• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເດ​ືອນ​ເຄື່ອນ​ໄຫວຍອດ​ສູງ “ເພື່​ອ​ຄົນ​ທຸກ​ຍາກ” ປີ 2021: ປຸກ​ລຸກ​ນ້ຳ​ໃຈ​ອຸ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ

ວັນທີ 17 ຕຸລາ ແມ່ນວັນເລີ່ມຕົ້ນແກ່ເດືອນເຄື່ອນໄຫວຍອດສູງ “ເພື່ອຄົນທຸກຍາກ”. ເດືອນເຄື່ອນໄຫວຍອດສູງເພື່ອຄົນທຸກຍາກ ຈະແກ່ຍາວຮອດວັນທີ 18 ພະຈິກ 2021, ເພື່ອແນໃສ່ສ້າງກຳລັງໜູນຊ່ວຍເຫຼືອຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. 
ການມອບເຮືອນແຫ່ງມະຫາສາມັກຄີ ຢູ່ແຂວງ ຮວ່າບິ່ງ (ພາບ: daidoanket.vn)

ໃນເດືອນເຄື່ອນໄຫວຍອດສູງເພື່ອຄົນທຸກຍາກນີ້, ແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ ຈັດຕັ້ງການຂົນຂວາຍ, ປຸກລະດົມນັກທຸລະກິດ, ວິສາຫະກິດ, ໝູ່ຄະນະ, ສ່ວນບຸກຄົນ… ປະກອບສ່ວນຊ່ວຍເຫຼືອກອງທຶນ “ເພື່ອຄົນທຸກຍາກ”.

        ຕາມທ່ານຮອງປະທານ ຄະນະກຳມະການ ແນວໂຮມປະເທດຊາດ ຫວຽດນາມ, ເຈືອງທິງອັກແອັງ ແລ້ວ, ສອງປີມານີ້, ເຖິງວ່າຖືກຜົນກະທົບຢ່າງຫຼວງຫຼາຍຈາກໂລກລະບາດໂຄວິດ - 19 ກໍຕາມ ແຕ່ບັນດາຫົວໜ່ວຍ, ກຸ່ມບໍລິສັດ, ບໍລິສັດໃຫຍ່, ວິສາຫະກິດ, ຜູ້ໃຈບຸນໃຈກຸສົນຢູ່ພາຍໃນປະເທດ ຍາມໃດກໍຮ່ວມເດີນທາງຊ່ວຍເຫຼືອຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ. 9 ເດືອນຕົ້ນປີ 2021, ແນວໂຮມປະເທດຊາດຫວຽດນາມ ໄດ້ຂົນຂວາຍກອງທຶນ “ເພື່ອຄົນທຸກຍາກ” ແລະ ການໜູນຊ່ວຍສັງຄົມໄດ້ຫຼາຍກວ່າ 2.570 ຕື້ດົ່ງ. ແນວໂຮມທຸກຂັ້ນກໍໄດ້ໃຫ້ການຊ່ວຍເຫຼືອກໍ່ສ້າງ ແລະ ສ້ອມແປງເຮືອນແຫ່ງມະຫາສາມັກຄີ 13.250 ຫຼັງ, ຊ່ວຍເຫຼືອຜູ້ທຸກຍາກຢູ່ທ້ອງຖິ່ນຕ່າງໆ, ຊ່ວຍເຫຼືອພວກນ້ອງນັກຮຽນໃນການຮຽນອອນໄລ. ພ້ອມດຽວກັນນັ້ນ, ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ນັບລ້ານເທື່ອຄົນ ໄດ້ຮັບການກວດ, ປິ່ນປົວພະຍາດ, ສັກວັກຊິນກັນພະຍາດໂຄວິດ - 19, ກໍ່ສ້າງກິດຈະກຳຮັບໃຊ້ຊີວິດປະຈຳວັນຂອງປະຊາຊົນ  ຖະໜົນຫົນທາງ, ຫ້ອງຮຽນ, ສຸກສາລາ, ການກວດແລະ ປິ່ນປົວພະຍາດ…

(ແຫຼ່ງຄັດຈາກ VOV)

ທູດພິເສດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກຢູ່ ສປປ.ເກົາຫຼີ

ທູດພິເສດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກຢູ່ ສປປ.ເກົາຫຼີ

ທ່ານ ເລຮ່ວາຍຈຸງ, ທູດພິເສດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ປາດຖະໜາຢາກເພີ່ມພູນຄູນສ້າງ ແລະ ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສປປ.ເກົາຫຼີ ໃຫ້ນັບມື້ນັບພັດທະນາຢ່າງແທ້ຈິງ

Top