• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Bamboo Airways ຈະເປີດປະມານ 40 ສາຍການບິນໃນປີ 2019

      Bamboo Airways ກຳລັງຈະບັນລຸແຜນການ ເປີດ 37-40 ສາຍການບິນໃນປີ 2019
            ທ່ານ ດັ້ງເຕິດຖັງ, ຜູ້ອຳນວຍການໃຫຍ່ບໍລິສັດການບິນ Bamboo Airways, ໃຫ້ຮູ້ວ່າ Bamboo Airways ກຳລັງຈະບັນລຸແຜນການ ເປີດ 37-40 ສາຍການບິນໃນປີ 2019 ແລະ ຂະຫຍາຍຂອບເຂດການບໍລິການໃນຕະຫຼອດທຸກໆການເດີນທາງຢູ່ ຫວຽດນາມ. ພ້ອມກັນນັ້ນ, ແຜນການບິນສາກົນ ໄປຍັງທະວີບອາຊີ, ເອີຣົບ, ອົດສະຕາລີ ທາງບໍລິສັດກໍ່ພວມຜັນຂະຫຍາຍເພື່ອໃຫ້ສາມາດດຳເນີນການໄດ້ ໃນໄຕມາດ 2 ຂອງປີນີ້ ໂດຍມີບັນດາຈຸດໄປຮອດທຳອິດແມ່ນ ປະເທດໄທ, ສ.ເກົາຫຼີ, ສິງກະໂປ, ຍີ່ປຸ່ນ, ໃຕ້ຫວັນ (ຈີນ) ແລະ ອົດສະຕາລີ. ສະເພາະສຳລັບຕະຫຼາດອາເມລິກາ,  ບໍລິສັດກຳລັງຄົ້ນຄວ້າບາງຈຸດເຊັ່ນ: Seattle, Los Angeles, San Francisco… ເພື່ອສາມາດເປີດສາຍການບິນໂດຍກົງໄປຫາບັນດາປະເທດເຫຼົ່ານີ້ໃນທ້າຍປີ 2019 ຫຼື ຕົ້ນປີ 2020, ພາຍຫຼັງກົມການບິນ ສະຫະລັດ ອາເມລິກາ  AFF ປະກາດໃຫ້ສັດຕະຍາບັນ ແກ່ກົມການບິນ ຫວຽດນາມ ບັນລຸປະເພດ 1 (CAT 1) ກ່ຽວກັບຄວາມປອດໄພທາງການບິນ ຂອງ AFF.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ກໍ່​ສ້າງ​ຂ່ຳ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ກໍ່​ສ້າງ​ຂ່ຳ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ

ບັນດາໂຄງການ, ກິດຈະກຳ ໄດ້ເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ໃນໄລຍະຜ່ານມາໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມ; ຢັ້ງຢືນຄວາມຕັດສິນໃຈຂອງພັກ, ລັດ ແລະ ປະຊາຊົນໃນການກໍ່ສ້າງປະເທດ ຫວຽດນາມ ຮັ່ງມີເຂັ້ມແຂງ, ສີວິໄລ, ຈະເລີນຮຸ່ງເຮືອງ, ວັດທະນາຖາວອນ.

Top