• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017: ປະທານາທິບໍດີ ສ. ເກົາຫຼີ ສະໜັບສະໜູນການເຊັນສັນຍາ RCEP ໂດຍໄວ

      ທ່ານ Moon Jae – in ເນັ້ນໜັກວ່າ ເນື້ອໃນຈິດໃຈເຊື່ອມໂຍງເຂົ້າກັບເສດຖະກິດໂດຍຜ່ານການຄ້າເສລີ ເຊິ່ງ APEC ພວມເດີນຕາມ ແມ່ນພື້ນຖານສ້າງຄວາມສຳເລັດ ແລະ ປະຈຸບັນ, ແມ່ນຮອດເວລາຕ້ອງສ້າງບັນດາລະບອບລະບຽບການໃຫ້ແກ່ການຄ້າເສລີພາກພື້ນ

ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in 
      ວັນທີ 10 ພະຈິກ, ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ຮຽກຮ້ອງຊຸກຍູ້ການຄ້າເສລີຢູ່ພາກພື້ນ ອາຊີ - ປາຊີຟິກ, ພ້ອມທັງສະແດງການສະໜັບສະໜູນເລື່ອງເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍໄວ. ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະການໂອ້ລົມສົນທະນາລະຫວ່າງ ບັນດາການນຳ APEC ແລະ ສະພາທີ່ປຶກສາວິສາຫະກິດ APEC (ABAC), ທ່ານ Moon Jae – in ເນັ້ນໜັກວ່າ ເນື້ອໃນຈິດໃຈເຊື່ອມໂຍງເຂົ້າກັບເສດຖະກິດໂດຍຜ່ານການຄ້າເສລີ ເຊິ່ງ APEC ພວມເດີນຕາມ ແມ່ນພື້ນຖານສ້າງຄວາມສຳເລັດ ແລະ ປະຈຸບັນ, ແມ່ນຮອດເວລາຕ້ອງສ້າງບັນດາລະບອບລະບຽບການໃຫ້ແກ່ການຄ້າເສລີພາກພື້ນ. ເນື້ອໃນຈິດໃຈດັ່ງກ່າວນີ້ຕ້ອງໄດ້ຮັບການເສີມຂະຫຍາຍ ແລະ ຄວນສ້າງເຂດການຄ້າເສລີ ອາຊີ - ປາຊີຟິກ (FTAAP) ຕາມຂໍ້ສະເໜີຂອງ ABAC ໂດຍໄວ.
        ກໍ່ຕາມທ່ານປະທານາທິບໍດີ ສ. ເກົາຫຼີ ແລ້ວ, ເສັ້ນທາງພັດທະນາເຊິ່ງ APEC ໄດ້ເລືອກເຟັ້ນ ຈະແມ່ນເສັ້ນທາງແຫ່ງການພັດທະນາຂອງພື້ນຖານເສດຖະກິດທົ່ວໂລກ. ເພື່ອບັນລຸໄດ້ຄາດໝາຍຊຸກຍູ້ການຄ້າເສລີຢູ່ພາກພື້ນ ອາຊີ - ປາຊີຟິກ, ສ. ເກົາຫຼີ ຈະມານະພະຍາຍາມກ່ວາອີກ ເພື່ອມຸ່ງໄປເຖິງການເຊັນ RCEP ເພື່ອຫັນການພັດທະນາ ແລະ ຄວາມວັດທະນາຖາວອນຂອງ APEC ໃຫ້ປະກົດຜົນເປັນຈິງໂດຍໄວ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top