• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມການປະຊຸມກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ

      ໃນວັນທີ 3 ແລະ ທີ 4 ຕຸລາ, ຢູ່ສຳນັກງານ ຄະນະເລຂາອາຊຽນ ຢູ່ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມຄັ້ງທີ 59 ຂອງກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ (IAI Task Force 59) ແລະ ກອງປະຊຸມປຶກສາຫາລືຄັ້ງທີ 9 ຂອງກຸ່ມດັ່ງກ່າວກັບບັນດາຄູ່ຮ່ວມມືຂອງ ອາຊຽນ. ທ່ານເຈີນດຶກບີ່ງ ຫົວຫນ້າຄະນະຜູ້ແທນຫວຽດນາມ ປະຈຳ ອາຊຽນ ເຂົ້າຮ່ວມບັນດາການປະຊຸມນີ້.

ຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:ຄະນະຜູ້ຕາງຫນ້າຫວຽດນາມ ປະຈຳອາຊຽນ
      ກອງປະຊຸມຄັ້ງທີ 59 ຂອງກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ ແມ່ນກອງປະຊຸມປະຈຳໄລຍະຂັ້ນ ຜູ້ຕາງຫນ້າປະຈຳການຂອງບັນດາປະເທດ ອາຊຽນ ເພື່ອແນໃສ່ສຳຫລວດກວດຄືນການຜັນຂະຫຍາຍບັນດາໂຄງການໃນ IAI ແລະ ສະເຫນີບັນດມາດຕະການແກ້ໄຂເພື່ອຍົກສູງປະສິດທິຜົນການປະຕິບັດແຜນການວຽກງານຂອງ IAI ໄລຍະ 3. ປະຈຸບັນ ມີກວ່າ 100 ໂຄງການໄດ້ຮັບການຮັບຮອງເອົາ ແລະ ພວມຜັນຂະຫຍາຍ ລວມຍອດມູນຄ່າເກືອບ 26 ລ້ານ USD. ສິງກະໂປ, ອິນເດຍ, ເຢຍລະມັນ, ອີຢູ ແລະ ຍີ່ປຸ່ນ ແມ່ນບັນດາຄູ່ຮ່ວມມືອຸປະຖຳຫລາຍສຸດ. ໄລຍະຈະມາເຖິງ, ກຸ່ມດັ່ງກ່າວເຫັນດີສືບຕໍ່ຍູ້ແຮງການຜັນຂະຫຍາຍບັນດາໂຄງການ ແລະ ນຳເອົາ 14 ຂໍ້ສະເຫນີໂຄງການພວມໄດ້ຮັບການສ້າງຂຶ້ນເຂົ້າຜັນຂະຫຍາຍ.
ທີ່ກອງປະຊຸມ, ບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ ຢືນຢັນອີກຄັ້ງຫນຶ່ງ ຈະເອົາໃຈໃສ່ ແລະ ໃຫ້ຄຳໝັ້ນສັນຍາຫນູນຊ່ວຍບັນດາໂຄງການໃນຂອບເຂດ IAI.
 (ແຫຼ່ງຄັດຈາກ VOV)
 

ຮ່າ​ໂນ້ຍ ຈັດຫຼາຍ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ຮ່າ​ໂນ້ຍ ຈັດຫຼາຍ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດຊາດ​ເປັນ​ເອ​ກະ​ພາບ ວັນ​ທີ 30 ເມ​ສາ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ​ ທີ 01 ພຶດ​ສະ​ພາ ປີ 2026, ຂະ​ແໜງ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ແລະ ສະ​ຖານ​ທີ່ຢ​້ຽມ​ຊົມ​ຕ່າງໆ​ໄດ້​ຈັດຫຼາຍ​ກິດ​ຈະ​ກຳ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ລັກ​ສະ​ນະ​ລົງ​ຕົວ​ຈິງ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ.

Top