ຂ່າວສານ
ສື່ມວນຊົນ ລາວ ຕີລາຄາສູງ ຕໍ່ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

ໃນໜ້າທຳອິດຂອງບັນດາໜັງສືພິມໃຫຍ່ຂອງ ລາວ ສະບັບອອກວັນທີ 30 ມິຖຸນາ ລ້ວນແຕ່ໄດ້ໃຫ້ຂ່າວ, ບົດກ່ຽວກັບການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ລາວ. ໜັງສີພິມທຸກສະບັບຕ່າງກໍການຢັ້ງຢືນລວມວ່າ ຫວຽດນາມ ແລະ ລາວ ສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດເລິກເຊິ່ງກວ່າອີກ ແລະ ການຢ້ຽມຢາມຄັ້ງນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.
ບໍ່ພຽງແຕ່ລົງພິມເນື້ອໃນທັງໝົດຂອງ “ຖະແຫຼງການຮ່ວມ ລາວ - ຫວຽດນາມ” ເທົ່ານັ້ນ, ປະເທດລາວ ໄດ້ສະຫງວນໜ້າທຳອິດເພື່ອໃຫ້ຂ່າວ, ບົດກ່ຽວກັບການຢ້ຽມຢາມດັ່ງກ່າວ.
ສ່ວນບັນດາໜັງສືພິມອື່ນຄື ປະຊາຊົນ, Vientiane Times, ວຽງຈັນໃໝ່… ກໍໄດ້ລົງພິມ ຖະແຫຼງການຮ່ວມ ລາວ - ຫວຽດນາມ ແລະ ບົດຂຽນຫຼາຍບົດ, ໃນນັ້ນ ຢັ້ງຢືນວ່າ ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ ແມ່ນເພື່ອແນໃສ່ຢັ້ງຢືນຄຳໝັ້ນສັນຍາຢ່າງສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ, ປະຊາຊົນ ລາວ ໃນການຮັກສາສາຍພົວພັນທີ່ເປັນມູນເຊື້ອ, ເລິກເຊິ່ງ, ສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ບໍລິສຸດຜຸດຜ່ອງຂອງສາຍພົວພັນທີ່ຫາຍາກ ລະຫວ່າງສອງປະເທດ ລາວ - ຫວຽດນາມ. ນອກຈາກນັ້ນ, ໜັງສືພິມສະບັບຕ່າງກໍຍັງສຸມໃສ່ພັນລະນາກ່ຽວກັບບັນດາເຫດການ ແລະ ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ໃນໄລຍະຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ.
(ແຫຼ່ງຄັດຈາກ VOV)