• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017: ຫວຽດນາມ ເສີມຂະຫຍາຍບົດບາດເປັນເຈົ້າພາບພ້ອມດ້ວຍບັນດາການປະກອບສ່ວນຕັ້ງໜ້າ

      ກ່ອນທີ່ຈັດຕັ້ງກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017 ຢູ່ ຫວຽດນາມ, ຫາງສຽງ ສ. ເຊັກໂກ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ໃນເຫດການສຳຄັນນີ້.      
     
       ນັກຂ່າວ Pavel Herman, ຜູ້ເຄີຍມາຢ້ຽມຢາມ ແລະ ມີຫຼາຍບົດຂຽນເລິກເຊິ່ງກ່ຽວກັບ ຫວຽດນາມ, ເນັ້ນໜັກວ່າ: ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ APEC ເປັນຄັ້ງທີສອງ ໄດ້ສະແດງຄວາມຮັບຮູ້ຂອງປະຊາຄົມໂລກສຳລັບການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ເວທີປາໄສນີ້. ພ້ອມກັນນັ້ນ, ສິ່ງດັ່ງກ່າວໄດ້ຢັ້ງຢືນອິດທິພົນຊື່ສຽງ, ທີ່ຕັ້ງຢູ່ພາກພື້ນ ແລະ ຢູ່ໃນໂລກ ຂອງ ຫວຽດນາມ.
        ໃນຂະນະນັ້ນ, ທ່ານ Marcel Winter, ປະທານສະມາຄົມ ເຊັກໂກ - ຫວຽດນາມ ໄດ້ຕີລາຄາສູງຄວາມໝາຍ, ຄວາມສຳຄັນຂອງປີ APEC 2017 ແລະ ບົດບາດເປັນປະເທດເຈົ້າພາບຂອງ ຫວຽດນາມ. ທ່ານຖືວ່າ, ຜ່ານເວທີປາໄສ, ບັນດາວິສາຫະກິດຂອງ ຫວຽດນາມ ກໍ່ຄືຂອງບັນດາພື້ນຖານເສດຖະກິດສະມາຊິກ APEC ຈະມີກາລະໂອກາດເຊື່ອມຕໍ່, ສ້າງຕັ້ງ, ເປີດກ້ວາງການພົວພັນ ແລະ ຊອກຫາບັນດາຄູ່ຮ່ວມມືດຳເນີນທຸລະກິດ.
        ຢູ່ ມາເລເຊຍ, ຫວ່າງແລ້ວນີ້, ໜັງສືພິມ The Malaymail ມີບົດຂຽນດ້ວຍຫົວຂໍ້ວ່າ “APEC ຊ່ວຍໃຫ້ ຫວຽດນາມ ຊຸກຍູ້ການປ່ຽນໃໝ່ ແລະ ພັດທະນາກວມລວມ”. ໜັງສືພິມ The Malaymail ຮອງຮັບວ່າ ໃນຕະຫຼອດວິວັດການເຂົ້າຮ່ວມ APEC, ຫວຽດນາມ ມານະພະຍາຍາມປ່ຽນແປງໃໝ່, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງບໍ່ຢຸດຢັ້ງ. ດ້ວຍ GDP ກ່ວາ 200 ຕື້ USD, ຫວຽດນາມ ພວມຢັ້ງຢືນພື້ນຖານເສດຖະກິດນັບມື້ນັບເຕີບໂຕ, ປ່ຽນແປງໃໝ່ ແລະ ພັດທະນາກວມລວມເມື່ອເຂົ້າຮ່ວມ APEC.
 (ແຫຼ່ງຄັດຈາກ VOV)
 

ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານລະຫວ່າງ ຫວຽດນາມ - ລາວ

ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານລະຫວ່າງ ຫວຽດນາມ - ລາວ

ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການເຕີບໂຕດ້ານການຄ້າ 2 ຝ່າຍ, ເປີດກວ້າງການເຊື່ອມຕໍ່ພື້ນຖານໂຄງລ່າງ, ຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດໃຫ້ມີປະສິດທິຜົນ

Top