• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

CPTPP ແລະ ກາລະໂອກາດ ຫັນຄວາມຝັນ ເປັນຕົວຈິງ ຂອງ ຫວຽດນາມ

ເປົ້າໝາຍ ຫວຽດນາມ ວັດທະນາຖາວອນ, ແຕ່ຂາດບໍ່ ໄດ້ ປັດໃຈເຊື່ອມໂຍງເສດຖະກິດສາກົນ ແລະ ເປົ້າໝາຍ ເຊື່ອມ ໂຍງ ເສດຖະກິດສາກົນ ຈະຂາດບໍ່ໄດ້ ບັນດາສັນຍາການ ຄ້າ ເສລີ ລຸ້ນໃໝ່. ໃນບັນດາສັນຍາດັ່ງກ່າວ, CPTPP (ສັນ ຍາ ຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ພາກພື້ນປາຊີຟິກ) ຊຶ່ງ ຫາກໍໄດ້ ສະພາແຫ່ງຊາດອະນຸມັດຜ່ານ ເປັນກາລະໂອ ກາດ ພິເສດສຳລັບ ຫວຽດນາມ. 
ນັກຊ່ຽວຊານດ້ານເສດຖະກິດ ຟ້າມຈີລານ ໄດ້ຫວນຄືນ ອະ ດີດ ໃນການຄຽງບ່າຄຽງໄຫຼ່ ພ້ອມກັບ ບັນດາ ນັກຊ່ຽວຊານ ຂອງ ທະນາຄານໂລກ (WB) ສ້າງ ເນື້ອໃນ ໃຫ້ບົດລາຍ ງານ ຫວຽດນາມ 2035, ພະຍາກອນກ່ຽວກັບ “ອະນາຄົດ ວັດທະນາຖາວອນ” ດ້ວຍຄວາມດີອົກດີໃຈ.

ເປັນຄົນເຫັນກັບຕາຂະບວນວິວັດແຫ່ງການເຮັດວຽກ ທີ່ ຍາວນານ, ທ່ານນາງໃຫ້ຮູ້ວ່າ, ຖັນແຖວ ນັກຊ່ຽວຊານ ຢູ່ ພາຍໃນ ແລະ ຕ່າງປະເທດ ໄດ້ເສຍເວລາ ຢ່າງຫຼວງຫຼາຍ ເພື່ອການຄົ້ນຄວ້າ ສ່ວນລາຍລະອຽດ ກ່ຽວກັບ ຂະບວນ ວິ ວັດແຫ່ງການປ່ຽນແປງໃໝ່ ໃນ 30 ປີ (ແຕ່ປີ 1986-2016) ແລະ ຊອກຫາບັນດາທິດທາງໃໝ່ ໃຫ້ແກ່ ເປົ້າໝາຍ 2035.

ເປົ້າໝາຍ 2035 ທີ່ທ່ານນາງ ລານ ກ່າວເຖິງ ນັ້ນແມ່ນ “ຄວາມ ມຸ້ງຫວັງ ຫວຽດນາມ 2035”, ກ່ຽວກັບ ປະເທດ ຫວຽດນາມ ທີ່ມີຄວາມວັດທະນາຖາວອນ, ປະຊາຊົນ ມີ ລາຍຮັບ ຢູ່ໃນລະດັບສະເລັ່ຍສູງ ຂອງໂລກ. ກຳລັງແຮງ ບົ່ມ ຊ້ອນ ແລະ ຖານະບົດບາດຂອງຊາດ ໄດ້ຍົກໃຫ້ສູງຂຶ້ນ, ພື້ນຖານເສດຖະກິດ ມີການເຊື່ອມໂຍງ ເລິກເຂົ້າ ພື້ນຖານ ເສດຖະກິດທົ່ວໂລກ.


ເຊື່ອມໂຍງເລິກເຂົ້າ ພື້ນຖານເສດຖະກິດທົ່ວໂລກ ໄດ້ຮັບຖື ວ່າ ເປັນໜຶ່ງໃນບັນດາປັດໃຈທີ່ສຳຄັນ ຂອງ ຫວຽດນາມ ໃນ ໄລຍະຕໍ່ໜ້າ, ໃນຂະນະທີ່ ຫວຽດນາມສູ້ຊົນ ຢືນຢູ່ໃນກຸ່ມ ປະເທດມີລາຍຮັບ ສະເລ່ັຍສູງ, 50% ຂອງ ປະຊາກອນ ແມ່ນຄົນ ຊັ້ນກາງ. 


