• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຊົມເຊີຍໝາກຜົນການພົບປະສຸດຍອດລະຫວ່າງສເກົາຫລີແລະສປປເກົາຫລີ

      ການພົບປະສຸດຍອດລະຫວ່າງ ການນຳ ສປປ ເກົາຫລີ ແລະ ສເກົາຫລີ ດຳເນີນຢູ່ ພຽງຢາງເມື່ອວັນທີ 19 ກັນຍາໄດ້ສິ້ນສຸດຢ່າງຈົບງາມ ໄດ້ເປີດບັນດາກາລະໂອກາດຮ່ວມມື ທີ່ບໍ່ເຄີຍມີມາກ່ອນລະຫວ່າງ ສອງພາກເກົາຫລີ.
      ເມື່ອແບ່ງປັນ ທັດສະນະຂອງຫວຽດນາມ ກ່ຽວກັບໝາກຜົນການພົບປະຄັ້ງນີ້, ທີ່ການປະຊຸມຂ່າວນັດສາມັນໃນວັນທີ 20 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:
ຫວຽດນາມ ຊົມເຊີຍໝາກຜົນການພົບປະຄັ້ງສຸດຍອດລະຫວ່າງສອງພາກເກົາຫລີ ແລະ ເລື່ອງສອງຝ່າຍລົງນາມໃນຖະແຫລງການຮ່ວມພຽງຢາງ, ສະຫນັບສະຫນູນບັນດາຝ່າຍກ່ຽວຂ້ອງຮັກສາການເຈລະຈາ, ພົບປະຂັ້ນສູງ, ມີການກະທຳທີ່ມີລັກສະນະສ້າງສັນ, ແທດຈິງ, ເພື່ອແນໃສ່ປະຕິບັດການປອດນິວເຄຼຍໃນແຫລມເກົາຫລີ, ຊຸກຍູ້ການເຈລະຈາ, ການຮ່ວມມື, ຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.
      ທີ່ການປະຊຸມຂ່າວ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວຂ້ອງເຖິງບັນດາການເຄື່ອນໄຫວບົນທະເລຂອງບັນດາກຳປັ່ນຮົບ ອັງກິດ ກໍຄື ຂອງຍີ່ປຸ່ນ ຢູ່ ເຂດທະເລຕາເວັນອອກໃນໄລຍະມໍ່ໆມານີ້, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ໄດ້ຢືນຢັນທັດສະນະສະເຫມີຕົ້ນສະເຫມີປາຍຂອງຫວຽດນາມກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕຢູ່ສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ທ່ານນາງ ເລທິທູຮັ່ງ ພ້ອມທັງຮຽກຮ້ອງບັນດາປະເທດຈົ່ງເຄົາລົບ ແລະ ປະຕິບັດຕາມຂໍ້ກຳນົດຂອງກົດໝາຍສາກົນເມື່ອເຄື່ອນໄຫວຢູ່ເຂດທະເລ ກໍຄືຢູ່ມະຫາສະໝຸດ ເວົ້າລວມ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top