• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເດັດດ່ຽວຄັດຄ້ານບັນດາການກະທຳລະເມີດອະທິປະໄຕຂອງຫວຽດນາມສຳລັບສອງໝູ່ເກາະຮ່ວາງຊາແລະເຈື່ອງຊາ

      ວັນທີ 31 ພຶດສະພາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດການປະຊຸມຂ່າວນັດສາມັນ ແລະ ຕອບບັນດາຄຳຖາມຂອງນັກຂ່າວພາຍໃນ ແລະ ຕ່າງປະເທດ. 

ທ່ານນາງເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ  
      ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ກຸ່ມບັນດາປະເທດອາຊີ ປາຊີຟິກ ຢູ່ ສປຊ ໄດ້ເຫັນດີເປັນເອກະພາບສະເຫນີຫວຽດນາມ ເຂົ້າເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ທີ່ການເລືອກຕັ້ງຈະຖືກຈັດຂຶ້ນໃນເດືອນມີຖຸນາ ປີ 2019.
        ເມື່ອຕອບຄຳຖາມຂອງນັກຂ່າວສະເຫນີໃຫ້ຮູ້ທັດສະນະຂອງຫວຽດນາມ ກ່ຽວກັບບັນດາການຜັນແປມໍ່ໆມານີ້ທີ່ກ່ຽວຂ້ອງເຖິງແຫລມເກົາຫລີ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢືນຢັນວ່າ:
        ຫວຽດນາມ ຊົມເຊີຍ ແລະ ສະຫນັບສະຫນູນເລື່ອງບັນດາຝ່າຍກ່ຽວຂ້ອງສືບຕໍ່ເສີມຂະຫຍາຍບັນດາໝາກຜົນຕັ້ງຫນ້າທີ່ບັນລຸໄດ້ໃນໄລຍະຜ່ານມາ, ເພີ່ມທະວີການຮ່ວມມືກໍ່ສ້າງແຫລມເກົາຫລີ ປອດນິວເຄຼຍ, ສ້າງພື້ນຖານໝັ້ນຄົງໃຫ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ແຫລມເກົາຫລີ, ໃນພາກພື້ນ ແລະ ໃນໂລກ.
        ກ່ຽວຂ້ອງເຖິງເລື່ອງ ໄຕ້ຫວັນປະເທດຈີນ ດຳເນີນການຊ້ອນຮົບຍິງປືນແທ້ ແຕ່ວັນທີ 23-25 ພຶດສະພາ ຢູ່ ເກາະ ບາບີງ ຂຶ້ນກັບໝູ່ເກາະ ເຈື່ອງຊາຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ມີພະຍານຫລັກຖານປະຫວັດສາດ ແລະ ນິຕິທຳຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕສຳລັບ ສອງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາຂອງ ສອດຄ່ອງກັບກົດໝາຍສາກົນ. ທຸກການເຄື່ອນໄຫວຂອງໄຕ້ຫວັນ ຢູ່ ໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ ແມ່ນລະເມີດອະທິປະໄຕຜືນແຜ່ນດິນຂອງຫວຽດນາມ ສຳລັບໝູ່ເກາະແຫ່ງນີ້, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ,ຄວາມປອດໄພການເດີນທະເລ ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລສັບສົນຂຶ້ນຕື່ມ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງ ໄຕ້ຫວັນ ບໍ່ມີການກະທຳຄ້າຍຄືກັນອີກ.
(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top