ນະຄອນ ໂຮ່ຈີມິນ-ສູນກາງທາງດ້ານເສດຖະກິດ ໃຫຍ່ທີສຸດ ຂອງ ຫວຽດນາມ. ພາບ: ຫງວຽນລວນ


ທ່ານ ເຈິ່ນແອງຕ໋ວນ ລັດຖະມົນຕີ ກະຊວງອຸດສາຫະກຳ ການຄ້າຫວຽດນາມ (ຂວາ) ແລະ ຜູ້ຕາງໜ້າ ປະເທດຕ່າງໆ ໃນພິທີ ເຊັນສັນຍາ CPTPP ຢູ່ຊານຕີອາໂກ ປະເທດຈີເລ, ວັນທີ 8 ມີນາ. ພາບ: VNA/ AFP


ສັນຍາ ຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມ ພາກພື້ນ ປາຊີຟິກ (CPTPP) ຈະນຳມາຊຶ່ງຜົນປະໂຫຍດ ຢ່າງໃຫຍ່ ຫຼວງ ໃຫ້ແກ່ ຫວຽດນາມ ແລະ ສ້າງວຽກເຮັດງານທຳ  ນັບ ຫຼາຍລ້ານໃຫ້ແກ່ຊາວຜູ້ອອກແຮງງານ ໃນຕໍ່ໜ້າ, ໃນນັ້ນ ບັນດາຂະແໜງການເຊັ່ນ ຕໍ່າແຜ່ນຕັດຫຍິບ,
ເກີບໜັງ ແລະ ເອເລັກໂຕຣນິກ ແມ່ນດຶງດູດແຮງງານ ຫຼາຍທີສຸດ. ພາບ: VNA

ຕາມການຄິດໄລ່, ເພື່ອໃຫ້ ຫວຽດນາມ ບັນລຸເປົ້າໝາຍ 2035 ໂດຍໄວ, ເມື່ອ ປະຊາຊົນ ມີລາຍຮັບສະເລັ່ຍ 7000 ໂດລາສະຫະລັດ, ຫວຽດນາມ ຕ້ອງຮັກສາໄວ້ ລະດັບ ການ ຈະເລີນເຕີບໂຕສູງ, ໜ້ອຍສຸດປະມານ 6-7%/ປີ. ເພື່ອໃຫ້ ມີການຈະເລີນເຕີບໂຕສູງ, ທ່ານ ນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ໄດ້ເນັ້ນໜັກເຖິງເລື່ອງ ຫວຽດນາມ ຕ້ອງ ຫັນປ່ຽນ ໂຄງປະກອບເສດຖະກິດ, ປ່ຽນແປງໃໝ່ ຕົວແບບ ການຈະເລີນເຕີບໂຕ, ຍົກສູງກຳລັງການຜະລິດ ແລະ ປະ ສິດທິຜົນ, ເຊື່ອມໂຍງຢ່າງກວ້າງຂວາງ ເລິກເຊິ່ງ ກັບໂລກ ຢູ່ສະເໝີ. ໝາຍຄວາມວ່າ ຫວຽດນາມ ຕ້ອງ ສ້າງອອກ ພະ ລັງແຮງໃໝ່ ໃນການເພີ່ມ ຈີດີປີ, ແທນທີ່ ຂຶ້ນກັບ ການຂຸດ ຄົ້ນ ບໍ່ແຮ່ ຊຶ່ງເປັນມູນຄ່າການລົງທຶນ ຂອງ ລັດຄືເມື່ອກ່ອນ. 

