• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017 ສ້າງກາລະໂອກາດພັດທະນາໃໝ່ໃຫ້ແກ່ຫວຽດນາມ

      ວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ສືບຕໍ່ດຳເນີນບັນດາກອງປະຊຸມສຳຄັນໃນຂອບເຂດປີ APEC 2017. ໂດຍອີງໃສ່ຫົວເລື່ອງລຸລ່ວງຂອງປີ APEC 2017 ແມ່ນ “ສ້າງກຳລັງໜູນໃໝ່ຕື່ມອີກ, ພ້ອມກັນເພີ່ມພູນຄຸນສ້າງໃຫ້ອະນາຄົດລວມ”, ບັນດາກອງປະຊຸມຄັ້ງນີ້ສືບຕໍ່ມຸ່ງຈຸດສຸມສູ່ບັນຫາຊຸກຍູ້ດ້ານການຄ້າ ແລະ ການລົງທຶນລະຫວ່າງບັນດາປະເທດໃນ APEC, ຊຸກຍູ້ການຫັນເປັນໂລກາພິວັດ ແລະ ເຊື່ອມໂຍງດ້ານເສດຖະກິດ. ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ປະຊາຄົມວິສາຫະກິດຫວຽດນາມ ກໍ່ພວມມານະພະຍາຍາມຍາດແຍ່ງກາລະໂອກາດ, ເພື່ອສ້າງການພົວພັນຮ່ວມມືດຳເນີນທຸລະກິດກັບບັນດາຄູ່ຮ່ວມມືໃນພາກພື້ນ. ບົດຂຽນ “APEC 2017 ສ້າງກາລະໂອກາດພັດທະນາໃໝ່ໃຫ້ແກ່ຫວຽດນາມ” ຂອງນັກຂ່າວ ແອ໋ງຮ່ວຽນ.
ທ່ານ ຮ່ວາງວັນຢຸງ, ປະທານສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC ຫວຽດນາມ
(ພາບປະກອບ: VCCI)
      ອາດສາມາດຢືນຢັນໄດ້ວ່າ, ດ້ວຍຂອບຂະໜາດ ແລະ ຄວາມສຳຄັນຂອງຕົນ APEC ໄດ້ສົ່ງເສີມ ແລະ ຊຸກຍູ້ບັນດາວິສາຫະກິດມີອິດທິພົນຊື່ສຽງແຖວໜ້າຂອງໂລກມາທຳມາຫາກິນ, ດຳເນີນທຸລະກິດ ແລະ ລົງທຶນເຂົ້າຫວຽດນາມ, ສ້າງກາລະໂອກາດໃໝ່ວິສາຫະກິດຫວຽດນາມ ຂຸດຄົ້ນ ແລະ ພັດທະນາ.
      ຈຸດເວລາທີ່ດີທີ່ສຸດ, ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງບັນດາວິສາຫະກິດຫວຽດນາມ.
        ດ້ວຍເຫດການໃຫຍ່, ນ້ອຍນັບຮ້ອຍຄັ້ງ, ຍາມໃດ APEC 2017 ກໍມີບັນດາການເຄື່ອນໄຫວແລກປ່ຽນຢ່າງໃກ້ຊິດ, ແທດຈິງລະຫວ່າງວິສາຫະກິດກັບບັນດາເຈົ້າໜ້າທີ່ຂັ້ນສູງ, ບັນດານັກວາງນະໂຍບາຍ. ຍ້ອນການແລກປ່ຽນສົ່ງຜົນກະທົບຕໍ່ກັນ ແລະ ພ້ອມກັບຄວາມເອົາໃຈໃສ່, ຮັບຟັງຄຳເຫັນຂອງບັນດານັກວາງນະໂຍບາຍ ຈະຫັນເປັນບັນດານະໂຍບາຍ, ບັນດາຄຳໝັ້ນສັນຍາຂອງ APEC ນຳມາເຊິ່ງຜົນກະທົບທີ່ສະດວກໃຫ້ວິວັດການຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ. ທ່ານ ຮ່ວາງວັນຢຸງ, ປະທານສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC ຫວຽດນາມ, ຖືວ່າ.
        “ສິ່ງທີ່ພວກຂ້າພະເຈົ້າເອົາໃຈໃສ່ທີ່ສຸດໃນການເປັນເຈົ້າພາບຈັດຕັ້ງ APEC 2017 ຄັ້ງນີ້ ແມ່ນເຮັດແນວໃດຊອກຫາໄດ້ແຫຼ່ງລົງທຶນໃໝ່, ມີຄຸນນະພາບສູງກວ່າ, ມີປະສິດທິຜົນສູງກວ່າ, ນຳມາເຊິ່ງມູນຄ່າສ່ວນເກີນສູງກວ່າໃຫ້ແກ່ວິສາຫະກິດຫວຽດນາມ, ຍົກສູງກຳລັງແກ່ງແຍ້ງໃຫ້ວິສາຫະກິດ, ຍ້ອນວິສາຫະກິດຫວຽດນາມ 98% ແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ, ຍ້ອນເຫດນັ້ນຕ້ອງຍົກສູງຄວາມສາມາດຄົງຕົວກັບການແກ່ງແຍ້ງກັນພາຍນອກ ພາຍຫຼັງເປີດປະຕູ. ຄຽງຂ້າງນັ້ນທັງສ້າງລະບົບກົດໝາຍໃຫ້ກະຈ່າງແຈ້ງ”.
