• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Asian Para Games 2018: ພິທີຊັກທຸງຂອງຄະນະນັກກິລາຄົນພິການຫວຽດນາມ

      ວັນທີ 05 ຕຸລາ, ພິທີຊັກທຸງຂອງຄະນະນັກກິລາຄົນພິການຫວຽດນາມ ທີ່ເຂົ້າຮ່ວມ Asian Para Games 2018 ໄດ້ດຳເນີນຢູ່ສະໜາມຫຼວງ ບ້ານພັກນັກກິລາ Asian Game 18, ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ, ໄດ້ສ້າງຂີດໝາຍການເຂົ້າຮ່ວມຂອງຄະນະນັກກິລາຢູ່ງານມະຫາກຳຄັ້ງນີ້ຢ່າງເປັນທາງການ.

ພິທີຊັກທຸງຂອງຄະນະນັກກິລາຄົນພິການຫວຽດນາມ
(ພາບ: TTXVN)
      ທ່ານ ຫວູເທຟຽດ, ຮອງປະທານ, ທັງເປັນເລຂາທິການໃຫຍ່ສະຫະສະມາຄົມ Paralympic, ຫົວໜ້າຄະນະນັກກິລາຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ເຂົ້າຮ່ວມ Asian Para Games 2018 ຄັ້ງນີ້ດ້ວຍເປົ້າໝາຍຕົ້ນຕໍແມ່ນຮໍ່າຮຽນ ແລະ ພົບປະແລກປ່ຽນກັບເພື່ອນມິດສາກົນ; ຍົກສູງພາບພົດຂອງຫວຽດນາມ ສຳລັບເພື່ອນມິດສາກົນ, ພ້ອມກັນນັ້ນບັນດານັກກິລາກໍ່ຕັດສິນໃຈຍາດໄດ້ຜົນງານສູງທີ່ສຸດ, ພິເສດແມ່ນ ແລ່ນແລະລານ, ລອຍນ້ຳ ແລະ ຍົກນຳໜັກ, ເຊິ່ງເປັນປະເພດກິລາທີ່ຫວຽດນາມ ຍາດໄດ້ຫຼຽນຄຳຢູ່ບັນດາງານແຂ່ງຂັນໃຫຍ່.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top