ໃນບົດລາຍງານຂອງລັດຖະບານ ທີ່ຍື່ນຕໍ່ສະພາແຫ່ງຊາດ ໄດ້ຕີລາຄາວ່າ ຍ້ອນມີ CPTPP, ວົງເງິນສົ່ງອອກ ນຳເຂົ້າ ສາມາດເພີ່ມຂຶ້ນປະມານ 4,04% ເຖິງປີ 2035. CPTPP ສາມາດສ້າງວຽກເຮັດງານທຳໄດ້ 20.000-26.000 ຄົນ/ປີ. ການເຊື່ອມໂຍງແມ່ນເສັ້ນທາງ ເຮັດໃຫ້ ຈຸດໝາຍ ວັດທະ ນາຖາວອນ ຂອງ ຫວຽດນາມ ໃຫ້ປະກົດ ຜົນເປັນຈິງ. 
ສັນຍາ ຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ພາກພື້ນ ປາຊີ ຟິກ (CPTPP) ທີ່ຫາກໍໄດ້ຮັບຮອງເອົາ ຊຶ່ງຖືວ່າ ຂີດໝາຍ ອັນສຳຄັນໃນການເຊື່ອມໂຍງ. ຢູ່ທີ່ນັ້ນ, ບັນດາຄຳໝັ້ນໝາຍ ລຸ້ນໃໝ່ ຈະ “ເລ່ັງລັດ” ຫວຽດນາມ ຍູ້ໄວຂະບວນວິວັດ ແຫ່ງ ການປ່ຽນແປງຕົວເອງ ໃນການຊອກຫາ ພະລັງແຮງ ຂະ ຫຍາຍໂຕໃໝ່. CPTPP ກໍເປີດອອກຕະຫຼາດ ແຫ່ງໜຶ່ງ ທີ່ ກວ້າງໃຫຍ່ ໃຫ້ແກ່ວິສາຫະກິດ ຫວຽດນາມ ຊຶ່ງເປັນບ່ອນ ທີ່ ມີການແຂ່ງຂັນແບບສະເໝີພາບ ກັບ ບັນດາປະເທດມະຫາ ອຳນາດ.

ເປັນຜູ້ທີ່ມີຄວາມຕິດພັນ ກັບຂະບວນວິວັດແຫ່ງການ ເຈລະ ຈາ CPTPP ຂອງ ຫວຽດນາມ ມາເປັນເວລາເກືອບ 10 ປີ, ທ່ານ ເຈິ່ນກວກແຄ໋ງ, ຮອງລັດຖະມົນຕີ ກະຊວງ ອຸດສາ ຫະ ກຳ ການຄ້າ ຫວຽດນາມ ໄດ້ຢືນຢັນວ່າ ສັນຍາ ດັ່ງກ່າວ ຈະ ສົ່ງຜົນກະທົບ ເຖິງຫຼາຍຂົງເຂດ. ນອກຈາກ ການເປີດກວ້າງ ຕະຫຼາດ ນັ້ນແມ່ນບັນຫາ ປັບປຸງ ລະບອບບັນຍັດ, ຍົກສູງ ຄວາມສາມາດໃນການແກ່ງແຍ້ງ, ກົດລະບຽບໃນການອອກ ແຮງງານ, ຈັບຈ່າຍຊື້ຂາຍ ສາທາລະນະ... ຖ້າຫາກວ່າ ນຳ ໃຊ້ໄດ້ດີ, ຫວຽດນາມ ຈະບັນລຸລະດັບການຈະເລີນເຕີບໂຕ ສູງກວ່າປັດຈຸບັນ.

ທ່ານ ປອ. ເລືອງວັນໂຄຍ, ຮອງຜູ້ອຳນວຍການ ສູນຂໍ້ມູນ ຂ່າວສານ ແລະ ພະຍາກອນເສດຖະກິດ-ສັງຄົມ ແຫ່ງຊາດ ໄດ້ນຳຕົວເລກລະອຽດກວ່າ. ທ່ານ ພະຍາກອນວ່າ ຍ້ອນ ຜົນກະທົບ ຂອງ ການຫຼຸດຜ່ອນ ພາສີ CPTPP ອາດສາ ມາດຊ່ວຍ ຈີດີປີ (GDP) ຂອງ ຫວຽດນາມ ເພີ່ມຂຶ້ນ 4,7% ໃນປີ 2035 ເມື່ອທຽບກັບ ປັດຈຸບັນ.

ໝາຍຄວາມວ່າ ຖ້າຫາກ ຈີດີປີ ປີ 2017 ຂອງ ຫວຽດນາມ ບັນລຸ 224 ຕື້ ໂດລາສະຫະລັດ, ເຖິງປີ 2025 ຈະເພີ່ມຂຶ້ນ 4,7% ຂອງ ປີ 2017. ໝາຍຄວາມວ່າ ຈີດີປີ ຈະເພີ່ມຂຶ້ນ ໄດ້ 10,5 ຕີ້ ໂດລາສະຫະລັດ (ປະມານ 230.000 ຕື້ດົ່ງ). ທ່ານ ຄອຍ ຕີລາຄາວ່າ ນີ້ແມ່ນ ຕົວເລກ ສຸດທີ່ໃຫຍ່ຫຼວງ ເມື່ອເຂົ້າຮ່ວມສັນຍາການຄ້າເສລີ.

