• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສວິສາຫະກິດ ຫວຽດນາມ ກາງສະໄໝປີ 2019

      ເວທີປາໄສວິສາຫະກິດ ຫວຽດນາມ (VBF) ກາງສະໄໝປີ 2019 ດ້ວຍຫົວຂໍ້ວ່າ “ບົດບາດຂອງປະຊາຄົມວິສາຫະກິດໃນການພັດທະນາຢ່າງວ່ອງໄວຕິດພັນກັບຄວາມໝັ້ນຄົງ” ໄດ້ດຳເນີນໃນຕອນເຊົ້າວັນທີ 26 ມິຖຸນາ. 
ເຫດການໂດຍສະຫະພັນ VBF ສົມທົບກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທະນາຄານໂລກ (WB), ອົງການການເງິນສາກົນ (IFC) ຈັດຕັ້ງຂຶ້ນ.

ເວທີປາໄສວິສາຫະກິດ ຫວຽດນາມ ກາງສະໄໝປີ 2019
      ທີ່ເວທີປາໄສ, ບັນດາຜູ້ແທນໄດ້ສຸມໃສ່ຕີລາຄາສະພາບຕົວຈິງ ແລະ ສະເໜີບັນດາມາດຕະການໃນບັນດາກຸ່ມຂະແໜງ: ພື້ນຖານໂຄງລ່າງ ແລະ ພະລັງງານ; ຕະຫລາດເງິນທຶນ ແລະ ທະນາຄານ; ການສຶກສາ ແລະ ບຳລຸງສ້າງ; ຊັບພະຍາກອນມະນຸດ; ກະສິກຳ; ການລົງທຶນ ແລະ ການຄ້າ; ພາສີອາກອນ; ການທ່ອງທ່ຽວ. ເມື່ອແລກປ່ຽນກັບປະຊາຄົມວິສາຫະກິດເຂົ້າຮ່ວມເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ເນັ້ນໜັກວ່າ: ປັດຈຸບັນ, ລັດຖະບານ ຫວຽດນາມ ພວມຢຶດໝັ້ນຜັນຂະຫຍາຍບາງກຸ່ມມາດຕະຫານໃຫຍ່. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຢືນຢັນວ່າ ປະຊາຄົມວິສາຫະກິດແມ່ນກຳລັງໜູນໃຫ້ແກ່ການເຕີບໂຕ, ເປັນເຈົ້າກຳ, ເປັນກຳລັງຫັນບັນດາເປົ້າໝາຍຂອງລັດຖະບານໃຫ້ປະກົດຜົນຈິງ. ທ່ານກ່າວວ່າ:
        “ກ່ຽວກັບເສດຖະກິດ, ວິສາຫະກິດຄວນດຸ່ນດ່ຽງລະຫວ່າງເປົ້າໝາຍກຳໄລກັບການປະພຶດຢ່າງສົມເຫດສົມຜົນກັບຊາວຜູ້ອອກແຮງງານ, ສ້າງໂອກາດໃຫ້ແກ່ຊາວຜູ້ອອກແຮງງານພັດທະນາອາຊີບ ແລະ ລົງເລິກວິຊາສະເພາະ. ວິສາຫະກິດ ກໍ່ຄວນໝູນໃຊ້ວິທະຍາສາດເຕັກໂນໂລຊີ ເພື່ອພັດທະນາບັນດາແຫຼ່ງຊັບພະຍາກອນໃໝ່, ຊຸກຍູ້ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ. ກ່ຽວກັບແງ່ມູມນິຕິກຳ, ວິສາຫະກິດຕ້ອງປະຕິບັດບັນດາຂໍ້ກຳນົດກ່ຽວກັບດ້ານນິຕິກຳສຳລັບບັນດາຝ່າຍທີ່ກ່ຽວຂ້ອງຢ່າງຄົບຖ້ວນ. ກ່ຽວກັບແງ່ມູມຄຸນສົມບັດ, ອັນໃດວິສາຫະກິດຕັດສິນຖືກຕ້ອງ, ພ້ອມກັນແບ່ງປັນຜົນປະໂຫຍດ ຈະຖືດສັງຄົມຮັບຮູ້, ເຊີດຊູ.”
 (ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%.

Top