• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນປະທານກອງປະຊຸມສະພາຄວາມໝັ້ນຄົງສປຊກ່ຽວກັບການແກ້ໄຂບັນຫາສິ່ງທ້າທາຍຂອງເດັກນ້ອຍ

ການປະທະກັນ ແລະ ຄວາມເຄັ່ງຕຶງໃນທົ່ວໂລກ ພວມກໍ່ໃຫ້ເກີດສິ່ງທ້າທາຍໃຫ້ແກ່ປະຊາຊົນ, ໃນນັ້ນມີເດັກນ້ອຍ. ຍ້ອນເຫດນັ້ນ, ຄວນຍົກສູງສະຕິຄວາມຮັບຮູ້ກວ່າອີກ ກ່ຽວກັບການປົກປ້ອງ ແລະ ເບິ່ງແຍງດູແລເດັກ.
(ຜູ້ແທນເຂົ້າຮ່ວມດກອງປະຊຸມ)

ວັນທີ 03 ທັນວາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມຕາມຮູບແບບ Arria ກ່ຽວກັບຫົວເລື່ອງ “ແກ້ໄຂບັນຫາສິ່ງທ້າທາຍຂອງເດັກນ້ອຍທີ່ ບໍ່ໄດ້ຮັບການເບິ່ງແຍງດູແລຈາກພໍ່ແມ່ໃນສະພາບເກີດການປະທະກັນ”. ກອງປະຊຸມໄດ້ຈັດຂຶ້ນຕາມຂໍ້ລິເລິ່ມຂອງ ຫວຽດນາມ, ເຊິ່ງໄດ້ຮັບການຮ່ວມອຸປະຖຳ ແລະ ມີຊື່ ຈັດຕັ້ງຈາກປະເທດ ເຄັນຢາ, ນີເຊ, ນອກແວ, ແຊັງແວັງຊັງ, ລັດເຊຍ, ອາເມລິກາ ແລະ ມານຕາ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ດັ້ງດິງກຸຍ ຖືວ່າ, ການປະທະກັນ ແລະ ຄວາມເຄັ່ງຕຶງໃນທົ່ວໂລກ ພວມກໍ່ໃຫ້ເກີດສິ່ງທ້າທາຍໃຫ້ແກ່ປະຊາຊົນ, ໃນນັ້ນມີເດັກນ້ອຍ. ຍ້ອນເຫດນັ້ນ, ຄວນຍົກສູງສະຕິຄວາມຮັບຮູ້ກວ່າອີກ ກ່ຽວກັບການປົກປ້ອງ ແລະ ເບິ່ງແຍງດູແລເດັກ, ກໍ່ຄືຄວນເພີ່ມທະວີການໜູນຊ່ວຍເດັກຢູ່ທັງລະດັບຊາດ, ພາກພື້ນ ແລະ ທົ່ວໂລກ. ທ່ານເອກອັກຄະລັດຖະທູດ ດັ້ງດິງກຸຍ ໃຫ້ຮູ້ວ່າ, ຫວຽດນາມ ແມ່ນປະເທດທຳອິດຢູ່ ອາຊີ ແລະ ແມ່ນປະເທດທີ 2 ໃນໂລກທີ່ໃຫ້ສັດຕະຍາບັນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບສິດທິເດັກ ແລະ ຍາມໃດກໍ່ຖືບັນຫາປົກປ້ອງ ແລະ ເບິ່ງແຍງດູແລເດັກແມ່ນບຸລິມະສິດສູງສຸດ ເມື່ອຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 06 ພະຈິກ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກຊຸດທີ XIII (ກອງປະຊຸມສູນກາງ 14) ໄດ້ອັດລົງພາຍຫຼັງການເຮັດວຽກເປັນເວລາ 2 ວັນ ໂດຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນສຳຄັນ.

Top