ໃນບົດລາຍງານຂອງລັດຖະບານ ທີ່ຍື່ນຕໍ່ສະພາແຫ່ງຊາດ ກໍຕີລາຄາວ່າ ຍ້ອນມີ CPTPP, ວົງເງິນສົ່ງອອກ ນໍາເຂົ້າ ສາມາດເພີ່ມຂຶ້ນປະມານ 4,04% ເຖິງປີ 2035. ວົງເງິນ ນຳ ເຂົ້າ ສາມາດ ເພີ່ມຂຶ້ນ 3,8-4,6% ແລະ ການຂາດດຸນການ ຄ້າ ສາມາດ ຈຳກັດໄດ້ ຕາມເວລາ.



6 ເດືອນຕົ້ນປີ 2018, ແຂວງ ຕ່ຽນຢາງ ບັນລຸ ວົງເງິນ ການ ສົ່ງອອກ 1,27 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 6,8% ເມື່ອ ທຽບກັບໄລຍະດຽວກັນຂອງປີກາຍ. ບັນດາປະເພດ ສິິນຄ້າ ສົ່ງອອກຕົ້ນຕໍ ຂອງ ຕ່ຽນຢາງ ແມ່ນກະສິກຳ-ສິນໃນນຳ້, ທອງ, ເກີບໜັງ, ເຄື່ອງຕັດຫຍິບ... ພາບ: ມິງຈີ໋/VNA


ໄລ່ຮອດເດືອນ ກັນຍາ 2018, ທ່ົວແຂວງ ນາມດິ້ງ ມີ 98 ໂຄງການ FDI ຍັງມີຜົນສັກສິດ ກັບມູນຄ່າຈົດທະບຽນ ທັງ ໝົດເກືອບ 3,3 ຕື້ ໂດລາສະຫະລັດ. ບັນດານັກລົງທຶນຕ່າງ ປະເທດ ໄດ້ລົງທຶນເຂົ້າໃນ 3 ຂົງເຂດເຊ່ັນ: ກະສິກຳ, ອຸດສາ ຫະກຳ ແລະ ບໍລິການ; ໃນນັ້ນ ຂົງເຂດຕັດຫຍິບ,
ເກີບໜັງ ແລະ ວັດຖຸດິບສຳຮອງ ຂອງເຄື່ອງຕັດຫຍິບ ກວມສ່ວນຫຼາຍ ກວ່າ 60 ໂຄງການ, ມູນຄ່າ ທຶນຈົດທະບຽນ ທັງໝົດ ກວ່າ 850 ລ້ານ
ໂດລາສະຫະລັດ. ພາບ: ວັນດາດ/VNA



ຮອດທ້າຍເດືອນ ມີນາ 2018, ວົງເງິນສົ່ງອອກ ນຳເຂົ້າ ຂອງ ແຂວງ ບິ່ງດິ້ງ ບັນລຸໄດ້ 875,8 ລ້ານໂດລາສະຫະລັດ; ໃນນັ້ນ ສ່ົງອອກ ບັນລຸ 587,8 ລ້ານ ໂດລາສະຫະລັດ, ເພີ່ມ 11,5% ເມື່ອທຽບກັບໄລຍະດຽວກັນ ຂອງປີກາຍ. ບັນດາ ສິນຄ້າສົ່ງອອກມີລັກສະນະຄົງທີ່ ແລະ ເພີ່ມຂຶ້ນ ຄື ຜະລິດ
ຕະພັນກະສິກຳ, ເຂົ້າສານ, ເກີບ, ຫີນກໍ່ສ້າງ ແລະ ເຫຼັກ ກ້າ... ພາບ: ຫວູຊິງ/VNA



ໃນ 9 ເດືອນ ຕົ້ນປີ 2018, ຍອດວົງເງິນສົ່ງອອກ ບັນດາ ປະເພດສິນຄ້າກະສິກະກຳ, ຂອງປ່າ, ສິນໃນນຳ້ ຄາດວ່າ ບັນລຸ 29,54 ຕື້ ໂດລາສະຫະລັດ, ເພີ່ມ 9,3% ເມື່ອທຽບກັບໄລຍະດຽວກັນ ຂອງ ປີ 2017, ເທົ່າກັບ 73% ແຜນການຂອງ ປີ. ໃນພາບ: ສິນໃນນຳ້ເປັນໜຶ່ງ ໃນ 4 ປະເພດສິນຄ້າ
ສົ່ງອອກ ມີການຂະຫຍາຍໂຕສູງສຸດໃນ 9 ເດືອນຕົ້ນປີ 2018. ພາບ: ຫວູຊິງ/VNA 



