ຂ່າວສານ

Bamboo Airways ຈະເປີດປະມານ 40 ສາຍການບິນໃນປີ 2019

      Bamboo Airways ກຳລັງຈະບັນລຸແຜນການ ເປີດ 37-40 ສາຍການບິນໃນປີ 2019
            ທ່ານ ດັ້ງເຕິດຖັງ, ຜູ້ອຳນວຍການໃຫຍ່ບໍລິສັດການບິນ Bamboo Airways, ໃຫ້ຮູ້ວ່າ Bamboo Airways ກຳລັງຈະບັນລຸແຜນການ ເປີດ 37-40 ສາຍການບິນໃນປີ 2019 ແລະ ຂະຫຍາຍຂອບເຂດການບໍລິການໃນຕະຫຼອດທຸກໆການເດີນທາງຢູ່ ຫວຽດນາມ. ພ້ອມກັນນັ້ນ, ແຜນການບິນສາກົນ ໄປຍັງທະວີບອາຊີ, ເອີຣົບ, ອົດສະຕາລີ ທາງບໍລິສັດກໍ່ພວມຜັນຂະຫຍາຍເພື່ອໃຫ້ສາມາດດຳເນີນການໄດ້ ໃນໄຕມາດ 2 ຂອງປີນີ້ ໂດຍມີບັນດາຈຸດໄປຮອດທຳອິດແມ່ນ ປະເທດໄທ, ສ.ເກົາຫຼີ, ສິງກະໂປ, ຍີ່ປຸ່ນ, ໃຕ້ຫວັນ (ຈີນ) ແລະ ອົດສະຕາລີ. ສະເພາະສຳລັບຕະຫຼາດອາເມລິກາ,  ບໍລິສັດກຳລັງຄົ້ນຄວ້າບາງຈຸດເຊັ່ນ: Seattle, Los Angeles, San Francisco… ເພື່ອສາມາດເປີດສາຍການບິນໂດຍກົງໄປຫາບັນດາປະເທດເຫຼົ່ານີ້ໃນທ້າຍປີ 2019 ຫຼື ຕົ້ນປີ 2020, ພາຍຫຼັງກົມການບິນ ສະຫະລັດ ອາເມລິກາ  AFF ປະກາດໃຫ້ສັດຕະຍາບັນ ແກ່ກົມການບິນ ຫວຽດນາມ ບັນລຸປະເພດ 1 (CAT 1) ກ່ຽວກັບຄວາມປອດໄພທາງການບິນ ຂອງ AFF.
 (ແຫຼ່ງຄັດຈາກ VOV)

top