• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APPF 26: ຊຸກຍູ້ການພົວພັນຕ່າງປະເທດລັດຖະສະພາເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ

      ຕອນເຊົ້າວັນທີ 19 ມັງກອນ, ທີ່ຮ່າໂນ້ຍ, ກອງປະຊຸມປະຈຳປີຄັ້ງທີ 26 ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF - 26) ກ້າວເຂົ້າສູ່ກອງປະຊຸມປຶກສາຫາລືຄົບຄະນະດ້ວຍຫົວຂໍ້ວ່າ: ບັນດາບັນຫາການເມືອງ ແລະ ຄວາມໝັ້ນຄົງ.
      2 ເນືື້ອໃນຕົ້ນຕໍໄດ້ກ່າວເຖິງ ນັ້ນແມ່ນ ຊຸກຍູ້ການພົວພັນຕ່າງປະເທດລັດຖະສະພາ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນໃນພາກພື້ນ ແລະ ໃນໂລກ; ຕໍ່ສູ້ປ້ອງກັນ, ຕ້ານການກໍ່ການຮ້າຍສາກົນ ແລະ ອາດຊະຍາກຳຂ້າມຊາດ. ທີ່ກອງປະຊຸມ, ທ່ານ ຈ໋ວນຈູ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຈີນ ຍົກອອກຄຳເຫັນວ່າ:
        “ພວກເຮົາຕ້ອງຮ່ວມມືເຊິ່ງກັນ ແລະ ກັນ ເພື່ອລົບລ້າງຄວາມແຕກຕ່າງກັນ, ເຄົາລົບ ແບ່ງປັນບັນດາບັນຫາຄວນສົນໃຈ. ບັນຫາກ່ຽວກັບຄວາມຍຸຕິທຳກໍ່ຄວນເອົາເອົາໃຈໃສ່ເປັນພິເສດ. ຄວນສືບຕໍ່ຍົກສູງການຮັກສາ, ເຄົາລົບບັນດາຫຼັກການລວມຂອງ ສປຊ ແລະ ຄວາມເປັນລະບຽບຮຽບຮ້ອຍໃນໂລກ. ປັດຈຸບັນ ພວກເຮົາມີບັນຫາທີ່ຍັງຄົງຄ້າງຫລາຍຢ່າງ ແລະ ບໍ່ສາມາດແກ້ໄຂໄດ້ໃນເວລາສັ້ນ. ທີ 2 ຄວນໜູນຊ່ວຍເຊິ່ງກັນ ແລະ ກັນ ເພື່ອສາມາດຮັບປະກັນໃຫ້ສະພາບແວດລ້ອມແຫ່ງຄວາມປອດໄພໃຫ້ພາກພື້ນ. ປັດຈຸບັນ ພວກເຮົາຕ້ອງປະເຊີນໜ້າກັບສິ່ງທ້າທາຍດ້ານຄວາມໝັ້ນຄົງໃຫຍ່ຈາກການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ. ດັ່ງນັ້ນ ຄວນຮ່ວມມືກັນຢ່າງແໜ້ນແຟ້ນກ່ວາ.

ກອງປະຊຸມປະຈຳປີຄັ້ງທີ 26 ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF - 26) 
      ທ່ານ Fahri Hamzah ຮອງປະທານສະພາຕ່ຳອີນໂດເນເຊຍ, ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ລາວ ຖືວ່າການພົວພັນທາງການທູດລັດຖະສະພາແມ່ນຈຳເປັນທີ່ສຸດໃນການແກ້ໄຂບັນດາບັນຫາພາກພື້ນກໍ່ຄືຢູ່ແຕ່ລະປະເທດ. ເຖິງຢ່າງໃດກໍ່ຕາມເພື່ອຊຸກຍູ້ການພົວພັນການທູດລັດຖະສະພາແມ່ນສິ່ງທີ່ບໍ່ງ່າຍດາຍ. ສິ່ງດັ່ງກ່າວຮຽກຮ້ອງຕ້ອງເນັ້ນໜັກເຖິງບົດບາດຂອງລັດຖະສະພາກໍ່ຄືຂອງສະມາຊິກລັດຖະສະພາແຕ່ລະຄົນກ່ຽວກັບບັນຫາຄວາມໝັ້ນຄົງລວມ ແລະ ສະຖຽນລະພາບຂອງພາກພື້ນ.
        ເມື່ອເຕື້ອງເຖິງຄວາມມານະພະຍາຍາມສູ້ຊົນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ, ທ່ານ ໂດບ໋າຕິ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຖືວ່ານີ້ແມ່ນຄວາມຮັບຜິດຊອບທີ່ໃຫຍ່ຫຼວງ, ທັງເປັນປົກກະຕິ, ທັງຮີບດ່ວນຂອງສະມາຊິກ APPF ທັງໝົດ. ເພື່ອບັນລຸໄດ້ສິ່ງດັ່ງກ່າວນັ້ນ, ທ່ານ ໂດບ໋າຕິ ໃຫ້ຮູ້ວ່າ:
        “ບັນດາລັດຖະສະພາຄວນຫັນບັນດາຄຳໝັ້ນສັນຍາສາກົນເປັນກົດໝາຍ, ເພີ່ມທະວີການຕິດຕາມກວດກາການປະຕິບັດພັນທະໜ້າທີ່ ແລະ ບັນດາຄຳໝັ້ນສັນຍາສຳລັບບັນດາສົນທິສັນຍາ ແລະ ກົດໝາຍສາກົນ. ຫວຽດນາມ ໄດ້ຮ່າງມະຕິກ່ຽວກັບການຊຸກຍູ້ການພົວພັນທາງການທູດລັດຖະສະພາເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນໃນພາກພື້ນ ແລະ ຢູ່ໃນໂລກເພື່ອແນໃສ່ຮຽກຮ້ອງເພີ່ມທະວີການຮ່ວມມືປະຕິບັດບັນດາຄຳໝັ້ນສັນຍາທົ່ວໂລກເພື່ອຮັບມືກັບບັນດາສິ່ງທ້າທາຍລວມໃນປັດຈຸບັນ; ຫັນບັນດາຈຸດສຸມໄດ້ຮັບການເຫັນດີເປັນເອກະພາບຢູ່ APEC 2017 ໃຫ້ປະກົດຜົນເປັນຈິງ...”
        ກໍ່ໃນຕອນເຊົ້າວັນ 19 ມັງກອນ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການຕໍ່ສູ້ປ້ອງກັນ, ຕ້ານກໍ່ການຮ້າຍສາກົນ ແລະ ອາດຊະຍາກຳຂ້າມຊາດ.
        ໃນຕອນບ່າຍຂອງວັນດຽວກັນ, APPF – 26 ຈະມີວາລະປຶກສາຫາລືຄົບຄະນະເທື່ອທີ່ 2 ດ້ວຍຫົວຂໍ້ກ່ຽວກັບບັນດາບັນຫາເສດຖະກິດ ແລະ ການຄ້າ.
ແຫຼ່ງຄັດຈາກ VOV

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top