• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງວັນຊາດລາຊະອານາຈັກກໍາປູເຈຍ ຄົບຮອບ 65 ປີ

-ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາຊະອານາຈັກ ກໍາປູເຈຍ ຄົບຮອບ (09/11/1953 – 09/11/2018), ວັນທີ 09 ພະຈິກ 2018, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະປະຈໍາສູນກາງພັກປະຊາຊົນກໍາປູເຈຍ (CPP)
 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຝາກຈົດໝາຍອວຍພອນໄປຍັງກະສັດແຫ່ງລາຊະອານາຈັກ ກໍາປູເຈຍ Norodom Sihamoni.


ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ  ຕ້ອນຮັບກະສັດແຫ່ງລາຊະອານາຈັກ ກໍາປູເຈຍ Norodom Sihamoni ເມື່ອ ເດືອນກໍລະກົດ 2017

(ພາບປະກອບ: vov.vn)

ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍໄດ້ສົ່ງຈົດໝາຍໄປຍັງທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍໄດ້ ຝາກຈົດໝາຍອວຍພອນໄປຍັງທ່ານປະທານສະພາສູງ ກໍາປູເຈຍ Samdech Say Chhum  ແລະ ທ່ານປະທານສະພາແຫ່ງຊາດກໍາປູເຈຍ Samdech Heng Samrin ແລະ ທ່ານຟ້າມບິນມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກໍໄດ້ຝາກຈົດໝາຍອວຍພອນເຖິງທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກໍາປູເຈຍ ເຊັ່ນດຽວກັນ.


ທ່ານ ຫວູມ໋າວ ປະທານສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ກ່າວຄໍາເຫັນທີ່ພິທີ (ພາບ: baomoi.com)

ເນື່ອງໃນໂອກາດນີ້, ວັນທີ 9 ພະຈິກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງລາຊະອານາຈັກກໍາປູເຈຍ ຄົບຮອບ 65 ປີ.  

ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫວູມ໋າວ ປະທານສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ໄດ້ຊົມເຊີຍບັນດາຜົນງານ ເຊິ່ງປະຊາຊົນກໍາປູເຈຍບັນລຸໄດ້ໃນຕະຫຼອດ 65 ປີ ຜ່ານມາ, ອວຍພອນມາຍັງປະຊາຊົນກໍາປູເຈຍ ຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນຊຸມປີຕໍ່ໄປ. ທ່ານ ຫວູມ໋າວ ເນັ້ນໜັກວ່າ ຜ່ານບັນດາການຜັນແປໃນປະຫວັດສາດ, ການພົວພັນລະຫວ່າງຫວຽດນາມ - ກໍາປູເຈຍ ໄດ້ສ້າງຕັ້ງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ສອງປະເທດໄດ້ຄຽງບ່າຄຽງໄຫຼ່ໂຄ່ນລົ້ມລະບອບດັບສູນເຊື້ອຊາດ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນກິດຈະການແຫ່ງການຟື້ນຟູ, ກໍ່ສ້າງປະເທດກໍາປູເຈຍຄືນໃໝ່. ປະຊາຊົນສອງປະເທດ ຍາມໃດກໍສະຫງວນໃຫ້ກັນການສະໜັບສະໜູນອັນໃຫຍ່ຫຼວງ ແລະ ນີ້ແມ່ນຊັບສົມບັດອັນລໍ້າຄ່າຂອງສອງຊາດ ເຊິ່ງບັນດາລຸ້ນໜຸ່ມປັດຈຸບັນ ແລະ ອະນາຄົດຕ້ອງຮັກສາ ແລະ ເພີ່ມພູນຄູນສ້າງ.

        ໃນບົດສູນທອນພົດຂອງຕົນ, ທ່ານ Prak Nguon Hong ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ລາຊະອານາຈັກກໍາປູເຈຍ ປະຈໍາຫວຽດນາມ ເນັ້ນໜັກວ່າ:

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ທີ່ໄດ້ພ້ອມກັບພວກເພື່ອນສະເຫຼີມສະຫຼອງວັນຊາດແຫ່ງລາຊະອານາຈັກ ກໍາປູເຈຍ ຄົບຮອບ 65 ປີ ຢູ່ຮ່າໂນ້ຍ. ປັດຈຸບັນ, ການພົວພັນລະຫວ່າງສອງປະເທດພວມພັດທະນາຢ່າງດີງາມ, ໂດຍໄດ້ຮັບການປັບປຸງ, ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ຢ່າງບໍ່ຢຸດຢັ້ງ. ລັດຖະບານກໍາປູເຈຍ ຍາມໃດກໍເອົາໃຈໃສ່ເຖິງການພົວພັນທີ່ເປັນມູນເຊື້ອ ແລະ ນໍ້າໃຈອ້າຍນ້ອງ ກັບຫວຽດນາມ. ປີ 2017 ໄດ້ເຫັນປະຈັກຕາບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ກໍາປູເຈຍ, ນີ້ແມ່ນພະຍານຫຼັກຖານໃຫ້ແກ່ນໍ້າໃຈສາມັກຄີລະຫວ່າງສອງຊາດພວກເຮົາ”.

 

        ເນື່ອງໃນໂອກາດນີ້, ທ່ານ Prak Nguon Hong ຢັ້ງຢືນວ່າ ປະຊາຊົນ ຍາມໃດກໍຈົດຈໍາ ແລະ ຮູ້ບຸນຄຸນ ຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອ ເຊິ່ງການນໍາ ແລະ ປະຊາຊົນຫວຽດນາມສະຫງວນໃຫ້ ກໍາປູເຈຍ ໃນຕະຫຼອດໄລຍະຜ່ານມາ ກໍຄືໃນປັດຈຸບັນ, ໂດຍສະເພາະແມ່ນໃນພາລະກິດປົດປ່ອຍປະເທດກໍາປູເຈຍ ໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ເມື່ອປີ 1979.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top