• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ອາເມລິກາ ມຸ່ງໄປເຖິງການພັດທະນາດ້ານການຄ້າແບບຍືນຍົງ

      2 ຝ່າຍລ້ວນແຕ່ເຫັນດີເປັນເອກະພາບຢືນຢັນວ່າ, ພາຍຫຼັງໄລຍະ 25 ປີແຫ່ງການຫັນການພົວພັນເປັນປົກກະຕິ, ດ້ວຍຄວາມມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງບັນດາການນຳ 2 ປະເທດເວົ້າລວມ
ການໂອ້ລົມທາງໂທລະສັບ
(ພາບ: bnews.vn)
      ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ, ທ່ານ ເຈິ່ນຕ໊ວນແອັງ, ຫົວໜ້າຄະນະເສດຖະກິດສູນກາງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາການຄ້າ ແລະ ການລົງທຶນຫວຽດນາມ - ອາເມລິກາ (TIFA) ຫາກໍ່ມີການໂອ້ລົມທາງໂທລະສັບກັບທ່ານນາງ Katherine Tai ຫົວໜ້າຜູ້ຕາງໜ້າດ້ານການຄ້າອາເມລິກາ (USTR) ເພື່ອແລກປ່ຽນກ່ຽວກັບບັນດາບັນຫາເສດຖະກິດ, ການຄ້າ 2 ຝ່າຍລະຫວ່າງ 2 ປະເທດ.
        ທີ່ການໂອ້ລົມ, 2 ຝ່າຍລ້ວນແຕ່ເຫັນດີເປັນເອກະພາບຢືນຢັນວ່າ, ພາຍຫຼັງໄລຍະ 25 ປີແຫ່ງການຫັນການພົວພັນເປັນປົກກະຕິ, ດ້ວຍຄວາມມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງບັນດາການນຳ 2 ປະເທດເວົ້າລວມ, ພ້ອມກັບການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລະ ອົງການຕາງໜ້າການຄ້າອາເມລິກາ ສວມບົດບາດເປັນປະທານຮ່ວມຂອງສະພາສັນຍາແມ່ກ່ຽວກັບການຄ້າ, ການລົງທຶນ 2 ຝ່າຍ (TIFA), ກໍຄືຂອງບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດຂອງ 2 ປະເທດເວົ້າສະເພາະ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ການພົວພັນທາງດ້ານເສດຖະກິດ, ການຄ້າ 2 ຝ່າຍລະຫວ່າງຫວຽດນາມ ແລະ ອາເມລິກາ ບັນລຸໄດ້ຜົນງານແທດຈິງຫຼາຍຢ່າງ, ຕອບສະໜອງໄດ້ຜົນປະໂຫຍດຂອງລັດຖະບານ, ປະຊາຊົນ ແລະ ປະຊາຄົມວິສາຫະກິດຂອງ 2 ປະເທດ.
        ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການຂອງຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ເປັນເຈົ້າການຮ່ວມມືເພື່ອແກ້ໄຂຄວາມສົນໃຈລະຫວ່າງ 2 ປະເທດຢ່າງຮອບດ້ານ. ຜ່ານນັ້ນ, ກໍ່ຮັກສາການພົວພັນດ້ານການຄ້າໃຫ້ເປັນປົກກະຕິ, ມຸ່ງໄປເຖິງດຸນການຄ້າທີ່ປະສົມກົມກ່ຽວ, ໝັ້ນຄົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top