• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ສະ​ພາບ​ແວດ​ລ້ອມຢ່າງ​ມີ​ສະ​ຖຽນ​ລະ​ພາບ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ໄທ​ເຂົ້າ​ມາ​ລົງ​ທຶ​ນ, ດຳ​ເນີນ​ທຸ​ລະ​ກິດຍາວ​ນານ​

ທ່ານ ທານີ ແສງຣັດ ໄດ້ຕີລາຄາສູງຕໍ່ໝາກຜົນໃນການຄວບຄຸມໂລກລະບາດ Covid – 19 ຂອງຫວຽດນາມເວົ້າລວມ ແລະ ຮ່າໂນ້ຍເວົ້າສະເພາະ ແລະ ໝາກຜົນດັ່ງກ່າວນັ້ນ ສາກົນກໍ່ໄດ້ຮັບຮູ້.

ທ່ານ ເວືອງດິ່ງເຫ້ວ ເລຂາຄະນະພັກນະຄອນຮ່າໂນ້ຍໃຫ້ຕ້ອນຮັບທ່ານ ທານີ ແສງຣັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໄທປະຈຳຫວຽດນາມ .(ພາບ:TTXVN) 

ຕອນບ່າຍວັນທີ 2 ມິຖຸນາ, ທີ່ການຕ້ອນຮັບທ່ານ ທານີ ແສງຣັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໄທປະຈຳຫວຽດນາມ, ທ່ານ ເວືອງດິ່ງເຫ້ວ ເລຂາຄະນະພັກນະຄອນຮ່າໂນ້ຍໄດ້ຢັ້ງຢືນວ່າ ນະຄອນໃຫ້ຄຳໝັ້ນສັນຍາສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງມີສະຖຽນລະພາບເພື່ອໃຫ້ບັນດາວິສາຫະກິດໄທມີຄວາມອຸ່ນອຽນໃຈໃນການລົງທຶນ, ດຳເນີນທຸລະກິດໃນໄລຍະຍາວ, ທ່ານ ເວືອງດິ່ງເຫ້ວ ກໍ່ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ ຈະມີວິສາຫະກິດໄທ ເຂົ້າມາລົງທຶນຢູ່ຮ່າໂນ້ຍຫຼາຍກ່ວານີ້ອີກ.

ສ່ວນທ່ານ ທານີ ແສງຣັດ ໄດ້ຕີລາຄາສູງຕໍ່ໝາກຜົນໃນການຄວບຄຸມໂລກລະບາດ Covid – 19 ຂອງຫວຽດນາມເວົ້າລວມ ແລະ ຮ່າໂນ້ຍເວົ້າສະເພາະ ແລະ ໝາກຜົນດັ່ງກ່າວນັ້ນ ສາກົນກໍ່ໄດ້ຮັບຮູ້.  ກ່ຽວກັບໂອກາດໃນການຮ່ວມມືທາງດ້ານການຄ້າ, ການລົງທຶນສອງຝ່າຍ, ທ່ານທານີແສງຣັດ ໄດ້ສະເໜີໃຫ້ ສອງຝ່າຍພິຈາລະນາຄວາມເປັນໄປໄດ້ໃນການຮ່ວມກັນຈັດຕັ້ງກອງປະຊຸມສຳມະນາ ເພື່ອປຶກສາຫາລືກ່ຽວກັບບັນດານີ້.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top