• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

40ປີແຫ່ງວັນດຳເນີນການຕໍ່ສູ້ປົກປັກຮັກສາຊາຍແດນທາງພາກເຫນືອ: ພົນຕີຊາວລັດເຊຍຢືນຢັນ ການຕໍ່ສູ້ເພື່ອຄວາມເປັນທຳຂອງປະຊາຊົນຫວຽດນາມ

      ໄຊຊະນະຂອງຫວຽດນາມໃນການຕໍ່ສູ້ປົກປັກຮັກສາຊາຍແດນທາງພາກເຫນືອຂອງປະເທດຊາດປີ 1979 ໂດຍມີການຊ່ວຍເຫລືອບໍ່ແມ່ນຫນ້ອຍຂອງປະຊາຊົນກ້າວຫນ້າໃນໂລກ ພິເສດແມ່ນໂຊວຽດ.

Porfiry Ivashko ໂອ້ລົມກັບນັກຂ່າວຂ່າວສານຫວຽດນາມກ່ຽວກັບການຕໍ່ສູ້ຂອງປະຊາຊົນຫວຽດນາມ
ພາບ: vietnam+ອງປະຊາຊົນກ້າວຫນ້າໃນໂລກ ພິເສດແມ່ນໂຊວຽດ.
 
      ເມື່ອຕອບສຳພາດນັກຂ່າວຂ່າວສານຫວຽດນາມ ປະຈຳລັດເຊຍ, ພົນຕີ Porfiry Ivashko ຫນຶ່ງໃນບັນດານັກຊ່ຽວຊານລັດເຊຍ ຜູ້ທຳອິດ ມາຊ່ວຍເຫລືອຫວຽດນາມ ນັບເມື່ອການຕໍ່ສູ້ປົກປັກຮັກສາຊາຍແດນທາງພາກເຫນືອຫາກໍ່ເລີ່ມຕົ້ນ ໄດ້ຢືນຢັນວ່າ ຫວຽດນາມ ແລະ ໂຊວຽດ ມີການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ. ປະຊາຊົນ ໂຊວຽດ ຍາມໃດກໍ່ເຫັນອົກເຫັນໃຈ, ແບ່ງເບົາຄວາມຫຍຸ້ງຍາກນັບທາງດ້ານວັດຖຸ ແລະ ຈິດໃຈກັບປະຊາຊົນຫວຽດນາມ ໃນປາງສົງຄາມຕ້ານສັດຕູຮຸກຮານ. ສະນັ້ນ ປະຊາຊົນ ໂຊວຽດ ອີກຄັ້ງຫນຶ່ງສະຫນັບສະຫນູນຫວຽດນາມໃນການຕໍ່ສູ້ປົກປັກຮັກສາຊາຍແດນທາງພາກເຫນືອຂອງປະເທດຊາດ. ໂຊວຽດ ໄດ້ຫນູນຊ່ວຍ ຫວຽດນາມ ຢ່າງຮອບດ້ານໃນການຕໍ່ສູ້ປົກປັກຮັກສາອະທິປະໄຕນີ້. ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກລຳບາກກໍຕາມ ແຕ່ບັນດານັກຊ່ຽວຊານໂຊວຽດ ຮູ້ສຶກເອກອ້າງທະນົງໃຈ ຍ້ອນໄດ້ປະກອບສ່ວນກຳລັງຂອງຕົນເພື່ອຊ່ວຍເຫລືອປະຊາຊົນຫວຽດນາມ ອ້າຍນ້ອງ.  ທ່ານ Porfiry Ivashko ຢືນຢັນ ໂຊວຽດ ຍາມໃດກໍ່ສະຫນັບສະຫນູນການຕໍ່ສູ້ເພື່ອຄວາມເປັນທຳຂອງປະຊາຊົນຫວຽດນາມ, ຕໍ່ສູ້ປົກປັກຮັກສາພື້ນຖານເອກະລາດຂອງປະເທດຊາດ.
 (ແຫຼ່ງຄັດຈາກ VOV)
 

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top