• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍເຂດປົກຄອງ-ເສດຖະກິດພິເສດເວີນດົນ,ບັກເວີນຟອງ,ຟຸກ໋ວກ

ໃນວັນທີ 23 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມເທື່ອທີ 5, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ຮັບຟັງບົດລາຍງານ ແລະ ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍເຂດປົກຄອງ - ເສດຖະກິດພິເສດ ເວີນດົນ, ບັກເວີນຟອງ, ຟຸກ໋ວກ.

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍເຂດປົກຄອງ-ເສດຖະກິດພິເສດເວີນດົນ, ບັກເວີນຟອງ,ຟຸກ໋ວກ
(ພາບ: quochoi.vn)
ເມື່ອສະເໜີຮ່າງກົດໝາຍທີ່ຫໍປະຊຸມ, ທ່ານຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ຫງວຽນຄັກດິ້ງ ໃຫ້ຮູ້ວ່າ: ຫວຽດນາມ ມີນະໂຍບາຍພິເສດ ແລະ ສ້າງເງື່ອນໄຂສະດວກເພື່ອແນໃສ່ດຶງດູດການລົງທຶນເຂົ້າໃນບັນດາຂະແໜງ, ອາຊີບຮັບບຸລິມະສິດພັດທະນາຂອງເຂດເສດຖະກິດພິເສດ; ສ້າງບັນດາເຂດເສດຖະກິດພິເສດຕາມທິດຂຽວ - ມີພູມປັນຍາ - ໝັ້ນຄົງ; ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນຊີວິດສັງຄົມ, ປົກປັກຮັກສາການເມືອງ - ສັງສົມໃຫ້ມີສະຖຽນລະພາບ. ທ່ານ ຫງວຽນຄັກດິ້ງ ກ່າວວ່າ:
      “ຮັບເອົາຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ, ເນື້ອໃນກ່ຽວກັບການວາງແຜນຜັງເຂດເສດຖະກິດພິເສດໄດ້ຮັບການປັບປຸງ, ເຮັດແຈ້ງທີ່ຕັ້ງ, ລັກສະນະຂອງການວາງແຜນຜັງເຂດເສດຖະກິດພິເສດແມ່ນການວາງແຜນຜັງຂຶ້ນກັບລະບົບການວາງແຜນຜັງແຫ່ງຊາດ. ກ່ຽວກັບນະໂຍບາຍພິເສດໃນການລົງທຶນດຳເນີນທຸລະກິດ, ຄະນະປະຈຳສະພາແຫ່ງຊາດ ໄດ້ເພີ່ມເຕີມໃສ່ຮ່າງກົດໝາຍ ບາງຂະແໜງອາຊີບການບໍລິການ, ການເງິນພິເສດສຳລັບເຂດເສດຖະກິດພິເສດເວີນດົນ; ປັບປຸງຂອບຂະໜາດເງິນລົງທຶນຕ່ຳສຸດສຳລັບເຂດການບໍລິການທ່ອງທ່ຽວ ແລະ ເຂດລະຫຼີ້ນສັງລວມ, ທ່າອາກາດສະຍານສາກົນ”.

      ປຶກສາຫາລືທີ່ຫໍປະຊຸມ, ບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ເປັນເອກະພາບກ່ຽວກັບເລື່ອງປະກາດໃຊ້ກົດໝາຍວ່າດ້ວຍເຂດປົກຄອງ - ເສດຖະກິດພິເສດເຊິ່ງໄດ້ຫັນແຜນນະໂຍບາຍຂອງພັກ ແລະ ຂໍ້ກຳນົດຂອງລັດຖະທຳມະນູນເປັນນິຕິກຳ.
 
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top