
6 ເດືອນຕົ້ນປີ 2018, ແຂວງ ຕ່ຽນຢາງ ບັນລຸ ວົງເງິນ ການ ສົ່ງອອກ 1,27 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 6,8% ເມື່ອ ທຽບກັບໄລຍະດຽວກັນຂອງປີກາຍ. ບັນດາປະເພດ ສິິນຄ້າ ສົ່ງອອກຕົ້ນຕໍ ຂອງ ຕ່ຽນຢາງ ແມ່ນກະສິກຳ-ສິນໃນນຳ້, ທອງ, ເກີບໜັງ, ເຄື່ອງຕັດຫຍິບ... ພາບ: ມິງຈີ໋/VNA

ໄລ່ຮອດເດືອນ ກັນຍາ 2018, ທ່ົວແຂວງ ນາມດິ້ງ ມີ 98 ໂຄງການ FDI ຍັງມີຜົນສັກສິດ ກັບມູນຄ່າຈົດທະບຽນ ທັງ ໝົດເກືອບ 3,3 ຕື້ ໂດລາສະຫະລັດ. ບັນດານັກລົງທຶນຕ່າງ ປະເທດ ໄດ້ລົງທຶນເຂົ້າໃນ 3 ຂົງເຂດເຊ່ັນ: ກະສິກຳ, ອຸດສາ ຫະກຳ ແລະ ບໍລິການ; ໃນນັ້ນ ຂົງເຂດຕັດຫຍິບ,
ເກີບໜັງ ແລະ ວັດຖຸດິບສຳຮອງ ຂອງເຄື່ອງຕັດຫຍິບ ກວມສ່ວນຫຼາຍ ກວ່າ 60 ໂຄງການ, ມູນຄ່າ ທຶນຈົດທະບຽນ ທັງໝົດ ກວ່າ 850 ລ້ານ
ໂດລາສະຫະລັດ. ພາບ: ວັນດາດ/VNA

ຮອດທ້າຍເດືອນ ມີນາ 2018, ວົງເງິນສົ່ງອອກ ນຳເຂົ້າ ຂອງ ແຂວງ ບິ່ງດິ້ງ ບັນລຸໄດ້ 875,8 ລ້ານໂດລາສະຫະລັດ; ໃນນັ້ນ ສ່ົງອອກ ບັນລຸ 587,8 ລ້ານ ໂດລາສະຫະລັດ, ເພີ່ມ 11,5% ເມື່ອທຽບກັບໄລຍະດຽວກັນ ຂອງປີກາຍ. ບັນດາ ສິນຄ້າສົ່ງອອກມີລັກສະນະຄົງທີ່ ແລະ ເພີ່ມຂຶ້ນ ຄື ຜະລິດ
ຕະພັນກະສິກຳ, ເຂົ້າສານ, ເກີບ, ຫີນກໍ່ສ້າງ ແລະ ເຫຼັກ ກ້າ... ພາບ: ຫວູຊິງ/VNA

ໃນ 9 ເດືອນ ຕົ້ນປີ 2018, ຍອດວົງເງິນສົ່ງອອກ ບັນດາ ປະເພດສິນຄ້າກະສິກະກຳ, ຂອງປ່າ, ສິນໃນນຳ້ ຄາດວ່າ ບັນລຸ 29,54 ຕື້ ໂດລາສະຫະລັດ, ເພີ່ມ 9,3% ເມື່ອທຽບກັບໄລຍະດຽວກັນ ຂອງ ປີ 2017, ເທົ່າກັບ 73% ແຜນການຂອງ ປີ. ໃນພາບ: ສິນໃນນຳ້ເປັນໜຶ່ງ ໃນ 4 ປະເພດສິນຄ້າ
ສົ່ງອອກ ມີການຂະຫຍາຍໂຕສູງສຸດໃນ 9 ເດືອນຕົ້ນປີ 2018. ພາບ: ຫວູຊິງ/VNA

ໃນ 7 ເດືອນຕົ້ນປີ 2018, ບໍລິສັດໝາກໄມ້ ແມ່ຂອງ ຈຳກັດ ເຂດອຸດສາຫະກຳ ຈ່ານອກ, ເມືອງ ບິ່ງຖຸຍ, ເກີ່ນເທີ ໄດ້ ປຸງ ແຕ່ງ ແລະ ສົ່ງອອກ ໄປຍັງຕະຫຼາດ ສປ ຈີນ, ການາດາ, ເຢຍລະມັນ, ກຳປູເຈຍ ແລະ ອີຣານ ຜະລິດກະສິກຳ ອົບ ແຫ້ງ ກວ່າ 700 ໂຕນ, ບັນລຸລາຍຮັບ 70 ຕື້ດົ່ງ, ເພີ່ມ ຂຶ້ນ 15% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ພາບ: ຫວູຊິງ/VNA |