• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜູນຊ່ວຍປະຊາຊົນແມ່ນເປົ້າໝາຍຂອງນະຄອນໂຮ່ຈີມິນ

      ອຳນາດການປົກຄອງນະຄອນຍາມໃດກໍ່ພິຈາລະຈາບັນຫາຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນແມ່ນເປົ້າໝາຍ ແລະ ຄຳສັ່ງ.
(ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຟານວັນມ້າຍ)
      ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃນຕອນບ່າຍວັນທີ 13 ກັນຍາ ຂອງຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ -19 ນະຄອນ ໂຮ່ຈີມິນ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຟານວັນມ້າຍ ເນັ້ນໜັກວ່າ: ອຳນາດການປົກຄອງນະຄອນຍາມໃດກໍ່ພິຈາລະຈາບັນຫາຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນແມ່ນເປົ້າໝາຍ ແລະ ຄຳສັ່ງ. ປະຈຸບັນ, ນະຄອນພວມຮີບເຮັ່ງກວດກາສ້າງບັນຊີລາຍຊື່ຜູ້ທີ່ພວມອາໄສຢູ່ໃນບໍລິເວນ ເພື່ອສືບຕໍ່ຜັນຂະຫຍາຍບ້ວງເງິນໜູນຊ່ວຍຄັ້ງທີ 3 ທີ່ມີມູນຄ່າ 10.000 ຕື້ດົ່ງ.
       “ພວກຂ້າພະເຈົ້າຮູ້ວ່າພໍ່ແມ່ປະຊາຊົນພວມປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ຕ້ອງໄດ້ຮັບການໜູນຊ່ວຍຄືກັນ ແລະ ມີຄວາມຍຸຕິທຳ. ເຖິງຢ່າງໃດກໍ່ຕາມ, ໃນການສ້າງບັນຊີລາຍຊື່ຈະບໍ່ສາມາດຄົບໄດ້. ພວກຂ້າພະເຈົ້າຈະສືບຕໍ່ລວບລວມບັນດາບັນຊີທີ່ຂາດນັ້ນເຂົ້າໃນບ້ວງເງິນຄັ້ງທີ 3 ນີ້. ບ້ວງເງິນໜູນຊ່ວຍນີ້ບໍ່ແມ່ນຫຼາຍ, ແຕ່ມັນກໍ່ແມ່ນຄວາມມານະພະຍາຍາມຂອງນະຄອນ ແລະ ພໍ່ແມ່ປະຊາຊົນພ້ອມກັນແບ່ງປັນກັບນະຄອນໃນເງື່ອນໄຂເກີດໂລກລະບາດ, ເພື່ອພ້ອມກັບນະຄອນປະຕິບັດການແຍກຫ່າງ, ປະຕິບັດບັນດາມາດຕະການປ້ອງກັນ ຕ້ານໂລກລະບາດໃຫ້ເປັນຢ່າງດີກວ່າໃນໄລຍະຈະມາເຖິງ”.
      ໃນວຽກງານປ້ອງກັນ ຕ້ານໂລກລະບາດໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ມີແຜນນະໂຍບາຍນຳໃຊ້ “ບັດຂຽວໂຄວິດ -19” ເພື່ອຄວບຄຸຸມບັນດາພາກສ່ວນພົນລະເມືອງໃນວິວັດການເປີດປະຕູ, ຟື້ນຟູເສດຖະກິດ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top