        ສະພາບຕົວຈິງໄດ້ຊີ້ໃຫ້ເຫັນວ່າ, ໃນໄລຍະຜ່ານມາ ຫວຽດນາມ ໄດ້ມານະພະຍາຍາມນຳໃຊ້ບັນດາໂຄງການຮ່ວມມືໃນຂອບເຂດ APEC, ຈາກນັ້ນປັນປຸງກົນໄກ, ນະໂຍບາຍ, ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກສະບາຍ, ກະຈ່າງແຈ້ງ, ແກ້ໄຂບັນດາສິ່ງກີດຂວາງດ້ານການຄ້າ ແລະ ການລົງທຶນເທື່ອລະກ້າວ ໃຫ້ເໝາະສົມກັບສະພາບການລວມ. ຜ່ານນັ້ນ, ຫວຽດນາມ ໄດ້ ແລະ ພວມຍາດແຍ່ງໂອກາດຮ່ວມມື APEC ກໍ່ຄືບັນດາການພົວພັນ 2 ຝ່າຍກັບບັນດາສະມາຊິກຂອງເວທີປາໄສ ເພື່ອແນໃສ່ເປີດກວ້າງກາລະໂອກາດດຶງດູດບັນດາແຫຼ່ງເງິນລົງທຶນໂດຍກົງຢ່າງຫຼວງຫຼາຍ ແລະ ເປັນປົກກະຕິ, ປັບປຸງພື້ນຖານໂຄງລ່າງດ້ານເຕັກນິກ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີການຖ່າຍທອດເຕັກໂນໂລຊີທີ່ທັນສະໄໝ; ຕັ້ງໜ້າປະກອບສ່ວນຊຸກຍູ້ກຳລັງແກ່ງແຍ້ງ ແລະ ປະສິດທິຜົນການເຄື່ອນໄຫວຂອງບັນດາວິສາຫະກິດພາຍໃນປະເທດ.
        ການຮ່ວມມືໃນຂອບເຂດ APEC, ບັນດາວິສາຫະກິດຫວຽດນາມ ທີກາລະໂອກາດພັດທະນາຫຼາຍຢ່າງ, ສຳພັດກັບເຕັກໂນໂລຊີ ແລະ ລະດັບຄຸ້ມຄອງທີ່ກ້າວໜ້າຈາກບັນດາກຸ່ມບໍລິສັດແຖວໜ້າຂອງໂລກ, ພິເສດແມ່ນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ເຊິ່ງໄດ້ກວມເອົາກວ່າ 98% ຍອດຈຳນວນວິສາຫະກິດທົ່ວປະເທດ. ທ່ານຮ່ວາງວັນຢຸງ ໃຫ້ຮູ້ຕື່ມອີກວ່າ.
        “ປະຈຸບັນພວມແມ່ນຍຸກສະໄໝສັງກາດດີຈີຕອນ, ບັນຫາຂອງຫວຽດນາມ ແມ່ນເຮັດແນວໃດເພື່ອໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍສາມາດຊອກຫາຄູ່ຮ່ວມມືຢ່າງສະດວກທີ່ສຸດ. ຕົວຢ່າງຄື: ຫວຽດນາມ ແມ່ນປະເທດກະສິກຳ, ເຮັດແນວໃດເພືື່ອໃຫ້ວິສາຫະກິດຫວຽດນາມ ສາມາດຮ່ວມມືເພື່ອຍົກສູງມູນຄ່າຜະລິດກະສິກຳ. ນັບແຕ່ກ່ອນມາຮອດປະຈຸບັນ, ພວກເຮົາພຽງສຸມໃສ່ການສົ່ງອອກວັດຖຸດິບເທົ່ານັ້ນ, ສະນັ້ນນີ້ແມ່ນກາລະໂອກາດເພື່ອຮ່ວມມື ແລະ ຍົກສູງມູນຄ່າປຸງແຕ່ງຜະລິດຕະພັນກະສິກຳ”.
      ວິສາຫະກິດຫວຽດນາມ ຜັນຂະຫຍາຍວຽກງານຕ້ອນຮັບກາລະໂອກາດ.
