• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017: ວິສາຫະກິດເລີ່ມທຸລະກິດ, ປ່ຽນໃໝ່ ແລະ ຂະຫຍັນຂັນເຄື່ອນ

      ຕອນເຊົ້າວັນທີ 11 ກັນຍາ ຢູ່ນະຄອນໂຮ່ຈີມິນ, ລັດຖະບານ ການາດາ ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດຕັ້ງກອງປະຊຸມສຳມະນາ “ວິສາຫະກິດຂະໜາດນ້ອຍທີ່ສຸດ, ນ້ອຍ ແລະ ກາງ, ເລີ່ມທຸລະກິດ ປ່ຽນໃໝ່ ແລະ ຂະຫຍັນຂັນເຄື່ອນຢູ່ພາກພື້ນ APEC”. 

ທ່ານ ຮ່ວາງວັນຢູ້ງ, ປະທານສະພາທີ່ປືກສາດຳເນີນທຸລະກິດ APEC (ABAC) ຫວຽດນາມ
      ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຕີລາຄາວ່າ: ວິສາຫະກິດຂະໜາດນ້ອຍທີ່ສຸດ, ນ້ອຍ ແລະ ກາງ (MSMEs) ແລະ ເລີ່ມທຸລະກິດແມ່ນປັດໄຈຊຸກຍູ້ການປະດິດຄິດສ້າງ ແລະ ພັດທະນາຢ່າງແຮງໃນພາກພື້ນ ອາຊີ - ປາຊີຟິກ ແລະ ມີທີ່ຕັ້ງສຳຄັນໃນການສ້າງພື້ນຖານການຄ້າໃໝ່ເປັນຮູບປະທຳ. ຕາມທ່ານ ຮ່ວາງວັນຢູ້ງ, ປະທານສະພາທີ່ປືກສາດຳເນີນທຸລະກິດ APEC (ABAC) ຫວຽດນາມ ແລ້ວ, ຂໍ້ສະເໜີທຳອິດຂອງ ABAC ແມ່ນນຳໃຊ້ເຕັກໂນໂລຢີເພື່ອໃຫ້ວິສາຫະກິດສຳຜັດຕະຫຼາດ, ເຊື່ອມຕໍ່ພາກພື້ນ:
        “ສຳລັບ ຫວຽດນາມ ແລ້ວ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ປະກອບສ່ວນອັນໃຫຍ່ຫຼວງ, ພິເສດແມ່ນພາຍຫຼັງມະຕິສູນກາງພັກຄັ້ງທີ 5 ກ່ຽວກັບການຕີລາຄາຄືນ ແລະ ມີມາດຕະການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ. ທີ່ກອງປະຊຸມສຳມະນາ, ບັນດານັກປາຖະກະຖາ, ນັກວາງນະໂຍບາຍ ໄດ້ພ້ອມກັນແລກປ່ຽນ ແລະ ຊອກຫາມາດຕະການທີ່ມີປະສິດທິຜົນເພື່ອໃຫ້ວິສາຫະກິດຂະໜາດນ້ອຍທີ່ສຸດ, ນ້ອຍ ແລະ ກາງ ພັດທະນາໄວໃນພາກພື້ນ ແລະ ປະກອບສ່ວນນຳ ຫວຽດນາມ ພັດທະນາ.”
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top