ໃນ 7 ເດືອນຕົ້ນປີ 2018, ບໍລິສັດໝາກໄມ້ ແມ່ຂອງ ຈຳກັດ ເຂດອຸດສາຫະກຳ ຈ່ານອກ, ເມືອງ ບິ່ງຖຸຍ, ເກີ່ນເທີ ໄດ້ ປຸງ ແຕ່ງ ແລະ ສົ່ງອອກ ໄປຍັງຕະຫຼາດ ສປ ຈີນ, ການາດາ, ເຢຍລະມັນ, ກຳປູເຈຍ ແລະ ອີຣານ ຜະລິດກະສິກຳ ອົບ ແຫ້ງ ກວ່າ 700 ໂຕນ, ບັນລຸລາຍຮັບ 70 ຕື້ດົ່ງ, ເພີ່ມ ຂຶ້ນ 15% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ພາບ: ຫວູຊິງ/VNA

ກ່ຽວກັບການດຶງດູດ FDI (ລົງທຶນໂດຍກົງຈາກ ຕ່າງປະ ເທດ), ການລົງທຶນຂອງ 11 ປະເທດສະມາຊິກ CPTPP ເຂົ້າ ຫວຽດນາມ ກວມປະມານ 25% ຍອດ ການລົງທຶນ ທັງໝົດ. ໃນ CPTPP, ຍີ່ປຸ່ນ ເປັນປະເທດມີ FDI ເຂົ້າ ຫວຽດນາມ ຫຼາຍທີສຸດ (ກວມ 41,5%), ຕໍ່ມາແມ່ນ ສິງກະ ໂປ (38,3%) ແລະ ມາເລເຊຍ (11,7%). ບັນດາປະເທດ ເຊັ່ນ: ການາດາ, ນິວຊີແລນ, ບຣູໄນ, ອົດສະຕຣາລີ ກວມ ເອົາມາດຕາສ່ວນບໍ່ພໍເທົ່າໃດ.

ຕາມແຫລ່ງຂ່າວຈາກລັດຖະບານ, CPTPP ສາມາດ ສ້າງ ວຽກເຮັດງານທຳໄດ້ 20.000-26.000 ຄົນ/ປີ ໃຫ້ແກ່ ຫວຽດນາມ.

ບັນດານັກຊ່ຽວຊານໄດ້ເປັນເອກະພາບກັນ ໃນຂໍ້ສັງເກດທີ່ ວ່າ ຫວຽດນາມ ຕ້ອງມີບັນດາປັດໃຈ ສ້າງບາດກ້າວບຸກ ທະລຸ ເພື່ອສ້າງພະລັງແຮງຍິ່ງຂຶ້ນ ໃຫ້ແກ່ການ ຈະເລີນເຕີບໂຕ. ການເຊື່ອມໂຍງເສດຖະກິດສາກົນ ແມ່ນສ້າງ ການກະຕຸກຊຸກຍູ້ ອັນສຳຄັນ ເພື່ອສ້າງ ພະລັງແຮງນັ້ນ ຍິ່ງຂຶ້ນ.

ທ່ານຮອງລັດຖະມົນຕີ ເຈິ່ນກວກແຄ໋ງ ເນັ້ນໜັກວ່າ CPTPP ຈະນໍາມາພະລັງແຮງ ຊຸກຍູ້ ການຈະເລີນເຕີບ ໂຕ ໂດຍທາງອ້ອມ. ຕາມນັ້ນ, ວິສາຫະກິດ ຫວຽດ ເມື່ອ ພັດທະນາຢ່າງເຕີບໃຫຍ່ເຂັ້ມແຂງ ຈະຕ້ອງມີ ຕະຫຼາດທີ່ໃຫຍ່ຂຶ້ນ. CPTPP ຈະນຳມາ ຕະຫຼາດ ທີ່ກວ້າງຍິ່ງຂຶ້ນ, ພິເສດແມ່ນ ລະຫວ່າງ ບັນດາປະເທດ ມະຫາອຳນາດ ດ້ວຍກັນ.
ບົດ: VNP ສັງລວມ - ພາບ: VNA, AFP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top