        ຫວຽດນາມ ພວມກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່ຢ່າງແຮງ ດ້ວຍໂຄງການປະຕິຮູບຂອງລັດຖະບານ ໄດ້ຮັບການປະຕິບັດ, ຈິດໃຈຫ້າວຫັນລົງທຶນດຳເນີນທຸລະກິດໄດ້ຮັບການປຸກລະດົມ. ນີ້ແມ່ນຈຸດເວລາທີ່ເໝາະສົມເພື່ອເຊື້ອເຊີນເພື່ອນມິດສາກົນມາທຳມາຫາກິນຢູ່ຫວຽດນາມ, ຍາດແຍ່ງກາລະໂອກາດທີ່ພວມເປີດກວ້າງ ດ້ວຍລັດຖະບານແຫ່ງການສ້າງສັນ, ສັດຊື່ບໍລິສຸດ, ຮັບໃຊ້, ກະທຳ. ຍາດແຍ່ງກາລະໂອກາດທີ່ດີທີ່ສຸດ ຈາກ APEC, ເຫດການນີ້ຈະໄດ້ຮັບການດຳເນີນຄືດັ່ງບັ້ນຮົບສຸມທຸກແຫຼ່ງກຳລັງກ່ຽວກັບການສົ່ງເສີມດ້ານການຄ້າ ແລະ ການລົງທຶນຂອງຫວຽດນາມ ໃນສະຕະວັດທີ 21. ພາຍຫຼັງໄລຍະເກືອບ 20 ປີແຫ່ງການເຂົ້າເປັນສະມາຊິກ APEC, APEC ໄດ້ ແລະ ພວມນຳມາເຊິ່ງກາລະໂອກາດພັດທະນາໃຫ້ບັນດາພື້ນຖານເສດຖະກິດສະມາຊິກ, ໃນນັ້ນມີຫວຽດນາມ. ເພື່ອສືບຕໍ່ຍາດແຍ່ງບັນດາກາລະໂອກາດໃໝ່, ປະຊາຄົມວິສາຫະກິດຫວຽດນາມ ໄດ້ມີການກະກຽມເພື່ອຕ້ອນຮັບກາລະໂອກາດຈາກເຫດການເປັນເຈົ້າພາບຈັດຕັ້ງ APEC 2017. ທ່ານປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຫວູຕ໋ຽນໂລກ, ຢືນຢັນວ່າ.
        “ກອງປະຊຸມ APEC ໄດ້ຮັບການຈັດຕັ້ງຢູ່ຫວຽດນາມ ຕ້ອງກາຍເປັນເວທີປາໄສທີ່ມີຫົວຄິດປະດິດສ້າງ. ແລະ ບັນດາການເຄື່ອນໄຫວກ່ຽວຂ້ອງເຖິງວິສາຫະກິດຈະກາຍເປັນລະບົບການເຄື່ອນໄຫວມີຫົວຄິດປະດິດສ້າງແຖວໜ້າໃນປະຫວັດສາດ APEC. ພິເສດ, ມັນໄດ້ນຳມາເຊິ່ງມູນຄ່າເພີ່ມສູງໃຫ້ພື້ນຖານເສດຖະກິດຫວຽດນາມ ຜ່ານການເຄື່ອນໄຫວຂອງວິສາຫະກິດ, ນັ້ນແມ່ນເພີ່ມທະວີທີ່ຕັ້ງການເມືອງຂອງຫວຽດນາມ. ຄຽງຂ້າງນັ້ນ, ມີມູນຄ່າເພີ່ມອື່ນນັ້ນແມ່ນພື້ນຖານເສດຖະກິດຫວຽດນາມ ແລະ ບັນດາວິສາຫະກິດໄດ້ຮັບຜົນປະໂຫຍດຫຍັງຈາກ APEC ແລະ ຕ້ອງໄດ້ຮັບການປະຕິບັດຢ່າງລະອຽດ ດ້ວຍການພັດທະນາວິສາຫະກິດ, ດຶງດູດການລົງທຶນ, ພັດທະນາໃນການສົ່ງອອກ”.
        ປີ APEC 2017 ແມ່ນເພື່ອແນໃສ່ປັບປຸງທີ່ຕັ້ງຂອງ APEC ແມ່ນເວທີປາໄສດຳເນີນທຸລະກິດແຖວໜ້າຂອງພາກພື້ນ, ນຳໜ້າໃນການຊຸກຍູ້ການເຕີບໂຕ, ເຊື່ອມໂຍງ ແລະ ຮ່ວມສຳພັນຂອງພາກພື້ນອາຊີ - ປາຊີຟິກ. ການເຕົ້າໂຮມຂອງບັນດາພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນແຖວໜ້າຂອງພາກພື້ນ ແລະ ໂລກ ພ້ອມກັບວິສາຫະກິດສາກົນ 1000 ກວ່າແຫ່ງທີ່ຂຶ້ນກັບບັນດາສະມາຊິກ APEC ມາຫວຽດນາມ ໃນໂອກາດດຳເນີນກອງປະຊຸມ APEC 2017 ນີ້, ແນ່ນອນວ່າຈະນຳມາເຊິ່ງກາລະໂອກາດຫຼາຍຢ່າງໃຫ້ແກ່ວິສາຫະກິດຫວຽດນາມ, ນຳມາເຊິ່ງບັນຍາກາດພັດທະນາຢ່າງກວ້າງໃຫຍ່ກວ່າ ດ້ວຍບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມືໃໝ່ໃຫ້ແກ່ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top