• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍາມ​ໃດ​ພ້ອມ​ກັບ ​ກຳ​ປູ​ເຈຍ​ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​​ການ​ພົວ​ພັນລະ​ຫວ່າງ​ສອ​ງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ

ພັກ, ລັດແລະປະຊາຊົນ ຫວຽດນາມ ຍາມໃດກໍ່ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນລ້ຳຄ່າ ເຊິ່ງພັກປະຊາຊົນກຳປູເຈຍ, ລັດແລະປະຊາຊົນກຳປູເຈຍສະຫງວນໃຫ້ຫວຽດນາມໃນໄລຍະຕໍ່ສູ້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະລາດ, ກໍ່ຄືໃນວິວັດແຫ່ງການປ່ຽນແປງໃໝ່, ສ້າງສາແລະປົກປັກຮັກສາປະເທດຊາດຄືໃນປັດຈຸບັນ.
ການນຳພັກປະຊາຊົນກຳປະເຈຍ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນກຳປູເຈຍ (28 ມິຖຸນາ 1951 – 28 ມິຖຸນາ 2021), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມໄດ້ສົ່ງສານອວຍພອນໄປຍັງຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ. ເນື້ອໃນຈົດໝາຍໄດ້ຂຽນວ່າ: ໃນໄລຍະ 70 ປີຜ່ານມາ, ພາຍໃຕ້ການຊີ້ນຳຂອງພັກປະຊາຊົນ ກຳປູເຈຍ, ປະເທດກຳປູເຈຍໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ຍາດໄດ້ບັນດາໄຊຊະນະອັນສະຫງ່າລາສີໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ.

ພັກກອມູນິດ ຫວຽດນາມ ແລະ ປະຊາຊົນຫວຽດນາມ ຂໍສະແດງຄຳອວຍພອນຕໍ່ບັນດາຜົນງານອັນຍິ່ງໃຫຍ່ ແລະ ສຳຄັນໃນທຸກຂົງເຂດ ເຊິ່ງພັກ  ແລະ ປະຊາຊົນກຳປູເຈຍບັນລຸໄດ້ໃນໄລຍະທີ່ຜ່ານມາ. ຫວຽດນາມສະແດງຄວາມເຊື່ອໝັ້ນວ່າ ພັກປະຊາຊົນກຳປູເຈຍສືບຕໍ່ນຳພາປະເທດເພື່ອບັນລຸໄດ້ບັນດາຜົນງານໃໝ່, ຍິ່ງໃຫຍ່ກ່ວາອີກໃນການປະຕິບັດ ໂຄງການການເມືອງ ຂອງພັກ ໄລຍະ 2018 – 2023 ແລະ ຍຸດທະສາດພັດທະນາ ສີ່ຫລ່ຽມໄລຍະທີ 4 ຂອງລັດຖະບານ.

ພັກ, ລັດແລະປະຊາຊົນ ຫວຽດນາມ ຍາມໃດກໍ່ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນລ້ຳຄ່າ ເຊິ່ງພັກປະຊາຊົນກຳປູເຈຍ, ລັດແລະປະຊາຊົນກຳປູເຈຍສະຫງວນໃຫ້ຫວຽດນາມໃນໄລຍະຕໍ່ສູ້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະລາດ, ກໍ່ຄືໃນວິວັດແຫ່ງການປ່ຽນແປງໃໝ່, ສ້າງສາແລະປົກປັກຮັກສາປະເທດຊາດຄືໃນປັດຈຸບັນ.

ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສົ່ງກະເຊົ້າດອກໄມ້ ອວຍພອນໄປຍັງທ່ານ ປະທານພັກປະຊາຊົນ ກຳປູເຈຍ, ນາຍົກລັດຖະມົນຕີ ລັດຖະບານ ກຳປູເຈຍ Hun Sen ແລະ ທ່ານ ປະທານສະພາແຫ່ງຊາດ ກຳປູເຈຍ Heng Xomrin.

 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top