• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນປະທານຮ່ວມກອງປະຊຸມ ຄະນະກຳມະການຮ່ວມມືລວມ ອາຊຽນ - ອິນເດຍ ຄັ້ງທີ 18

      ກອງປະຊຸມຄັ້ງທີ 18 ຂອງຄະນະກຳມະການລວມ (JCC) ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ອິນເດຍ ໄດ້ດຳເນີນໃນວັນທີ 22 ມິຖຸນາ ຢູ່ ຈາກາກຕາ ປະເທດ ອິນໂດເນເຊຍ.

ຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ອາຊຽນ (ພາບ: TTXVN) 
      ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານເອກອັກຄະລັດຖະທູດ ຫງວຽນຮວັ່ນນາມ ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ອາຊຽນ ແລະ ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ອາຊຽນ Suresh.K.Reddy ພ້ອມດ້ວຍການເຂົ້າຮ່ວມຂອງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕ່າງໜ້າບັນດາປະເທດ ອາຊຽນ.
         2 ຝ່າຍໄດ້ເຫັນດີເປັນເອກະສັນໃນປີ 2018, ອາຊຽນ ແລະ ອິນເດຍ ຄວນສືບຕໍ່ຮັກສາການປະຕິບັດ, ຮັບປະກັນການຜັນຂະຫຍາຍບັນດາການກະທຳທີ່ຍັງເຫຼືອຂອງໂຄງການດຳເນີນງານ ອາຊຽນ - ອິນເດຍ 2016 – 2020 ຢ່າງມີປະສິດທິຜົນ.
        ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ແລະ ອິນເດຍ ຕີລາຄາສູງ ຫວຽດນາມ ດ້ວຍບົດບາດເປັນປະເທດປະສານງານການພົວພັນ ອາຊຽນ - ອິນເດຍ ໄລຍະ 2015 – 2018 ໄດ້ຍົກອອກບັນດາຂໍ້ລິເລີ່ມແທດຈິງ ເພື່ອຊຸກຍູ້ການຮ່ວມມື, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສຳຄັນ ເພື່ອສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອິນເດຍ ໃນປີ 2017, ປະກອບສ່ວນຍົກສູງການພົວພັນ ອາຊຽນ - ອິນເດຍ ຂຶ້ນສູ່ລະດັບສູງໃໝ່.
 (ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top