• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ສືບ​ຕໍ່​ໜູນ​ຊ່ວຍ ມຽນ​ມາ ​ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ ໂລກ​ລະ​ບາດ​ໂຄ​ວິດ - 19

ຫວ່າງແລ້ວນີ້, ນະຄອນ ດ່ານັ້ງ ແລະ ພົນລະເມືອງ ຫວຽດນາມ ໄດ້ສົ່ງໄປຍັງ ມຽນມາ ຜ້າອັດປາກ - ດັງ 35.000 ອັນ ເພື່ອໜູນຊ່ວຍໃຫ້ປະຊາຊົນ ເຂດ Mandalay, ໃນສະພາບການໂລກລະບາດ ໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຢູ່ປະເທດນີ້.


 ງວດຜ້າອັດປາກ - ດັງ ຂອງ ຫວຽດນາມ ຢູ່ສະໜາມບິນ ສາກົນ Yangon  ປະເທດມຽນມາ

(ພາບ: TTXVN)


ທ່ານ ລິ້ກວ໊ກຕວັນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມຽນມາ ມອບຈຳນວນຂອງຂວັນສະໜັບສະໜູນດັ່ງກ່າວ ໃຫ້ຜູ້ຕາງໜ້າອຳນາດການປົກຄອງເຂດ Mandalay ຢູ່ສະໜາມບິນສາກົນ Yangon ໃນວັນທີ 12 ທັນວາ ທີ່ຜ່ານມາ.

ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ ເອກອັກຄະລັດຖະທູດ ລິ້ກວ໊ກຕວັນ ເນັ້ນໜັກວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ ຄິດເຖິງເພື່ອນມິດ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແລະ ທ່ານກໍ່ສະແດງຄວາມຫວັງວ່າ ອຳນາດການປົກຄອງ ແລະ ປະຊາຊົນເຂດ Mandalay ຈະຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຈາກໂລກລະບາດໂຄວິດ - 19 ໂດຍໄວ.

ສ່ວນທ່ານ U Zaw Lin ຜູ້ຕາງໜ້າອຳນາດການປົກຄອງເຂດ Mandalay ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ພິເສດແມ່ນນະຄອນ ດ່ານັ້ງ ເຊິ່ງໄດ້ປະກອບສ່ວນຢ່າງແທດຈິງ ໃນໄລຍະທີ່ ປະຊາຊົນ ມຽນມາ ເວົ້າລວມ ແລະ ປະຊາຊົນເຂດ Mandaly ເວົ້າສະເພາະ ພວມປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຢ່າງທັນການ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top