• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫລີເຊີນ ມາຣາທອນ - ເສັ້ນທາງແລ່ນເພື່ອຢັ້ງຢືນອາທິປະໄຕ

      ການແຂ່ງຂັນຊີງຊະນະເລີດ ມາຣາທອນ - ແຫ່ງຊາດ ຫຼີເຊີນ, ກ໋ວາງງາຍ ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 5 ກໍລະກົດ ຢູ່ເມືອງເກາະ ຫຼີເຊີນ ໂດຍມີການເຂົ້າຮ່ວມຂອງນັກກິລາເກືອບ 2000 ຄົນ.

ນີ້ກໍແມ່ນກາລະໂອກາດ ເພື່ອໂຄສະນາພາບພົດ, ຊາວ ຫຼີເຊີນ, ທັດສະນີຍະພາບທຳມະຊາດຂອງ ຫຼີເຊີນ ເຖິງເພື່ອນມິດຢູ່ພາຍໃນ ແລະ ຕ່າງປະເທດ 
      ນີ້ເປັນຄັ້ງທຳອິດໃນປະຫວັດສາດກວ່າ  60 ປີ ຜ່ານມາ, ການແຂ່ງຂັນຊິງຊະນະເລີດມາຣາທອນແຫ່ງຊາດໄດ້ຮັບການຈັດຕັ້ງຂຶ້ນຢູ່ໝູ່ເກາະແຫ່ງໜຶ່ງ ເຊິ່ງໄດ້ສ້າງຂີດໝາຍປະຫວັດສາດ ແລະ ທີ່ຕັ້ງຍຸດທະສາດສຳຄັນຂອງຫວຽດນາມ. ເຫດການນີ້ ມີຄວາມໝາຍຫຼາຍຢ່າງເພື່ອຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ. ນີ້ກໍແມ່ນກາລະໂອກາດ ເພື່ອໂຄສະນາພາບພົດ, ຊາວ ຫຼີເຊີນ, ທັດສະນີຍະພາບທຳມະຊາດຂອງ ຫຼີເຊີນ ເຖິງເພື່ອນມິດຢູ່ພາຍໃນ ແລະ ຕ່າງປະເທດ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top