ຂ່າວສານ

ຫວຽດນາມເຂົ້າຮ່ວມການປະຊຸມກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ

      ໃນວັນທີ 3 ແລະ ທີ 4 ຕຸລາ, ຢູ່ສຳນັກງານ ຄະນະເລຂາອາຊຽນ ຢູ່ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມຄັ້ງທີ 59 ຂອງກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ (IAI Task Force 59) ແລະ ກອງປະຊຸມປຶກສາຫາລືຄັ້ງທີ 9 ຂອງກຸ່ມດັ່ງກ່າວກັບບັນດາຄູ່ຮ່ວມມືຂອງ ອາຊຽນ. ທ່ານເຈີນດຶກບີ່ງ ຫົວຫນ້າຄະນະຜູ້ແທນຫວຽດນາມ ປະຈຳ ອາຊຽນ ເຂົ້າຮ່ວມບັນດາການປະຊຸມນີ້.

ຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:ຄະນະຜູ້ຕາງຫນ້າຫວຽດນາມ ປະຈຳອາຊຽນ
      ກອງປະຊຸມຄັ້ງທີ 59 ຂອງກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ ແມ່ນກອງປະຊຸມປະຈຳໄລຍະຂັ້ນ ຜູ້ຕາງຫນ້າປະຈຳການຂອງບັນດາປະເທດ ອາຊຽນ ເພື່ອແນໃສ່ສຳຫລວດກວດຄືນການຜັນຂະຫຍາຍບັນດາໂຄງການໃນ IAI ແລະ ສະເຫນີບັນດມາດຕະການແກ້ໄຂເພື່ອຍົກສູງປະສິດທິຜົນການປະຕິບັດແຜນການວຽກງານຂອງ IAI ໄລຍະ 3. ປະຈຸບັນ ມີກວ່າ 100 ໂຄງການໄດ້ຮັບການຮັບຮອງເອົາ ແລະ ພວມຜັນຂະຫຍາຍ ລວມຍອດມູນຄ່າເກືອບ 26 ລ້ານ USD. ສິງກະໂປ, ອິນເດຍ, ເຢຍລະມັນ, ອີຢູ ແລະ ຍີ່ປຸ່ນ ແມ່ນບັນດາຄູ່ຮ່ວມມືອຸປະຖຳຫລາຍສຸດ. ໄລຍະຈະມາເຖິງ, ກຸ່ມດັ່ງກ່າວເຫັນດີສືບຕໍ່ຍູ້ແຮງການຜັນຂະຫຍາຍບັນດາໂຄງການ ແລະ ນຳເອົາ 14 ຂໍ້ສະເຫນີໂຄງການພວມໄດ້ຮັບການສ້າງຂຶ້ນເຂົ້າຜັນຂະຫຍາຍ.
ທີ່ກອງປະຊຸມ, ບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ ຢືນຢັນອີກຄັ້ງຫນຶ່ງ ຈະເອົາໃຈໃສ່ ແລະ ໃຫ້ຄຳໝັ້ນສັນຍາຫນູນຊ່ວຍບັນດາໂຄງການໃນຂອບເຂດ IAI.
 (ແຫຼ່ງຄັດຈາກ VOV)
 


top