• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ Covid-19 ຄົນ​ທີ 38 ແລ້ວ

ນັບແຕ່ເວລາ 00 ໂມງ ວັນທີ 12 ມີນາ, ຫວຽດນາມ ຈະໂຈະການຍົກເວັ້ນວີຊາໃຫ້ພົນລະເມືອງ 8 ປະເທດ ລວມມີ:  ແດນມາກ, ນອກແວ, ແຟງລັງ, ຊູແອັດ, ອັງກິດ, ຝຣັ່ງ, ເຢຍລະມັນ ແລະ ແອັດສະປາຍ. ນັ້ນແມ່ນຂໍ້ມູນຂ່າວຈາກກອງປະຊຸມຄະນະຊີ້ນຳການສະກັດກັ້ນ, ຕ້ານ Covid – 19 ແຫ່ງຊາດ ໄດ້ດຳເນີນໃນຕອນເຊົ້າວັນທີ 11 ມີນາ ຢູ່ ຮ່າໂນ້ຍ.

ກອງປະຊຸມຄະນະຊີ້ນຳການສະກັດກັ້ນ, ຕ້ານ Covid-19 ແຫ່ງຊາດ (ພາບ: VGP)

ທີ່ກອງປະຊຸມ, ບັນດາສະມາຊິກຄະນະຊີ້ນຳໄດ້ປຶກສາຫາລື, ໄຈ້ແຍກ ແລະ ຕີລາຄາກ່ຽວກັບບັນຫາ: ສະພາບການໂລກລະບາດຢູ່ ເອີຣົບ; ວຽກງານຄວບຄຸມລະບາດວິທະຍາຢູ່ດ່ານຊາຍແດນ; ຄຸ້ມຄອງຄົນເຂົ້າ - ອອກເມືອງ; ແຍກຕົວຜູ້ທີ່ມາຈາກເຂດເກີດໂລກລະບາດເຂົ້າເມືອງປະເທດ ຫວຽດນາມ… ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ແລະ ບັນດາຜູ້ແທນໄດ້ເນັ້ນໜັກເຖິງມາດຕະການຄວບຄຸມຄົນເຂົ້າເມືອງປະເທດ ຫວຽດນາມ ຢ່າງແໜ້ນແຟ້ນ. ຄົນທັງໝົດເຫຼົ່ານັ້ນ ຕ້ອງບັງຄັບໃຫ້ແຈ້ງອາການສຸຂະພາບ. ຖ້າແຈ້ງຂີ້ຕົວະ ຈະຖືກລົງໂທດຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ. ເພື່ອສະກັດກັ້ນໂລກລະບາດຈາກທາງການບິນ. ບັນດາທ່າອາກາດສະຍານສາກົນຈະຈັດຕັ້ງເຂດສະເພາະ ເພື່ອຮັບໃຊ້ໃຫ້ແກ່ຜູ້ໂດຍສານປ່ຽນຍົນ.

        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ປັກຈຸບັນ, ຫວຽດນາມ ໄດ້ກວດພົບກໍລະນີຕິດເຊື້ອ Covid – 19  ຄົນທີ 35, ນັ້ນແມ່ນເພດຍິງ, ອາຍຸ 29 ປີ, ສັນຊາດ ຫວຽດນາມ. ຜູ້ຕິດເຊື້ອຄົນດັ່ງກ່າວ ແມ່ນພາລະກອນຂາຍເຄື່ອງຢູ່ຮ້ານສັບພະສິນຄ້າ ດ້ຽນໄໝແຊງ ຢູ່ເມືອງ ຫາຍເຈົາ, ນະຄອນ ດ່າໜັງ. ປັດຈຸບັນ, ຜູ້ຕິດເຊື້ອຄົນທີ 35 ດັ່ງກ່າວ ພວມໄດ້ຮັບການແຍກຕົວປິ່ນປົວຢູ່ໂຮງໝໍ ດ່າໜັງ.

ແລະກໍ່ໃນຕອນແລງຂອງວັນທີ 11 ມີນາ, ຫວຽດນາມ ໄດ້ຢັ້ງຢືນມີຕື່ມອີກ 3 ກໍລະນີຕິດເຊື້ອ Covid-19, ກໍລະນີເຫຼົ່ານີ້ ຕ່າງກໍ່ສຳຜັດໃກ້ກັບຄົນເຈັບຕິດ Covid-19 ຄົນທີ 34 ອັນໄດ້ຍົກຍອດຈຳນວນຜູ້ຕິດ Covid-19 ຂຶ້ນເຖິງ 38 ກໍລະນີ, ໃນນັ້ນ 16 ກໍລະນີໄດ້ຫາຍດີແລ້ວ.

 (ແຫຼ່ງຄັດຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top