໂທດດັບສູນເຊື້ອຊາດ ແຕ່ຫຼັງຈາກນັ້ນໄດ້ສົ່ງຄຳອຸທອນຂຶ້ນສານສູງສຸດ ສັງກັດ ECCC
(ແຫຼ່ງຄັດຈາກ VOV)

top